ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 46 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບຢູ່ພາຍໃນແລະຕ່າງປະເທດ

      ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ 2 ຝັ່ງແມ່ນ້ຳຮ່ຽນເລືອງ-ເບັ໊ນຫາຍ, ໂດຍຕາງໜ້າໃຫ້ທົ່ວປະເທດ, ແຂວງ ກວາງຈີ້ ໄດ້ຈັດພິທີຊັກທຸງ “ໂຮມປະເທດຊາດເປັນເອກະພາບ” ຢ່າງສົມກຽດ
ພິທີຊັກທຸງ “ໂຮມປະເທດຊາດເປັນເອກະພາບ”
(ພາບ: TTXVN)
      ຕອນເຊົ້າວັນທີ 30 ເມສາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ 2 ຝັ່ງແມ່ນ້ຳຮ່ຽນເລືອງ-ເບັ໊ນຫາຍ, ໂດຍຕາງໜ້າໃຫ້ທົ່ວປະເທດ, ແຂວງ ກວາງຈີ້ ໄດ້ຈັດພິທີຊັກທຸງ “ໂຮມປະເທດຊາດເປັນເອກະພາບ” ຢ່າງສົມກຽດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ (30 ເມສາ) ແລະ ສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍແຂວງ ກວາງຈີ້ (01 ພຶດສະພາ). ເຂົ້າຮ່ວມເຫດການ, ທ່ານອະດີດນັກຮົບເກົ່າ ຫງວຽນຢຸຍເຕີນ, ໄດ້ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ.
        “ພາຍຫຼັງ 46 ປີ, ຂ້າພະເຈົ້າໄດ້ກັບຄືນແຫ່ງນີ້ເຂົ້າຮ່ວມພິທີຊັກທຸງ. ເມື່ອທຸງຊາດໄດ້ດຶງຂຶ້ນຍອດເສົາ, ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນໃນໃຈ, ນັ້ນແມ່ນຄວາມທະນົງອົງອາດຂອງຕົນເອງ ເຊິ່ງແມ່ນຕຳຫຼວດ ຮ່ຽນເລືອງ ຜູ້ໜຶ່ງ, ພ້ອມທັງແມ່ນຄວາມທະນົງອົງອາດຂອງປະຊາຊົນທົ່ວປະເທດອີກດ້ວຍ”.
        ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ, ຕອນຄ່ຳວັນທີ 29 ເມສາ, ຄະນະຈັດຕັ້ງພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ນະຄອນໂຮ່ຈີມິນ ໄດ້ຈັດລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ “ບົດເພງໄຊລະດູບານໃໝ່” ຢູ່ຖະໜົນຍ່າງ ຫງວຽນເຫ້ວ.
        ໃນວັນດຽວກັນ, ຢູ່ສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ ໄດ້ຈັດງານວາງສະແດງ “ທົ່ວປະເທດມີຄວາມເປີດບ່ານມ່ວນຊື່ນ”. ງານວາງສະແດງໄດ້ແນະນຳພາບຖ່າຍເກືອບ 100 ແຜ່ນ, ດ້ວຍ 3 ຫົວເລື່ອງເນື້ອໃນຄື: ຈຸດເວລາປະຫວັດສາດ; ຮ່າໂນ້ຍ ວັນທີ 30 ເມສາ 1975; ໄຊງ່ອນ ວັນທີ 30 ເມສາ 1975.
        ແລະກໍ່ໃນວັນທີ 29 ເມສາ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ, ສະມາຄົມມິດຕະພາບລັດເຊຍ - ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 46 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ ເຊັນດຽວກັນ.
(ແຫຼ່ງຄັດຈາກ VOV)

top