ຂ່າວສານ

ບັນດາການເຄື່ອນໄຫວເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2562

ວັນທີ 22 ພຶດສະພາ, ຄະນະປະຕິບັດງານກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນໂທ ບຸຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ ໄດ້ນຳໜ້າຄະນະຜູ້ແທນ ໄປຢ້ຽມຢາມ ແລະ ອວຍພອນສະມາຄົມພຸດທະສາສະໜາຫວຽດນາມ ແລະ ບັນດາພະສົງສຳມະເນນ, ພຸດທະສາສະນິກະຊົນ ເນື່ອງໃນໂອກາດ ວັນບຸນວິສາຂະບູຊາ, ພສ 2562

ທ່ານຮອງລັດຖະມົນຕີບຸຍວັນນາມມອບດອກໄມ້ອວຍພອນາສະມາຄົມພຸດທະສາສະໜາຫວຽດນາມ
ເນື່ອງໃນໂອກາດ ວັນບຸນວິສາຂະບູຊາ, ພສ 2562

(ພາບ: cand.vn)
ທ່ານຮອງລັດຖະມົນຕີ ບຸຍວັນນາມ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ ສະມາຄົມພຸດທະສາສະໜາຫວຽດນາມ ທີ່ມີຕໍ່ກັບພາລະກິດການປະຕິວັດຂອງຊາດເວົ້າລວມ, ຕໍ່ກັບກຳລັງຕຳຫຼວດປະຊາຊົນເວົ້າສະເພາະ. ໃນໄລຍະຈະມາເຖິງ, ສະມາຄົມພຸດທະສາສະໜາຫວຽດນາມ  ແລະ ບັນດາພະສົງສຳມະເນນ, ພຸດທະສາສະນິກະຊົນ ສືບຕໍ່ສວມບົດບາດສຳຄັນໃນກຸ່ມມະຫາສາມັກຄີຂອງຊາດ, ຕັ້ງໜ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ, ປະກອບສ່ວນສ້າງສາປະເທດຊາດ, ສ້າງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບອີ່ມໜຳສຳລານ ແລະ ຜາສຸກ.

        ແລະກໍໃນວັນດຽວກັນ, ຄະນະການນຳ ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນມາມ ແຂວງຫວິງລອງ ກໍໄດ້ໄປຢ້ຽມຢາມ ແລະ ອວຍພອນສະພາບໍລິຫານງານ ສະມາຄົມພຸດທະສາສະໜາຫວຽດນາມ ແຂວງຫວິງລອງ ເຊັ່ນດຽວກັນ.
 
(ແຫຼ່ງຄັດຈາກ VOV)

top