ຂ່າວສານ

ບັນດາທ້ອງຖິ່ນຕັ້ງໜ້າໜູນຊ່ວຍປະຊາຊົນຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19

ປະຕິບັດມະຕິເລກທີ 42 ຂອງລັດຖະບານ, ແຂວງ ກວາງນິງ ໄດ້ສະຫງວນປະມານ 8 ລ້ານ USD ຫັກຈາກງົບປະມານທ້ອງຖິ່ນ ເພື່ອໜູນຊ່ວຍປະຊາຊົນຖືກຜົນສະທ້ອນຢ່າງຮ້າຍແຮງຍ້ອນໂລກລະບາດໂຄວິດ-19. 

ປັດຈຸບັນ, ທົ່ວແຂວງ ກວາງນິງ ມີເກືອບ 140.000 ເປົ້າໝາຍຖືກຜົນສະທ້ອນຢ່າງຮ້າຍແຮງຍ້ອນໂລກລະບາດດັ່ງກ່າວ.

ໃນຂະນະນັ້ນ, ແຂວງ ກວາງນາມ, ປັດຈຸບັນມີ 8 ກຸ່ມເປົ້າໝາຍຄວນໄດ້ຮັບການໜູນຊ່ວຍຈາກບ້ວງເງິນຮັບປະກັນຊີວິດສັງຄົມ 62.000 ຕື້ດົ່ງຂອງລັດຖະບານ ຫວຽດນາມ. ທ່ານ ເຈິ່ນວັນຈ່ຽນ, ຮອງຫົວໜ້າພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມແຂວງ ກວາງນາມ ໃຫ້ຮູ້ວ່າ: ບັນດາເປົ້າໝາຍມີບັນຊີລາຍຊື່ຈະໄດ້ຮັບການໜູນຊ່ວຍໃນທັນທີ; ເປັນຕົ້ນແມ່ນກຸ່ມເປົ້າໝາຍຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຍາດຕິພີ່ນ້ອງຜູ້ມີຄຸນງາມຄວາມດີ, ທະຫານເສຍອົງຄະ…

 (ແຫຼ່ງຄັດຈາກ VOV)


top