ຂ່າວສານ

ບັນດາທ້ອງຖິ່ນຊອກຫາທິດເດີນໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວ

      ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດທ່ອງທ່ຽວ ກໍຄືຜູ້ອອກແຮງງານ, ຂະແໜງທ່ອງທ່ຽວນະຄອນ ດ່ານັ້ງ ໄດ້ຍົກອອກ 10 ໜ້າທີ່ ແລະ ມາດຕະການຈຸດສຸມໃນການປະຕິບັດການຟື້ນຟູຂະແໜງທ່ອງທ່ຽວ.
(ການໂອ້ລົມສົນທະນາ)
      ວັນທີ 01 ເມສາ, ພະແນກທ່ອງທ່ຽວນະຄອນ ດ່ານັ້ງ ໄດ້ຈັດການໂອ້ລົມສົນທະນາທີ່ມີຫົວຂໍ້ວ່າ “ມາດຕະການຟື້ນຟູ ແລະ ພັດທະນາການທ່ອງທ່ຽວນະຄອນ ດ່ານັ້ງ ປີ 2021”. ທີ່ການໂອ້ລົມສົນທະນາ, ການນຳທາງນະຄອນ, ອົງການຄຸ້ມຄອງລັດກ່ຽວກັບການທ່ອງທ່ຽວ ໄດ້ມີການໂອ້ລົມສົນທະນາພ້ອມກັບແກ້ໄຂຂໍ້ຕິດຄັດກັບວິສາຫະກິດທ່ອງທ່ຽວ, ສະເໜີມາດຕະການຟື້ນຟູການທ່ອງທ່ຽວ ດ່ານັ້ງ ຮັບປະກັນຈຸດນັດພົບທີ່ປອດໄພ.
        ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດທ່ອງທ່ຽວ ກໍຄືຜູ້ອອກແຮງງານ, ຂະແໜງທ່ອງທ່ຽວນະຄອນ ດ່ານັ້ງ ໄດ້ຍົກອອກ 10 ໜ້າທີ່ ແລະ ມາດຕະການຈຸດສຸມໃນການປະຕິບັດການຟື້ນຟູຂະແໜງທ່ອງທ່ຽວ. ໃນນັ້ນ, ຢືນຢັນການຮັບປະກັນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ຮັກສາຈຸດນັດພົບແຫ່ງຄວາມປອດໄພ; ໜູນຊ່ວຍວິສາຫະກິດຟື້ນຟູການເຄື່ອນໄຫວດຳເນີນທຸລະກິດ… ທ່ານ ຫງວຽນວັນກວາງ, ເລຂາຄະນະພັກນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ.
        “ທາງນະຄອນຍັງສືບຕໍ່ລົງທຶນ, ສ້າງຜະລິດຕະພັນທ່ອງທ່ຽວໃໝ່ດ້ວຍແຫຼ່ງກຳລັງຂອງການລົງທຶນພາກລັດ ແລະ ບັນດາແຫຼ່ງກຳລັງຂອງການລົງທຶນພາກເອກະຊົນຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ພ້ອມແລ້ວທີ່ຈະຕ້ອນຮັບນັກທ່ອງທ່ຽວສາກົນເມື່ອມີເງື່ອນໄຂຢ່າງພຽງພໍ. ຈຸດເວລານີ້ແມ່ນຈຸດເວລາເພື່ອໃຫ້ພວກເຮົາກະກຽມບັນດາເງື່ອນໄຂຢ່າງພຽງພໍ. ໜຶ່ງໃນບັນດາຜະລິດຕະພັນເຊິ່ງ ດ່ານັ້ງ ຈະຕ້ອງເຮັດ ນັ້ນແມ່ນສ້າງແຜນຮ່າງແມ່ນ້ຳ ຮ່ານ ຕອນກາງຄືນ”.
        ໃນຂະນະນັ້ນ, ຂະແໜງທ່ອງທ່ຽວແຂວງ ບິ່ງດິ້ງ ຫາກໍ່ປະກາດບ້ວງເງິນກະຕຸນການທ່ອງທ່ຽວ ເພື່ອຟື້ນຟູຂະແໜງເສດຖະກິດປາຍແຫຼມນີ້ໃນສະພາບເປັນປົກກະຕິໃໝ່, ໃນນັ້ນໄດ້ສຸມໃສ່ດຶງດູດນັກທ່ອງທ່ຽວຢູ່ພາຍໃນປະເທດ.
        ໃນເຫດການທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 01 ເມສາ, ຢູ່ນະຄອນໂຮ່ຈີມິນ ໄດ້ຈັດພິທີປະກາດຮ່າງໂຄງການ “ແຜນທີ່ທ່ອງທ່ຽວດ້ານອາຫານການກິນຫວຽດນາມ”. ນີ້ແມ່ນໂຄງການເລີ່ມເຄື່ອນໄຫວໂຄງການພັດທະນາການທ່ອງທ່ຽວອາຫານການກິນຫວຽດນາມ ຊອງສະຫະສະມາຄົມຮ້ານອາຫານຫວຽດນາມ (RAV) ຮ່ວມມືກັບສະມາຄົມການທ່ອງທ່ຽວດ້ານອາຫານການກິນໂລກ (WFTA).
(ແຫຼ່ງຄັດຈາກ VOV)


top