ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ ວັນຊາດ ທີ 2 ກັນຍາ

      ຕອນຄ່ຳວັນທີ 1 ກັນຍາ, ຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະແດງສິລະປະພິເສດດ້ວຍຫົວຂໍ້ວ່າ: ປະເທດຊາດບໍ່ມີວັນໃດງາມຄືແນວນັ້ນ”. ລາຍການໄດ້ນຳມາເຊິ່ງບັນດາອາລົມຈິດກ່ຽວກັບປະເທດຊາດ, ຊາວຫວຽດນາມ ຜ່ານບັນດາບົດເພງທີ່ເດີນທາງຕາມວັນເວລາທີ່ສະຫງ່າອົງອາດຂອງປະເທດຊາດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະແດງສິລະປະພິເສດ
(ພາບ: toquoc.vn) 
      ໃນເວລາ 6 ໂມງເຊົ້າຂອງວັນທີ 2 ກັນຍາ, ຢູ່ສະໜາມຫຼວງ ບາດິ່ງ, ພິທີເຄົາລົບທຸງຊາດໄດ້ດຳເນີນໄປຢ່າງເຂັ້ມງວດ ໂດຍມີການເຂົ້າຮ່ວມຂອງ ປະຊາຊົນເປັນຈຳນວນຫຼວງຫຼາຍ. ໃນຊຸມວັນນີ້, ນັບແຕ່ຕອນເຊົ້າ ປະຊາຊົນຫວຽດນາມາຈາກທຸກແຖບຖິ່ນໃນທົ່ວປະເທດໄດ້ເຂົ້າສຸສານເພື່ອໄວ້ອາໄລປະທານໂຮ່ຈີມິນ.
        ຕອນຄ່ຳວັນທີ 1 ກັນຍາ, ຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະແດງສິລະປະພິເສດດ້ວຍຫົວຂໍ້ວ່າ: “ປະເທດຊາດບໍ່ມີວັນໃດງາມຄືແນວນັ້ນ”. ລາຍການໄດ້ນຳມາເຊິ່ງບັນດາອາລົມຈິດກ່ຽວກັບປະເທດຊາດ, ຊາວຫວຽດນາມ ຜ່ານບັນດາບົດເພງທີ່ເດີນທາງຕາມວັນເວລາທີ່ສະຫງ່າອົງອາດຂອງປະເທດຊາດ.
        ແລະກໍ່ໃນວັນທີ 1 ກັນຍາ, ສູນສຳເນົາເອກະສານແຫ່ງຊາດ III ໄດ້ເປີດສະຫຼອງ ງານວາງສະແດງ “ທຸງຊາດ, ເພງຊາດ, ເຄື່ອງໝາຍແຫ່ງຊາດ: ສັນຍາລັກທີ່ມີຄວາມພາກພູມໃຈແຫ່ງຊາດ ຫວຽດນາມ”
 (ແຫຼ່ງຄັດຈາກ VOV)


top