ວິຖີຊີວິດ ຂອງ ຄົນ ຫວຽດ

ບັນດາ “ນັກຮົບ” ງຽບໆ ຢູ່ທະເລ ກູ່ລາວຈ່າມ

ທີມລາດຕະເວນ ຄວບຄຸມທະເລ ກູ່ລາວຈ່າມ ປະກອບມີ 18 ຄົນ. ວຽກງານ ປະຈຳວັນ ຂອງ ເຂົາເຈົ້າ ແມ່ນ ໃກ້ຊິດທ້ອງ ທະເລ, ລອຍລ່ອງເທິງ ກະແສຄື້ນນ້ຳທະເລ ແລະ ດຳນໍ້າ ຢູ່ ໃຕ້ທ້ອງທະເລ ເພື່ອປົກປັກຮັກສາ ລະບົບນິເວດ ທະເລ ກູ່ລາວ ຈ່າມ, ເພື່ອສ້າງສິ່ງແວດລ້ອມ ທ່ີເໝາະສົມ ສໍາລັບທ່ີຢູ່ອາໄສ ໃຫ້ແກ່ບັນດາປະເພດສັດ ແລະ ພືດທະເລ. 
ພື້ນທ່ີຫຼັກຂອງ ເຂດສະຫງວນ ຊີວະພາບ ແລະ ຊີວະນາໆ ພັນ ໂລກ ກູ່ລາວຈ່າມ (ແຂວງ ກວາງນາມ) ມີເນື້ອທີ່ 2.471 ເຮັກ ຕາ ດ້ວຍຄຸນລັກສະນະ ເປັນລະບົບນິເວດປ່າໄມ້ ແລະ ທະເລ ເຊັ່ນ: ກຸ່ມປາກະລັງ, ຫຍ້າທະເລ, ປ່າຊົມໃຊ້ສະເພາະ ແລະ ອື່ນໆ... ຢູ່ທີ່ນີ້ ວົງການຄົ້ນຄວ້າ ໄດ້ຄົ້ນພົບ ປາກະລັງກ່ວາ 311 ກຸ່ມ, ປະມານ 300 ຊະນິດ, ເຊິ່ງ ໃນນັ້ນ ປາກະລັງອ່ອນ ກວມເອົາເປັນສ່ວນຫຼາຍ, ລະດັບ ປາກະລັງ ປົກຄຸມສະເລັ່ຍ 41%; ມີຫຍ້າທະເລ 50 ເຮັກຕາ ກັບ 5 ຊະນິດ, ລະດັບປົກ ຄຸມສະເລັ່ຍ 15 – 25 %; ຕາວທະເລ 76 ຊະນິດ, ປາຫຼາຍ ກວ່າ 270 ຊະນິດ, ສັດມີໜັງໜາມ 11 ຊະນິດ... ມາຮອດປັດ ຈຸບັນ, ລະບົບນິເວດທະເລ ຢູ່ທີ່ນີ້ ຍັງຄົງໄດ້ຮັບ ອະນຸລັກຮັກ ສາ ເກືອບຄືເກົ່າ. ເພື່ອບັນລຸໄດ້ ສິ່ງດັ່ງກ່າວ ແມ່ນມີການປະ ກອບສ່ວນ ບໍ່ ໜ້ອຍ ຂອງ ທີມກວດກາ ລາດຕະເວນ ສັງກັດ ຄະນະຄຸ້ມຄອງ ທະເລ ກູ່ລາວຈ່າມ. 
 

ທີມລາດຕະເວນ ກູ່ລາວຈ່າມ ກວດກາ, ວັດແທກ ເນື້ອທີ່ບັນ ດາກຸ່ມປາກະລັງ. ພາບ: ຟອງທູ


ໃນເວລາລາດຕະເວນ ຢູ່ພື້ນທະເລ, ທີມຍັງຮັບຜິດຊອບ ທັງການເກັບ ແລະ ມ້ຽນ ຂີ້ເຫຍື້ອ ປຼາສຕິກ ທີ່ຕິດ ກັບກຸ່ມ ປາກະລັງ ອີກດ້ວຍ. ພາບ: ເຕິດເຊີນ


ບັນດາຕົວຢ່າງ ລະບົບນິເວດທະເລ ກູ່ລາວຈ່າມ ຈະໄດ້ ນຳຂຶ້ນມາ ເພື່່ອການຄົ້ນຄວ້າ ກ່ຽວກັບ ການຈະເລີນເຕີບໂຕ ຂອງມັນ ຢູ່ໃນຫ້ອງທົດລອງ. ພາບ: ເຕິດເຊີນ


ບັນດາຕົວເລກວັດແທດລະບົບນິເວດທະເລ ຈະໄດ້ບັນ ທຶກ ຢ່າງລະອຽດ ຢູ່ໃຕ້ພື້ນທະເລ. ພາບ: ຟອງທູ


ບັນດາຕົວແບບປາກະລັງຂະໜາດນ້ອຍ ໄດ້ຕໍ່, ປູກລ້ຽງ ແລະ ຂະຫຍາຍແນວພັນ ທີ່ເຂດປູກລ້ຽງ ສະເພາະ. ພາບ: ເຕິດເຊີນ


