ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາກໃຕ້

ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດເນື່ອງໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 42 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້
      ເນື່ອງໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 42 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ຕອນ​ຄ່ຳ​ວັນ​ທີ 30/4 ຢູ່​ສວນ​ສາ​ທາ​ລະ​ນະ ອະ​ນຸ​ສາ​ວະ​ລີ ປະ​ທານ​ໂຮ່​ຈິ​ມິນ, ໄດ້​ຈັດ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ ຊຶ່​ງ ໄດ້​ວາດ​ພາບ​ເຖິງໄລ​ຍະ​ທາງ​ແຫ່ງ​ປະ​ຫັວດ​ສາດ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ຊາດ​ຫວຽດ​ນາມ.
      ໃນ​ຕອນ​ຄ່ຳ​ຂອງວັນ​ດຽວ​ກັນ, ຢູ່​ແຂວງກວາງ​ຈິ ໄດ້​ຈັດ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ​ທີ່​ມີ​ຫົວ​ຂໍ້ “ ກວາງ​ຈິ-ຄວາມ​ຊົງ​ຈຳ​ດ້ວຍ​ບັນ​ດາ​ລຳ​ແມ່​ນ້ຳ ”. ກ່​າວ​ຄຳ​ເຫັນ​ທີ່​ລາຍ​ການ, ນັກ​ຂ່າວ ຖ້ວນ​ຮີ້ວ ຫົວ​ໜ້າ​ບັນ​ນາ​ທິ​ການ​ໃຫ​ຍ່​ໜັງ​ສື​ພິມ ເຍີນ​ເຢີນ ສຽງ​ຂອງ​ສູນ​ກາງພັກກອມ​      “ໃນ​ທ່າມ​ກາງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຂອງວັນ​ບຸນ​ປະ​ເທດ​ຊາດ​ໄດ້​ໂຮມ​ເຂົ້າ​ກັນ​ເປັນ​ເອ​ກະ​ພາບ, ສະ​ເຫຼີມ​ສະຫຼອງວັນ​ມະ​ຫາໄຊ, ພວກ​ເຮົາ​ໄດ້​ມີ​ໜ້າ​ຢູ່ນີ້​ເພື່ອ​ທົບ​ທວນ​ຄືນ​ອະ​ດີດ​ຕະ​ການ​ທີ່​ສະ​ຫງ່າ​ອົງ​ອາດ​ຂອງ​ຊາດ, ​ສະ​ເຫຼີມ​ສະຫຼອງ 42 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, 45 ປີ​ແຫ່ງວັນ​ປົດ​ປ່ອຍ​ແຂວງ ກວາງ​ຈິ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ບັນ​ດາ​ນັກ​ຮົບ​ເກົ່າ, ແມ່​ຫວຽດ​ນາມ​ວິ​ລະ​ຊົນ ແລະ ບັນ​ດາ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊ​າດ”.
 (ແຫຼ່ງຄັດຈາກ VOV)
 

top