ຂ່າວສານ

ບັນດາຈຸດເດັ່ນຂອງການສົ່ງອອກຂອງ ຫວຽດນາມ ໃນປີ 2017

      ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບໄພພິບັດທຳມະຊາດ ແລະ ຕະຫຼາດສົ້ນອອກກໍ່ຕາມ,     ແຕ່ປີ 2017 ໄດ້ຮັບຖືວ່າ ແມ່ນປີປະສົບຜົນສຳເລັດສຳລັບການສົ່ງອອກຂອງ ຫວຽດນາມ. 
ພາບປະກອບ
      ກະຊວງອຸດສາຫະກຳ ການຄ້າ ຄາດຄະເນວ່າ, ວົງເງິນສົ່ງອອກໃນປີນີ້ຄາດວ່າ ບັນລຸປະມານ 200 ຕື້ USD, ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ລື່ນກາຍຄາດໝາຍຂອງແຜນການວາງອອກ, ພິເສດ ໃນປີໄດ້ປະກົດມີຫຼາຍຈຸດເດັ່ນໃນການສົ່ງອອກຕື່ມອີກ.
        ຕາມການຕີລາຄາຂອງກະຊວງອຸດສາຫະກຳ ການຄ້າແລ້ວ, ບັນດາໝວດສິນຄ້າ ທີ່ປະກອບຫຼາຍທີ່ສຸດເຂົ້າ ພາບພົດການສົ່ງອອກໃນປີນີ້ແມ່ນ: ໂທລະສັບ ແລະ ເຄື່ອງອາໄຫຼ່ປະເພດຕ່າງໆ ຄາດວ່າບັນລຸ 39 ຕື້ USD, ຢືນອັນດັບໜຶ່ງໃນບັນຊີລາຍຊື່ບັນດາປະເພດສິນຄ້າມີມູນຄ່າສົ່ງອອກສູງສຸດໃນປີ, ຖັດຈາກນັ້ນ ແມ່ນເຄື່ອງຕ່ຳແຜ່ນຕັດຫຍິບ ຄາດວ່າ ຈະນາມາເຊິ່ງຈຳນວນເງິນ 25 ຕື້ USD ແລະ ປະເພດເຄື່ອງເອເລັກໂຕນິກ, ເຄື່ອງຄອມພິວເຕີ ແລະ ເຄື່ອງອາໄຫຼ່ ຄາດວ່າ ຈະນຳມາເຊິ່ງຈຳນວນເງິນ 22 ຕື້ USD. ຄຽງຄູ່ກັນນັ້ນ, ບັນດາປະເພດສິນຄ້າຄື: ເກີບ, ສິນໃນນ້ຳ ແລະ ພືດຜັກໝາກໄມ້ກໍ່ໄດ້ສ້າງບາດກ້າວກະໂດດຂັ້ນ ໃນພາບພົດການສົ່ງອອກໃນປີນີ້.
        ເພື່ອບັນລຸໄດ້ໝາກຜົນຕັ້ງໜ້າໃນການສົ່ງອອກ, ນັບແຕ່ຕົ້ນປີ ຫວຽດນາມ ໄດ້ໝູນໃຊ້ທ່າແຮງຂອງຕົນເປັນຢ່າງດີ ເພື່ອເພີ່ມທະວີກຳລັງແກ່ງແຍ້ງຢູ່ຫຼາຍຕະຫຼາດ. ຕົວຢ່າງແມ່ນເລື່ອງລາວກ່ຽວກັບການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ໝາກໄມ້, ພືດຜັກ. ລະອຽດຄື, ໃນຂະນະທີ່ເຄື່ອງເຟີນີເຈີຂອງ ຈີນ ພວມຖືກ ອາເມລິກາ ນຳໃຊ້ອັດຕາພາສີຕ້ານການຂາຍບຸບລາຄາ, ເຮັດໃຫ້ບັນດາໃບຊັ່ງຊື້ເຄື່ອງເຟີນີເຈີ ຂອງ ອາເມລິກາ ຄ່ອຍໆຫັນໄປສູ່ບັນດາປະເທດ ອາຊຽນ, ໃນນັ້ນ ມີ ຫວຽດນາມ. ວິສາຫະກິດສົ່ງອອກໄມ້ ພາຍໃນປະເທດ ກຳແໜ້ນກາລະໂອກາດເປັນຢ່າງດີ, ພຽງໃນ 6 ເດືອນຕົ້ນປີ ບັນລຸໄດ້ 3,66 ຕື້ USD. ກະຊວງອຸດສາຫະກຳ ການຄ້າ ໃຫ້ຂໍ້ສັງເກດວ່າ, ຂະແໜງໄມ້ ຫວຽດນາມ ຈະມີຫຼາຍກາລະໂອກາດຢູ່ຕະຫຼາດ ອາເມລິກາ ໃນໄລຍະຈະມາເຖິງ, ພິເສດແມ່ນເຄື່ອງເຟີນີເຈີ. ທ່ານ ຫງວຽນໂຕນກ່ວຽນ, ປະທານສະຫະສະມາຄົມໄມ້ ແລະ ເຄື່ອງປ່າຂອງດົງ ຫວຽດນາມ, ແບ່ງປັນວ່າ:
