ຂ່າວສານ

ບັນດາຄຳສັ່ງດ້ານບໍລິຫານ ຈະຖືກປະຕິບັດໃນໄລຍະ 10 ມື້ທຳອິດຂອງອຳນາດການປົກຄອງໃໝ່ ຂອງ ອາເມລິກາ

      ວັນທີ 16 ມັງກອນ ຄະນະມອບໂອນສິດອຳນາດຂອງອຳນາດການປົກຄອງ ຂອງປະທານາທິບໍດີ ຜູ້ຫາກໍ່ຮັບຊະນະໃນການເລືອກຕັ້ງ ໂຈ ໄບເດັນ ໄດ້ແຈ້ງໃຫ້ຊາບວ່າ ຈະປະກາດໃຊ້ຄຳສັ່ງບໍລິຫານ 10 ຄຳສັ່ງໃນຮອບ 10 ມື້ທຳອິດຂອງອາຍຸການ ແນໃສ່ແກ້ໄຂວິກິດການທີ່ໄດ້ຮັບຖືວ່າ ແມ່ນຮ້າຍແຮງທີ່ສຸດໃນປະຫວັດສາດຂອງ ອາເມລິກາ
ປະທານາທິບໍດີ ຜູ້ຫາກໍ່ຮັບຊະນະໃນການເລືອກຕັ້ງ ໂຈ ໄບເດັນ
      ບັນດາຄຳສັ່ງບໍລິຫານຈະສຸມໃສ່ແກ້ໄຂ ວິກິດການດ້ານສາທາລະນະສຸກ ຍ້ອນໂຄວິດ - 19 ກໍ່ຂຶ້ນ, ວິກິດການດ້ານເສດຖະກິດ, ວິກິດການດ້ານດິນຟ້າອາກາດ ແລະ ວິກິດການເຊື້ອຊາດຜິວພັນ. ພ້ອມກັບບັນດາລັດຖະດຳລັດບໍລິຫານ, ມີໂຄງການນິຕິບັນຍັດສະບັບໜຶ່ງ ກໍ່ຈະໄດ້ຮັບການປະຕິບັດແນໃສ່ຊ່ວຍກູ້ຊາວອາເມລິກາ ນັບລ້ານຄົນ ທີ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ນອກຈາກບັນດາລັດຖະດຳລັດບໍລິຫານແລ້ວ ທ່ານ ໄບເດັນ ຍັງມີແຜນການສະເໜີກະຊວງສຶກສາ ອາເມລິກາ ຕໍ່ກຳນົດເວລາຢຸດຊົ່ວຄາວ ການເກັບບັນດາບ້ວງໜີ້ສິນ ກໍ່ຄືຄ່າດອກເບ້ຍ ຂອງບັນດາບ້ວງເງິນກູ້ຂອງນັກສຶກສາ, ເຂົ້າຮ່ວມໃນສັນຍາດິນຟ້າອາກາດ ປີຣີ ຄືນໃໝ່ ແລະ ຍົກເລີກຄຳສັ່ງຫ້າມການໄປມາ ຂອງອຳນາດການປົກຄອງຂອງປະທານາທິບໍດີ ໂດໂນທຣຳ ກັບ 7 ປະເທດອິດສະລາມ. 
(ແຫຼ່ງຄັດຈາກ VOV)

top