ຂ່າວສານ

ບັນດາທ້ອງຖິ່ນຟື້ນຟູການຜະລິດ

ບັນດາທ້ອງຖິ່ນໃນທົ່ວປະເທດພວມສ້າງໂຄງປະກອບການຜະລິດ, ດຳເນີນທຸລະກິດຄືນໃໝ່, ຟື້ນຟູການເຕີບໂຕເສດຖະກິດຄືນໃໝ່ ພາຍຫຼັງສະພາບໂລກລະບາດໂຄວິດ-19 ໄດ້ຫຼຸດລົງ.

ຢູ່ນະຄອນໂຮ່ຈີມິນ, ການນຳນະຄອນໄດ້ຊີ້ນຳໃຫ້ສືບຕໍ່ປ້ອງກັນ, ຕ້ານໂລກລະບາດຢ່າງຂ້ຽວຂາດ, ໄປພ້ອມກັບການສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດ. ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈີມິນ, ຢືນຢັນວ່າ.

        “ພວກເຮົາກວດກາຄືນບັນດາປະເພດສິນຄ້າທີ່ນຳເຂົ້າແຕ່ດົນນານມານີ້ໂດຍແມ່ນຜະລິດຕະພັນເປັນກາງ, ຖ້າຫາກມີຕົ້ນກຳເນີດຂອງທ້ອງຖິ່ນນັ້ນແມ່ນ ຄວນຍູ້ແຮງການຜະລິດໃຫ້ຫຼາຍກວ່າອີກ. ສົມທົບກັບບັນດາປະເທດຄູ່ຮ່ວມມື ເປັນຕົ້ນແມ່ນດ້ານການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ… ເປີດກວ້າງການເຄື່ອນໄຫວເສດຖະກິດກັບແຕ່ລະປະເທດ, ແຕ່ລະຈຸດເວລາທີ່ເໝາະສົມ, ກ່ອນອື່ນໝົດແມ່ນນັບແຕ່ເດືອນ ພຶດສະພາ ຫາເດືອນ ທັນວາ.”

        ໃນຂະນະນັ້ນ, ນະຄອນຮ່າໂນ້ຍ ກໍ່ພວມໜູນຊ່ວຍວິສາຫະກິດ 3.600 ແຫ່ງກ່ຽວກັບການບຸກເບີກພື້ນທີ່ຮັບໃຊ້ການຜະລິດ ເພື່ອດຳເນີນການເຄື່ອນໄຫວຜະລິດຢູ່ບັນດາເຂດອຸດສາຫະກຳ; ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍບຸລິມະສິດໜູນຊ່ວຍວິສາຫະກິດຄົ້ນຄວ້າ ແລະ ປ່ຽນແປງໃໝ່ເຕັກໂນໂລຊີ.

        ຢູ່ແຂວງ ບາກລຽວ, ທາງແຂວງໄດ້ສຸມໃສ່ປະຕິບັດບັນດາໂຄງການລົງທຶນພາກລັດ ເພື່ອແນໃສ່ປະກອບສ່ວນເຂົ້າໃນເປົ້າໝາຍເຕີບໂຕ, ພິເສດແມ່ນເພີ່ມເງິນລົງທຶນທົ່ວສັງຄົມ.

(ແຫຼ່ງຄັດຈາກ VOV)


top