ຂ່າວສານ

ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນມານະພະຍາຍາມປະຕິບັດວຽກງານກະກຽມ SEA Games 31 ໃຫ້ສຳເລັດ

ມາຮອດປະຈຸບັນ, ບັນດາວຽກງານກະກຽມຈັດງານມະຫາກຳກິລານີ້ໄດ້ສຳເລັດໂດຍພື້ນຖານແລ້ວ, ພ້ອມແລ້ວຮັບໃຊ້ໃຫ້ງານບຸນກິລາໃຫຍ່ທີ່ສຸດຢູ່ພາກພື້ນ.

ມາຮອດປະຈຸບັນ, ບັນດາວຽກງານກະກຽມຈັດງານມະຫາກຳກິລານີ້ໄດ້ສຳເລັດໂດຍພື້ນຖານແລ້ວ, ພ້ອມແລ້ວຮັບໃຊ້ໃຫ້ງານບຸນກິລາໃຫຍ່ທີ່ສຸດຢູ່ພາກພື້ນ.

    

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ. (ພາບ: TTXVN)

ຕອນບ່າຍວັນທີ 22 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (SEA Games 31), ໄດ້ເປັນປະທານກອງປະຊຸມກ່ຽວກັບວຍກງານກະກຽມຈັດຕັ້ງ SEA Games 31.

ຕາມຄະນະຈັດຕັ້ງ SEA Games 31 ແລ້ວ, ມາຮອດປະຈຸບັນ, ບັນດາວຽກງານກະກຽມຈັດງານມະຫາກຳກິລານີ້ໄດ້ສຳເລັດໂດຍພື້ນຖານແລ້ວ, ພ້ອມແລ້ວຮັບໃຊ້ໃຫ້ງານບຸນກິລາໃຫຍ່ທີ່ສຸດຢູ່ພາກພື້ນ.

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງ ສືບຕໍ່ປະຕິບັດສຳເລັດວຽກງານກະກຽມໃຫ້ແກ່ SEA Games 31, ກະກຽມໃຫ້ແກ່ພິທີໄຂ, ພິທີອັດຢ່າງລອບຄອບທີ່ຖ້ວນ; ຈັດພາຫະນະດ້ານຄົມມະນາຄົມຮັບໃຊ້ຄະນະນັກກິລາ… ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເອົາໃຈໃສ່ເປັນພິເສດ, ຮັບປະກັນວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ-19 ໃນເວລາຈັດ SEA Games 31.

(ແຫຼ່ງຄັດຈາກ VOV)


top