        ຍາກທີ່ຈະສາມາດບັນລຸໄດ້ຄືແນວນັ້ນ, ເພີ່ມຂຶ້ນສະເລ່ຍ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ຄາດວ່າ, ປີນີ້ ພວກເຮົາຈະບັນລຸໄດ້ 7,5 ຕື້ USD. ໝາກຜົນນີ້ໂດຍບັນດາຕະຫຼາດຕົ້ນຕໍສືບຕໍ່ເຕີບໂຕ ດ້ວຍບັນດາໃບສັ່ງຊື້ສິນຄ້າໄດ້ຮັບການລົງນາມແລ້ວ. ລະອຽດຄື, ຕະຫຼາດ ອາເມລິກາ ໃນປີກາຍແມ່ນ 2,4 ຕື້ USD ໃນປີນີ້ຄາດວ່າບັນລຸ 2,8 ຕື້ USD. ຖັດຈາກນັ້ນ ແມ່ນຕະຫຼາດ ສ. ເກົາຫຼີ, ປີນີ້ເພີ່ມຂຶ້ນປະມານ 200 ລ້ານ USD ເມື່ອທຽບໃສ່ປີກາຍ, ບັນລຸລະດັບ 600 ລ້ານ USD. ກ່ຽວກັບບັນດາຕະຫຼາດໃໝ່ຄື: ອິນເດຍ, ການາດາ, ລັດເຊຍ, ເຂດຕາເວັນອອກກາງ ລ້ວນແຕ່ມີບັນດາສັນຍາທີ່ດີພໍສົມຄວນ.
        ຄຽງຄູ່ກັນນັ້ນ, ສິນຄ້າປະເພດເສັ້ນຝ້າຍ ກໍ່ແມ່ນຈຸດເດັ່ນຂອງພາບພົດການສົ່ງອອກ, ໃນຂະນະທີ່ວິສາຫະກິດ ຫວຽດນາມ ໝູນໃຊ້ໝາກຜົນແຫ່ງການເຈລະຈາບັນດາສັນຍາການຄ້າເສລີລະຫວ່າງ ອາຊຽນ - ຈີນ, ຫວຽດນາມ  - ສ. ເກົາຫຼີ. ລະອຽດຄື, ເສັ້ນຝ້າຍ ສົ່ງອອກເພີ່ມຂຶ້ນຢ່າງແຮງຢູ່ 2 ຕະຫຼາດ ໃຫຍ່ທີ່ສຸດແມ່ນ: ຈີນ ແລະ ສ. ເກົາຫຼີ, ບັນລຸວົງເງິນການຄ້າ 1,67 ຕື້ USD.
        ພິເສດ, ໃນປີນີ້, ໝວດສິນຄ້າຜະລິດຕະພັນກະເສດຂອງ ຫວຽດນາມ ໄດ້ເຊື່ອມເຂົ້າບັນດາຕະຫຼາດທີ່ຕ້ອງການຄຸນນະພາບສູງຄື: ອາເມລິກາ, ຍີ່ປຸ່ນ, ສ. ເກົາຫຼີ, ນິວຊີແລນ, ອົດສະຕາລີ… ໄລ່ຮອດເດືອນພະຈິກ ເທົ່ານັ້ນ, ວົງເງິນການສົ່ງອອກພືດຜັກ ໝາກໄມ້ ໄດ້ຢູ່ໃນລະດັບ 3,16 ຕື້ USD, ລື່ນກາຍບັນດາຂະແໜງຕົ້ນຕໍອື່ນໆຫຼາຍຄື: ເຂົ້າສານ, ຢາງພາລາ, ຊາ, ແກ່ນໝາກໝ່ວງຫິມະພານ… ນອກຈາກສົ່ງອອກພືດຜັກໝາກໄມ້ໄປຍັງ ຈີນ ແລ້ວ, ວິສາຫະກິດຫຼາຍແຫ່ງໄດ້ລົງນາມສັນຍາໃຫຍ່ກ່ຽວກັບການສົ່ງອອກພືດຜັກ, ໝາກໄມ້ໄປຍັງບັນດາຕະຫຼາດ ສ. ເກົາຫຼີ, ຍີ່ປຸ່ນ, ອາເມລິກາ. ບໍ່ເຄີຍມີເວລາໃດທີ່ພືດຜັກ, ໝາກໄມ້ຂອງ ຫວຽດນາມ ໄດ້ຮັບການເກັບຊື້ ແລະ ຕີລາຄາສູງຄືໃນປີນີ້. ທ່ານ ຕັງຊວນເຈື່ອງ, ຜູ້ອຳນວຍການບໍລິສັດ ຮືງຫວຽດ ຈຳກັດຜູ້ດຽວຢູ່ແຂວງ ຫາຍເຢືອງ, ໃຫ້ຮູ້ວ່າ:
        ວິສາຫະກິດໄດ້ສົ່ງອອກສິນຄ້າຈຳນວນຫຼວງຫຼາຍ ແລະ ປະລິມານສິນຄ້າຜະລິດອອກບໍ່ສາມາດຕອບສະໜອງຄວາມຕ້ອງການໄດ້. ໃບສັ່ງຊື້ສິນຄ້າຫຼາຍທີ່ສຸດ, ສິນຄ້າ ຫວຽດນາມ ໄດ້ສົ່ງໄປຂາຍຢູ່ບັນດາປະເທດໄດ້ຮັບການຕີລາຄາມີຄຸນນະພາບດີຫຼາຍ.

