ຂ່າວສານ

ບັນດາທ້ອງຖິ່ນ ເພີ່ມທະວີວິທີການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19

      ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19, ບັນດາທ້ອງຖິ່ນໃນທົ່ວປະເທດຫວຽດນາມ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາວິທີການປ້ອງກັນ, ສະກັດກັ້ນໂລກລະບາດໃນສະພາບການໃໝ່. 

 (ພາບ: TTXVN)
      ຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ຕົກລົງຢຸດການຈັດຕັ້ງບັນດາງານບຸນ, ງານຕະຫຼາດນັດ, ເຫດການທີ່ມີຂອບຂະໜາດໃຫຍ່ໃນບໍລິເວນແຂວງ ນັບແຕ່ວັນທີ 01 ສິງຫາ ຈົນຮອດເວລາມີການປະກາດໃໝ່; ກອງບັນຊາການທະຫານປ້ອງກັນຊາຍແດນແຂວງໄດ້ຄວບຄຸມເສັ້ນຊາຍແດນ ແລະ ການເຄື່ອນໄຫວເຂົ້າເມືອງຢ່າງໜັກແໜ້ນ, ປັບໄໝລົງໂທດບັນດາກໍລະນີຂ້າມຊາຍແດນຢ່າງຜິດກົດໝາຍ; ຂະແໜງການສຶກສາປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເພື່ອຈັດຕັ້ງການເສັງຈົບຊັ້ນມັດທະຍົມຕອນປາຍຢ່າງປອດໄພ...
        ຢູ່ແຂວງ ດັກນົງ, ນັບແຕ່ເວລາ 0 ໂມງ 00 ນາທີ ຂອງວັນທີ 02 ສິງຫາ, ທາງທ້ອງຖິ່ນ ໄດ້ຢຸດບັນດາການເຄື່ອນໄຫວຈັດງານບຸນ, ພິທີທາງສາສະໜາ, ຢຸດການເຄື່ອນໄຫວກິລາ, ເຫດການເຕົ້າໂຮມຫຼາຍຄົນຢູ່ສະຖານທີ່ສາທາລະນະ. ທາງແຂວງກໍໄດ້ຊີ້ນຳໃຫ້ຢຸດການເຄື່ອນໄຫວຂອງບັນດາຮາກຖານດຳເນີນທຸລະກິດ, ການບໍລິການຕ່າງໆ ແລະ ປະຊາຊົນບໍ່ໄດ້ເຕົ້າໂຮມຫຼາຍຄົນເກີນ 30 ຄົນຢູ່ສະຖານທີ່ສາທາລະນະ. ນອກຈາກນັ້ນ, ເມື່ອປະຊາຊົນອອກໄປຫົນທາງກໍຕ້ອງໃສ່ຜ້າອັດປາກ-ອັດດັງ.
 (ແຫຼ່ງຄັດຈາກ VOV)


top