ຂ່າວສານ

ບັນດາທ້ອງຖິ່ນຜັນຂະຫຍາຍຫຼາຍມາດຕະການຄວບຄຸມໂລກລະບາດ Covid – 19 ຢ່າງຂ້ຽວຂາດ

      ພາຍຫຼັງຜັນຂະຫຍາຍບັນດາສະຖານທີ່ກວດຫາເຊື້ອພະຍາດ Covid - 19 ໂດຍໄວຢູ່ບັນດາບໍລິເວນເມືອງດົ໊ງດາ, ຮາຍບ່າຈຶງ, ບາດິ່ງແລະເມືອງແທັງອວາຍ, ຮ່າໂນ້ຍຈະສືບຕໍ່ເປີດກ້ວາງບັນດາສະຖານທີ່ກວດຫາເຊື້ອໂດຍໄວໃນບໍລິເວນທົ່ວນະຄອນຕື່ມອີກດ້ວຍເປົ້າໝາຍກວດຫາເຊື້ອພະຍາດໂດຍໄວໃຫ້ແກ່ບັນດາກໍລະນີທີ່ກ່ຽວຂ້ອງເຖິງໂຮງໝໍແບັກມາຍ… 

ເຈົ້າໜ້າທີ່ວັດແທກອຸນຫະພຸມຜູ້ເຂົ້າຮ່ວມການຈະລາຈອນ (ພາບ: TTXVN) 
      ພ້ອມກັນນັ້ນ, ເລີ່ມແຕ່ຕອນຄ່ຳວັນທີ 1 ເມສາ, ຕ່ຳຫຼວດນະຄອນຮ່າໂນ້ຍໄດ້ສົມທົບກັບບັນດາຂະແໜງການທີ່ມີໜ້າທີ່ກ່ຽວຂ້ອງຜັນຂະຫຍາຍກຳລັງຢູ່ຕາມດ່ານກວດສຸຂະພາບທາງບົກເຊິ່ງເປັນປະຕູເຂົ້າ-ອອກຫຼັກຂອງນະຄອນຫຼວງແລະບັນດາທາງລົດໄຟ, ທາງນ້ຳ.
            ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນມີແຫຼ່ງຂ່າວກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ທີ່ຊັດເຈນແລະວ່ອງໄວ, ທາງແຂວງວິງຟຸກກໍ່ໄດ້ສ້າງເວັບໄຊຂຶ້ນໃນອິນເຕີແນັດກ່ຽວກັບໂລກລະບາດ Covid – 19 . ເວັບໄຊດັ່ງກ່າວໄດ້ອັດເດດບັນດາເອກະສານຂອງການນຳ, ຊີ້ນຳ, ບໍລິຫານກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃນບໍລິເວນທົ່ວແຂວງເວົ້າສະເພາະແລະທົ່ວປະເທດເວົ້າລວມຢ່າງຄົບຖ້ວນ.
            ໂດຍປະຕິບັດຕາມການຊີ້ນຳຂອງນາຍົກລັດຖະມົນຕີແລະຄະນະກຳມະການປະຊາຊົນແຂວງອຽນບ໊າຍ, ພະແນກຄົມມະນາຄົມແລະຂົນສົ່ງແຂວງອຽນບ໊າຍໄດ້ປະກາດໃຊ້ເອກະສານວ່າດ້ວຍການຮຽກຮ້ອງໃຫ້ຢຸດຕິຊົ່ວຄາວພາຫະນະຂົນສົ່ງຜູ້ໂດຍສານສາທາລະນະໃນບໍລິເວນແຂວງທຸກໆປະເພດ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.
ບັນດາມາດຕະການນີ້ກໍ່ໄດ້ຜັນຂະຫຍາຍຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ.
 (ແຫຼ່ງຄັດຈາກ VOV)


top