ຂ່າວສານ

ບັນດາການເຄື່ອນໄຫວມ່ງໄປສູ່ພາກກາງ, ຮີບເຮັ່ງຊ່ວຍກູ້ປະຊາຊົນເຂດຖືກນ້ຳຖ້ວມ

ຕາມຕົວເລກຂອງຫ້ອງການປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ, ຝົນຕົກນ້ຳແກ່ງຖ້ວມຢູ່ພາກກາງ ໄດ້ສົ່ງຜົນສະທ້ອນເຖິງ 6 ແຂວງ, ນະຄອນ ເຮັດໃຫ້ 106 ຄົນເສຍຊີວິດ, ຫລາຍຄົນຫາຍສາບສູນ, ສະຖານທີ່ຫລາຍແຫ່ງຖືກນ້ຳຖ້ວມ. ບັນດາການເຄື່ອນໄຫວກູ້ຊີບພວມຮີບເຮັ່ງດຳເນີນໄປ.

ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ຮ່າໂນ້ຍ ໄດ້ຮັບການບໍລິຈາກສະໜັບສະໜູນປະຊາຊົນພາກກາງ. ພາບ:  hanoimoi.com.vn

 ຢູ່ແຂວງ ກ໋ວາງຈິ້, ໄລ່ຮອດວັນທີ 20 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກ໋ວາງຈິ້ ໄດ້ຮັບເອົາເງິນສົດ 20 ຕື້ດົ່ງ ແລະ ສິນຄ້າ, ສະບຽງອາຫານທີ່ມີມູນຄ່າກ່ວາ 10 ຕື້ດົ່ງ ໂດຍບັນດາຫົວໜ່ວຍ, ສ່ວນບຸກຄົນໜູນຊ່ວຍໃຫ້ພໍ່ແມ່ປະຊາຊົນໃນເຂດຖືກໄພນ້ຳຖ້ວມ.

        ວັນທີ 20 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ຮ່າໂນ້ຍ ໄດ້ຮັບການບໍລິຈາກສະໜັບສະໜູນປະຊາຊົນພາກກາງແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກໜັກ, ນ້ຳແກ່ງຖ້ວມ ດ້ວຍຈຳນວນເງິນກ່ວາ 22 ຕື້ດົ່ງ ແລະ ບັນດາປະເພດສິນຄ້າອື່ນໆ.

        ຕອນເຊົ້າວັນທີ 20 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ເທື່ອທຽນເຫ້ວ ໄດ້ຮັບເອົາເງິນສົດກ່ວາ 20,5 ຕື້ດົ່ງ ຈາກບັນດາຫົວໜ່ວຍ, ພ້ອມທັງສົ່ງເຄື່ອງໃຊ້ປະຈຳວັນຫລາຍພັນພູດມາໃຫ້ປະຊາຊົນເຂດຖືກນ້ຳແກ່ງຖ້ວມໃນແຂວງ.

        ແລະກໍ່ໃນວັນດຽວກັນ, ທີ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ພະນົມເປັນ, ຄະນະພັກສະຖານທູດ ຫວຽດນາມ ປະຈຳກຳປູເຈຍ ໄດ້ຈັດຕັ້ງການບໍລິຈາກເງິນເພື່ອສະໜັບສະໜູນພໍ່ແມ່ປະຊາຊົນພາກກາງຖືກພະຍຸ, ນ້ຳແກ່ງຖ້ວມ. ດ້ວຍຍອດຈຳນວນເງິນບໍລິຈາກໄດ້ເກືອບ 36.000 USD.

(ແຫຼ່ງຄັດຈາກ VOV)


top