ພາບປະກອບ
      ພ້ອມກັບບາດກ້າວບຸກທະລຸກ່ຽວກັບການສົ່ງອອກພືດຜັກໄມ້ໝາກແລ້ວ, ຍັງຕ້ອງເວົ້າເຖິງຄຸນຄ່າການສົ່ງອອກສິນໃນນ້ຳອີກດ້ວຍ. ຖ້າວ່າຕົ້ນປີນີ້, ຂະແໜງສິນໃນນ້ຳວາງຄາດໝາຍການສົ່ງອອກບັນລຸ 7,4 ຕື້ USD ແມ່ນຮອດຊຸມເດືອນທ້າຍປີເຊື່ອວ່າສາມາດບັນລຸລະດັບ 8 ຕື້ USD ໃນຂະນະທີ່ຫຼາຍຕະຫຼາດສົ່ງອອກໃຫມ່ໄດ້ຮັບຮູ້ເຖິງການເຕີບໂຕກະໂດດຂັ້ນນີ້.  ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ຄາດວ່າ ໝົດທັງປີ, ລະດັບການເຕີບໂຕ GDP ທົ່ວຂະແໜງກະສິກຳ ບັນລຸປະມານ 3%. ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຢັ້ງຢືນວ່າ:
      ພວກເຮົາໄດ້ສ້າງຕັ້ງບັນດາຂະແໜງສິນຄ້າໃຫຍ່ມີລັກສະນະທ່າແຮງໃຫ້ແກ່ການສົ່ງອອກໃນເບື້ອງຕົ້ນແລ້ວ. ກະສິກຳຍັງຄົງສືບຕໍ່ພັດທະນາ, ປີນີ້ຄວາມສາມາດສົ່ງອອກຜະລິດຕະພັນກະເສດ ຂອງ ຫວຽດນາມ ບັນລຸລະດັບ 35 ຕື້ USD. ພວກເຮົາຕັດສິນໃຈຈັດຕັ້ງການຜະລິດຕາມລະບົບ, ປຸງແຕ່ງໃຫ້ດີທີ່ສຸດ, ເປີດຕະຫຼາດໃຫມ່ຕື່ມອີກ. ໃນການພັດທະນາຕະຫຼາດຕ້ອງເອົາໃຈໃສ່ ແລະ ສຸມໃສ່ເຂົ້າໃນຄຸນນະພາບຜະລິດຕະພັນກະເສດໃຫ້ດີທີ່ສຸດຕອບສະໜອງໃຫ້ທັງຕະຫຼາດພາຍໃນ ປະເທດທີ່ມີຈຳນວນພົນລະເມືອງ 92 ລ້ານຄົນ ແລະ ຕະຫຼາດສົ່ງອອກທີ່ມີຈຳນວນພົນລະເມືອງ 7 ຕື້ຄົນໃນທົ່ວໂລກ.
      ບັນດາຈຸດເດັ່ນໃນ “ພາບພົດການສົ່ງອອກຜະລິດຕະພັນກະເສດ” ຢັ້ງຢືນວ່າ ກະສິກຳສືບຕໍ່ແມ່ນໜຶ່ງໃນຂົງເຂດ “ປາຍແຫຼມ” ຂອງພື້ນຖານເສດຖະກິດ, ສ້າງປະຖົມປັດໄຈເພື່ອໃຫ້ຂະແໜງວາງອອກຄາດໝາຍສູງກ່ວາໃນຊຸມປີຕໍ່ໄປ ບັນລຸການເຕີບໂຕສູງ, ນຳມາເຊິ່ງວົງເງິນການຄ້າທີ່ໃຫຍ່ໃຫ້ແກ່ພື້ນຖານເສດຖະກິດ.
 (ແຫຼ່ງຄັດຈາກ VOV)
 


top