ຂ່າວສານ

ບັນດາທ້ອງຖິ່ນຈັດຕັ້ງຫຼາຍລາຍການທີ່ເປັນເອກະລັກໃນໂອກາດວັນບຸນ 30 ເມສາ ແລະ ວັນທີ 1 ພຶດສະພາ

ແຂວງກ່າເມົາຈະຈັດຕັ້ງ ລາຍການ “ກາເມົາ - ສະຖານທີ່ທ່ອງທ່ຽວ 2022” ໃນນັ້ນ ມີເຫດການ “ກີ່ນຫອມປ່າອູມິງ” ທີ່ຈະດຳເນີນໃນລະຫວ່າງວັນທີ 29 ເມສາ ຫາວັນທີ 1 ພຶດສະພາ ດ້ວຍຫົວຂໍ້ “ການເດີນທາງທ່ອງທ່ຽວຂຽວ”.
  ພາບປະກອບ: VGP  

 ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ ປີ 1975 - ວັນທີ 30 ເມສາ 2022) ແລະ ວັນກຳມະກອນສາກົນ (ວັນທີ 1 ພຶດສະພາ), ສູນອະນຸລັກຮັກສາມໍລະດົກ ແທັງລອງ - ຮ່າໂນ້ຍ ຈະເລີ່ມເຄື່ອນໄຫວ Tour ທ່ອງທ່ຽວກາງຄືນ “ຖອດລະຫັດ ພະລາຊະວັງ ແທັງລອງ”…

ຢູ່ດ່ານັ້ງ, ຕອນບ່າຍວັນທີ 27 ເມສາ, ຫໍພິພິທະພັນວິຈິດສິນ ດ່ານັ້ງ ໄດ້ຜັນຂະຫຍາຍງານວາງສະແດງວິຈິດສິນ ດ້ວຍຫົວຂໍ້ “ເຕົ້າໂຮມສີສັນ” ທີ່ແກ່ຍາວຮອດໝົດວັນທີ 20 ພຶດສະພາ. ຖັດຈາກນັ້ນ ແມ່ນ ວັນທີ 28 ເມສາ ຈະດຳເນີນການເຄື່ອນໄຫວຄື: ພິທີມອບລາງວັນວັນນະຄະດີສິລະປະນະຄອນ, ໄລຍະ 2015 – 2020 ຢູ່ໂຮງລະຄອນ ຈຶງເວືອງ, ພິທີໄຂຖະໜົນທ່ອງທ່ຽວ ອາເທື້ອງ ເຊື່ອມຕໍ່ການເຄື່ອນໄຫວຢູ່ຫາດຊາຍທະເລກາງຄືນ ໝີອານ, ສົມທົບກັບການສະແດງລາຍການສິລິປະກາງແຈ້ງ.

ໃນໂອກາດນີ້, ແຂວງກ່າເມົາຈະຈັດຕັ້ງ ລາຍການ “ກາເມົາ - ສະຖານທີ່ທ່ອງທ່ຽວ 2022” ໃນນັ້ນ ມີເຫດການ “ກີ່ນຫອມປ່າອູມິງ” ທີ່ຈະດຳເນີນໃນລະຫວ່າງວັນທີ 29 ເມສາ ຫາວັນທີ 1 ພຶດສະພາ ດ້ວຍຫົວຂໍ້ “ການເດີນທາງທ່ອງທ່ຽວຂຽວ”.


top