ຂ່າວສານ

ບັນດາການນຳລັດເຊຍ-ຈີນ ຈະອອກຖະແຫຼງການຮ່ວມກ່ຽວກັບການພົວພັນສາກົນ

      ຖະແຫຼງການກ່ຽວກັບການພົວພັນສາກົນ ກ້າວເຂົ້າສູ່ສັງກະລາດໃໝ່, ກ່ຽວກັບການພັດທະນາແບບຍືນຍົງທົ່ວໂລກ ໄດ້ກະກຽມໄວ້ກ່ອນການພົບປະເຈລະຈາ ແລະ ຈະສ່ອງແສງໃຫ້ເຫັນທັດສະນະລວມຂອງລັດເຊຍ ແລະ ຈີນ ກ່ຽວກັບບັນດາບັນຫາສາກົນທີ່ສຳຄັນທີ່ສຸດ, ລວມທັງບັນຫາຄວາມໝັ້ນຄົງ.
ປະທານາທິບໍດີລັດເຊຍ  Vladimir Putin ແລະ ປະທານປະເທດຈີນ ສີຈິ້ນຜິງ (ພາບ: rianovosti)
       ທ່ານ Yuri Ushakov ຜູ້ຊ່ວຍວຽກຂອງປະທານາທິບໍດີລັດເຊຍ ໃຫ້ຮູ້ວ່າ, ໃນວັນທີ 4 ກຸມພາ, ປະທານາທິບໍດີລັດເຊຍ  Vladimir Putin ແລະ ປະທານປະເທດຈີນ ສີຈິ້ນຜິງ ຈະຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການພົວພັນສາກົນ ກ້າວເຂົ້າສູ່ສັງກະລາດໃໝ່. ຖະແຫຼງການກ່ຽວກັບການພົວພັນສາກົນ ກ້າວເຂົ້າສູ່ສັງກະລາດໃໝ່, ກ່ຽວກັບການພັດທະນາແບບຍືນຍົງທົ່ວໂລກ ໄດ້ກະກຽມໄວ້ກ່ອນການພົບປະເຈລະຈາ ແລະ ຈະສ່ອງແສງໃຫ້ເຫັນທັດສະນະລວມຂອງລັດເຊຍ ແລະ ຈີນ ກ່ຽວກັບບັນດາບັນຫາສາກົນທີ່ສຳຄັນທີ່ສຸດ, ລວມທັງບັນຫາຄວາມໝັ້ນຄົງ.
      ທ່ານຍັງໃຫ້ຮູ້ວ່າ, ພາຍຫຼັງການພົບປະເຈລະຈາ, ຈະມີແຜນການຮັບປະທານອາຫານແລງນຳກັນ. ຮູບການດັ່ງກ່າວຈະຊ່ວຍໃຫ້ການນຳສອງທ່ານສາມາດປຶກສາຫາລືບັນດາບັນຫາສາກົນ ແລະ ບັນຫາຂອງສອງຝ່າຍທີ່ສຳຄັນທີ່ສຸດຢ່າງກົງໄປກົງມາ ແລະ ມີຄວາມໄວ້ເນື້ອເຊື່ອໃຈ. ຕາມແຜນການ, ປະທານາທິບໍດີລັດເຊຍ  Vladimir Putin ຈະເຂົ້າຮ່ວມພິທີໄຂງານມະຫາກຳກິລາໂລກ Olympic ລະດູໜາວຄັ້ງທີ 24 ຢູ່ປັກກິງ.
(ແຫຼ່ງຄັດຈາກ VOV)


top