ຂ່າວສານ

ບັນດາທ້ອງຖິ່ນຂອງຫວຽດນາມໜູນຊ່ວຍປະຊາຊົນກັບຄືນຈາກເຂດເກີດໂລກລະບາດໂຄວິດ - 19

      ບັນດາທ້ອງຖິ່ນ ພວມຮີບດ່ວນໜູນຊ່ວຍປະຊາຊົນກັບຄືນຈາກນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ຫວຽດນາມ.
ປະຊາຊົນໄດ້ຮັບການຊ່ວຍເຫຼືອ
      ແຂວງກ໋ວາງນາມ ພວມສ້າງທຸກເງື່ອນໄຂສະດວກທີ່ສຸດ ເພື່ອໜູນຊ່ວຍວຽກເຮັດງານທຳ ໃຫ້ແກ່ປະຊາຊົນກັບຄືນຈາກນະຄອນໂຮ່ຈີມິນ ພາຍຫຼັງສິ້ນສຸດໄລຍະແຍກຕົວລວມໝູ່ ແລະ ແຍກຕົວ ຢູ່ສະຖານທີ່ພັກພາອາໄສ ຕາມຂໍ້ກຳນົດ. ທ່ານ ເລຈິ໊ແທງ, ປະທານຄະນະກຳມະການປະຊາຊົນ ແຂວງ ກ໋ວາງນາມໃຫ້ຮູ້ວ່າ:
ຂ້າພະເຈົ້າໄດ້ເຮັດວຽກກັບວິສາຫະກິດຈຳນວນໜຶ່ງ ນັບທັງໃນບັນດາໂຮງງານຜະລິດອຸດສາຫະກຳຜະລິດກະສິກຳໃນການຜະລິດບັນດາຜະລິດຕະພັນ OCOP  ແລະ ບັນດາວິສາຫະກິດກໍ່ສ້າງໃນບໍລິເວນເວົ້າລວມແມ່ນ ຈະສ້າງເງື່ອນໄຂທີ່ສຸດ ເພື່ອໃຫ້ພໍ່ແມ່ປະຊາຊົນອາດຈະສຳຜັດກັບວຽກເຮັດງານທຳ ຢ່າງສະດວກທີ່ສຸດພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽງໃຈ ຢູ່ແຂວງ ກ໋ວາງນາມ.
ໃນ 3 ວັນທີ່ຜ່ານມາ, ມີຫຼາຍຖ້ຽວບິນໂດຍສານຊາວ ເງະອານ ນັບພັນຄົນ ຈາກນະຄອນ ໂຮ່ຈີມິນ ກັບຄືນບ້ານເກີດ ຫຼີກລ້ຽງໂລກລະບາດໂຄວິດ - 19. ແຂວງເງະອານ ໄດ້ໜູນຊ່ວຍຄ່າໃຊ້ຈ່າຍທັງໝົດຂອງຖ້ຽວບິນດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)


top