ບັນດາກຸ່ມປາກະລັງ ໄດ້ທີມງານລາດຕະເວນ ກູ່ ລາວ ຈ່າມ ຕໍ່ ແລະ ປູກລ້ຽງ ຢູ່ພື້ນທະເລ. ພາບ: ຟອງທູ

ແຕ່ລະມື້, ພ້ອມກັບບັນດາສະມາຊິກ ໃນທີມ, ນັກວິສະວະກອນ ຍິງສອງຄົນຄື ນາງ ຫງວຽນທິຖຸ໋ຍຮົ່ງ ແລະ ນາງ ເຈິ່ນທິເຟືອງ ຖາວ ໄດ້ເປບັ້ງອົກຊີ, ຮັດສາຍແອວກົ່ວທ່ີມີນໍ້າໜັກ ຫຼາຍສິບ ກິ ໂລ ແລະ ໂຍນຕົວລົງໄປໃນທະເລ ເປັນເວລາຫຼາຍຊົ່ວໂມງ ເພື່ອ ກໍາຈັດສິ່ງສົກກະປົກ, ຊຶ່ງທັງສອງເຮັດວຽກ ເໝືອນດັ່ງ ຜູ້ຊາຍ ຢ່າງແທ້ຈິງ.

ນາງ ຖຸຍຮົ່ງ ໃຫ້ຮູ້ວ່າ ວຽກ ຂອງ ນາງ ແລະ ບັນດາເພື່ອນ ຮ່ວມ ງານ ໃນແຕ່ລະມື້ ແມ່ນຕ້ອງມຸດນຳ້ ທະເລ ເພື່ອຕິດຕາມ, ບັນ ທຶກຂໍ້ມູນ ທຸກການເຄື່ອນໄຫວ ຢູ່ບັນດາ ຈຸດທີ່ຕັ້ງ ປະຕິບັດການ ອະນຸລັກຮັກສາ ຢູ່ໃຕ້ທ້ອງທະເລ. ເຖິງວ່າ ເປັນຜູ້ຍິງ, ແຕ່ຍ້ອນ ຕ້ອງແຊ່ນ້ຳທະເລ ຕະຫຼອດມື້ ເພາະສະນັ້ນ ເຮັດໃຫ້ຜິວໜັງ ໜ້າ ຕາ ຂອງເຂົາເຈົ້າ ຍາມໃດກໍຊີດເຫຼືອງ ຄືດັ່ງຄົນ ໃຊ້ຊີວິດ ຢູ່ບ່ອນ ຂາດແສງສະຫວ່າງ. ຍິ່ງກວ່ານັ້ນ ເຮັດວຽກງານຢູ່ໃຕ້ທ້ອງ ທະເລ ຕ້ອງປະສົບກັບ ສິ່ງຖ້າທາຍນາໆ ປະການ, ຊຳ້ບໍ່ໜຳ ບາງເທື່ອ ກໍຕ້ອງປະສົບກັບ ຄວາມອັນຕະລາຍ ທີ່ຍາກຈະ ຄາດຄະເນ ລ່ວງໜ້າຄື ຟອງນຳ້ ຢູ່ໃຕ້ທ້ອງທະເລ, ຄວາມອ່ອນເພຍ ຫຼື ອຸ ບັດເຫດ, ບັ້ງອົກຊີ ເປ່ເພ ໂດຍບັງເອີນ...  ວຽກງານທີ່ເຂົາເຈົ້າ ກຳລັງເຮັດແມ່ນ ມີຄວາມລຳບາກ, ໜັກໜ່ວງຫຼາຍ ໂດຍສະເພາະ ຢ່າງຍິ່ງ ແມ່ນ ໃນຊຸມມື້ມີຄື້ນສູງ, ລົມແຮງ.

ການອຸທິດຕົນຢ່າງງຽບໆ ແລະ ຄວາມຮັກອາຊີບ ຂອງ ທີມ ກວດກາລາດຕະເວນ ທະເລ ກູ່ລາວຈ່າມ, ໃນນັ້ນ ມີບັນດາ ຍິງ ສາວໜຸ່ມ ເຮັດໃຫ້ສ້າງຄວາມຊື່ນຊົມ ຈາກຜູ້ຄົນທັງຫຼາຍ. ໂດຍ ອາໄສເຂົາເຈົ້າ ລະບົບນິເວດ ຢູ່ເຂດພື້ນທ່ີຫຼັກຂອງ ເຂດອະນຸ ລັກ ແລະ ຊີວະນາໆ ພັນໂລກ ກູ່ລາວຈ່າມ ໄດ້ຮັບການປົກປັກ ຮັກສາ ເປັນຢ່າງດີ. ມີປາກະລັງ, ຫຍ້າທະເລ ຫຼາຍກຸ່ມ ໄດ້ ຟື້ນຊີບຄືນໃໝ່ ແລະ ຂະຫຍາຍຕົວ ຢ່າງແຂງແຮງ, ອຳນວຍ ຄວາມສະດວກ ໃຫ້ແກ່ ສັດ ຫຼາຍປະເພດ ທີ່ມີມູນຄ່າສູງ ເຊ່ັນ ເຕົ່າທະເລ, ປາໂລມາ ແລະ ອ່ື່ນໆ.

 
ປະຕິບັດ: ແທງຮ່ວາ, ເຕິດເຊີນ, ເຊີນຕຸ່ງ



top