ຂ່າວສານ

ບັນດາກອງປະຊຸມໃນຂອບເຂດກອງປະຊຸມຄັ້ງທຳອິດບັນດາເຈົ້າໜ້າທີ່ຂັ້ນສູງ APEC (SOM1)

ຫວຽດ​ນາມ ຍົກ​ອອກຫຼາຍ​ຂໍ້​ລິ້​ເລີ່​ມ​ຮ​ັບ​ມື​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ
      ໃນ​ຂອບ​ເຂດ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ APEC (SOM1) ທີ່​ດຳ​ເນີນ ຢູ່​ນະຄອນ ຍາ​ຈາງ, ​ແຂວງ ​ແຄ໋ງຮ່ວາ ແຕ່​ວັນ​ທີ 18/2-3/3 ນັ້ນ, ຈະ​ດຳ​ເນີນ​ບັນດາ​ກອງ​ປະຊຸມ: ກອງ​ປະຊຸມ​ຄັ້ງ​ທີ 9 ກຸ່ມ​ກົນ​ໄກ​ຄູ່​ຮ່ວມ​ມື​ນະ​ໂຍບາຍ ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ປ່ຽນ​ໃໝ່ APEC (PPSTI-9), ການ​ປະຊຸມ​ຄັ້ງ​ທຳ​ອິດ ອະນຸ​ກຳມະການ​ມາດຕະຖານ ​ແລະ ການ​ຮ່ວມ​ມື APEC (SCSC – 1) ​ແລະ ການ​ປະຊຸມ​ຄັ້ງ​ທີ 44 ກຸ່ມ​ນັກ​ຊ່ຽວຊານ APEC ກ່ຽວ​ກັບ​ຊັບ​ສິນ​ທາງ​ປັນຍາ (IPEG-44).
      ກ່າວ​ຄວາມ​ເຫັນ​ທີ່​ການ​ປະຊຸມ​ຄັ້ງ​ທີ 11 ກຸ່ມ​ປະຕິບັດ​ງານ​ກະກຽມ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດຢ່າງ​ຮີບ​ດ່ວນ APEC, ທ່ານ ​ເຈິ່ນກວາງ​ຮ່ວາຍ, ກຳມະການ​ຜູ້​ປະຈຳການ ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ ຢູ່ ຫວຽດນາມ, ​ໃຫ້​ຮູ້​ວ່າ ​ເພື່ອ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ລັດຖະບານ ຫວຽດນາມ ​ໄດ້​ມີ​ຫຼາຍ​ມາດ​ຕະການ​ສຳຄັນ, ພິ​ເສດ​ແມ່ນ​ພວມ​ປັບປຸງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ​ຮອດ​ປີ 2025, ວິ​ໄສ​ທັດ​ເຖິງ​ປີ 2030. ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ປະຕິບັດ​ງານ APEC, ທ່ານ​ເຈິ່ນກວາງ​ຮ່ວາຍ, ​ໃຫ້​ຮູ້​ວ່າ:
      “​ໃນ​ປີ APEC 2017, ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ຄວນ​ບຸລິ​ມາ​ສິດ​ເພີ່ມ​ທະວີ​ຊຸກຍູ້​ການ​ຄົ້ນ​ຄ້ວາ, ການ​ໝູນ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ວຽກ​ງານ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຢ່າງ​ຮີບ​ດ່ວນ. ຜ່ານ​ການ​ເຄື່ອນ​ໄຫວ​ກຸ່ມ​ປະຕິບັດ​ງານ,ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ທັດສະນະ​ຂອງ ຫວຽດນາມ ​ແລະ ພ້ອມ​ກັນ​ເຂົ້າ​ຮ່ວມ​ຮ່າງບາງ​ຂໍ້​ສະ​ເໜີລວມກ່ຽວ​ກັບ “​ການ​ເພີ່ມ​ທະວີ​ດ້ານ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມາດ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ“ ​ເພື່ອ​ຍື່ນ​ສະ​ເໜີ​ ການ​ນຳ​ບັນດາ​ພື້ນຖານ​ເສດ​ຖະກິດ APEC ຮັບຮອງ​ເອົາ​ໃນ​ປີ 2017“.
ຕາມ​ລາຍການ​ດຳ​ເນີນ​ງານ​ຂອງ PPSTI-9 ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC ຈະ​ປຶກສາ​ຫາລື, ອັບ​ເດັດ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ບັນດາ​ໂຄງການ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ ຮັບຮອງ​ເອົາ​ບັນດາ​ໂຄງການ​ຮ່ວມ​ມື​ໃໝ່​ໃນ​ຂອບ​ເຂດ PPSTI; ປຶກສາ​ຫາລື, ສະ​ເໜີ​ທິດ​ທາງ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ PPSTI ກັບ​ບັນດາ​ອະນຸ​ກຳມະການ, ກຸ່ມ​ປະຕິບັດ​ງານ​ອື່ນໆ​ໃນ​ຂອບ​ເຂດ​ກົນ​ໄກ​ຮ່ວມ​ມື APEC.
      ​ໃນ​ຂອບ​ເຂດ​ການ​ປະຊຸມ SCSC – 1 ຈະ​ມີ​ສອງ​ເຫດການ​ແມ່ນ: ການ​ປະຊຸມ​ຂອງ​ບັນດາ​ອົງການ​ສະ​ເພາະ​ຂະ​ແໜງ​ພາກ​ພື້ນ APEC (SRB) ​ແລະ ກອງ​ປະຊຸມ​ຂອງ​ອະນຸ​ກຳມະການ​ມາດຕະຖານ ​ແລະ ການ​ຮ່ວມ​ມື SCSC. ບັນດາ​ກອງ​ປະຊຸມ​ນີ້​ສຸມ​ໃສ່​ແລກປ່ຽນ​ບັນດາ​ເນື້ອ​ໃນ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ມາດຕະຖານ, ຕີ​ລາຄາ​ວຽກ​ງານ​ຮ່ວມ​ມາດຕະຖານ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຫັນ​ເປັນ​ການ​ຄ້າ​ໃນ​ພາກ​ພື້ນ APEC ຢ່າງ​ສະດວກ, ບຸລິ​ມາ​ສິດ​ໃນ​ການ​ຊຸກຍູ້​ພື້ນຖານ​ເສດຖະກິດ​ດີ​ຈີ​ຕອນ ​ໃນ​ສະພາບ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4; ​ແບ່ງປັນ​ການ​ປະຕິບັດ​ຂໍ້​ກຳນົດ​ທີ່​ດີ (GRP).
      ສ່ວນ​ການ​ປະຊຸມ IPEG-44 ຈະ​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ຄື: ​ເພີ່ມ​ທະວີ​ການ​​ເຈລະຈາ​ກ່ຽວ​ກັບ​ນະ​ໂຍບາຍ​ຊັບ​ສິນ​ທາງ​ປັນຍາ ​ແລະ ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ລະບົບ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ; ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ກ່ຽວ​ກັບ​ຊັບ​ສິນ​ທາງ​ປັນຍາ​ໃຫ້​ບັນດາ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ ​ແລະ ດ້ອຍ​ພັດທະນາ; ຍູ້​ແຮງ​ການ​ໂຄສະນາ, ຍົກ​ສູງ​ຄວາມ​ຮູ້​ຂອງ​ມະຫາຊົນ​ກ່ຽວ​ກັບ​ຊັບ​ສິນ​ທາງ​ປັນຍາ.
 (ແຫຼ່ງຄັດຈາກ VOV)

top