ຂ່າວສານ

ບັນດາທ້ອງຖິ່ນເພີ່ມທະວີການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

      ທ່ານ ຈູງອັກແອງ ຮຽກຮ້ອງວ່າ ໃນສະພາບທີ່ມີຄວາມສ່ຽງຕິດແປດພະຍາດ, ທ່າອາກາດສະຍານສາກົນ, ພ້ອມກັບບັນດາຄິວລົດ ຕ້ອງສືບຕໍ່ປະຕິບັດຂັ້ນຕອນຕ້ອນຮັບຜູ້ໂດຍສານ, ແຍກຕົວສຳລັບນັກທ່ອງທ່ຽວສາກົນຢ່າງເຂັ້ມງວດ
ທ່ານ ຈູງອັກແອງ ໄປກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19
ຢູ່ທ່າອາກາດສະຍານສາກົນ ໂນ້ຍບ່າຍ
(ພາບ: nhandan.com.vn)
      ຕອນບ່າຍວັນທີ 03 ພຶດສະພາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈູງອັກແອງ ໄດ້ໄປກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ທ່າອາກາດສະຍານສາກົນ ໂນ້ຍບ່າຍ, ຄິວລົດ ມິ້ດິ່ງ… ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຈູງອັກແອງ ຮຽກຮ້ອງວ່າ ໃນສະພາບທີ່ມີຄວາມສ່ຽງຕິດແປດພະຍາດ, ທ່າອາກາດສະຍານສາກົນ, ພ້ອມກັບບັນດາຄິວລົດ ຕ້ອງສືບຕໍ່ປະຕິບັດຂັ້ນຕອນຕ້ອນຮັບຜູ້ໂດຍສານ, ແຍກຕົວສຳລັບນັກທ່ອງທ່ຽວສາກົນຢ່າງເຂັ້ມງວດ, ບໍ່ຄວນປະໝາດ, ບໍ່ປະໃຫ້ໂລກລະບາດລອດເຂົ້ານະຄອນ.
        ຕອນບ່າຍວັນທີ 03 ພຶດສະພາ, ຄະນະກຳມະການປະຊາຊົນນະຄອນ ວິງ, ເງະອານ ຮຽກຮ້ອງໃຫ້ປະຊາຊົນທຸກຄົນເມື່ອກັບຄືນນະຄອນພາຍຫຼັງພັກການ ຕ້ອງແຈ້ງອາການສຸຂະພາບຢູ່ເຂດທີ່ພັກອາໄສ. ຄະນະກຳມະການປະຊາຊົນບັນດາບ້ານ, ຕາແສງ ຕ້ອງເພີ່ມທະວີການຕິດຕາມຢູ່ຊຸມຊົນເພື່ອກວດພົບບັນດາກໍລະນີຢ່າງທັນການ, ແກ້ໄຂບັນດາກໍລະນີບໍ່ແຈ້ງອາການສຸຂະພາບຢ່າງເຂັ້ມງວດ, ບໍ່ປະຕິບັດບັນດາມາດຕະການແຍກຕົວເພື່ອປ້ອງກັນ, ຕ້ານໂລກລະບາດຕາມຂໍ້ກຳນົດ.
        ວັນທີ 03 ພຶດສະພາ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ນະຄອນ ເຊີນລາ, ແຂວງ ເຊີນລາ ໄດ້ຈັດກອງປະຊຸມດ່ວນກ່ຽວກັບການແກ້ໄຂກໍລະນີທີ່ກັບມາຈາກເຂດເກີດໂລກລະບາດໃນບໍລິເວນ.
 (ແຫຼ່ງຄັດຈາກ VOV)


top