ຂ່າວສານ

ບັນດາການຢ້ຽມຢາມຂັ້ນສູງຊ່ວຍໃຫ້ ຫວຽດນາມ ແລະ ຈີນ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ

      ວັມທີ 12 ກໍລະກົດ, ເຊິ່ງແມ່ນວັນສຸດທ້າຍໃນການຢ້ຽມຢາມຈີນຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ. ຫາງສຽງຈີນຖືວ່າບັນດາການຢ້ຽມຢາມຂັ້ນສູງລະຫວ່າງ ຫວຽດນາມ ແລະ ຈີນ ບໍ່ພຽງແຕ່ຊ່ວຍຊຸກຍູ້ການຮ່ວມມືດ້ານການເມືອງລະຫວ່າງສອງຝ່າຍເທົ່ານັ້ນ, ຫາກຍັງຊ່ວຍປະຊາຊົນສອງປະເທດເພີ່ມທະວີຄວານເຂົ້າໃຈເຊິ່ງກັນແລະກັນອີກດ້ວຍ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງຽວນທິກິມເງິນ ພົບປະເຈລະຈາກັບ
ທ່ານ ປະທານປະເທດຈີນ ສີຈິ້ນຜິງ (ພາບ: TTXVN)
      ທ່ານ ຢ໋າງຕາມຈື໋ ນັກຊ່ຽວຊານຄົ້ນຄ້ວາກ່ຽວກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງສະຖາບັນວິທະຍາສາດ ສັງຄົມ ຈີນໄດ້ຢ້ັງຢືນເຖິງ ຄວາມສຳຄັນທາງການທູດລະຫວ່າງປະມຸກລັດສອງປະເທດ ຫວຽດນາມ - ຈີນ, ທ່ານຖືວ່າຕ້ອງຮັກສາບັນດາການຢ້ຽມຢາມຂັ້ນສູງລະຫວ່າງການນຳສອງປະເທດ.
        ທ່ານ ຊວັນຈຽນຈຸງ ຜູ້ອຳນວຍການສະຖະບັນພາສາຕ່າງປະເທດ ຫື໊ວເບ ເຊິ່ງແມ່ນມະຫາວິທະຍາໄລທີ່ບຳລຸງສ້າງນັກສຶກສາຮຽນພາສາ ຫວຽດນາມ ຫຼາຍກ່ວາໝູ່ຂອງຈີນ ໃຫ້ຮູ້ວ່າ ບັນດານການເຄື່ອນໄຫວຢູ່ນອກການຢ້ຽມຢາມຄັ້ງນີ້ ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຮັດໃຫ້ທ່ານມີມູນມອງທີ່ໃໝ່ອ່ຽມກ່ຽວກັບ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)


top