ຂ່າວສານ

ບັນຍາກາດອອກແຮງງານທຳການຜະລິດມີຄວາມຟົດຟື້ນໃນທົ່ວປະເທດພາຍຫຼັງໄລຍະພັກປີໃໝ່ປີແມວ 2023

ຢູ່ຮ່າໂນ້ຍ, ບໍລິສັດໃຫຍ່ຕັດຫຍິບເລກ 10 ໄດ້ຈັດລາຍການເລີ່ມຕົ້ນປີໃໝ່ດ້ວຍເປົ້າໝາຍພັດທະນາຜະລິດຕະພັນ, ຍົກສູງສະມັດຕະພາບການອອກແຮງງານ, ພັດທະນາຕະຫຼາດ ແລະ ນຳແຟຊັ່ນ ຫວຽດ ສົ່ງອອກຂາຍໃຫ້ຕະຫຼາດສາກົນ.
    

ວັນທີ 27 ມັງກອນ, ວິສາຫະກິດຫຼາຍແຫ່ງ ແລະ ຜູ້ອອກແຮງງານຫຼາຍຄົນໃນທົ່ວປະເທດໄດ້ກັບຄືນສູ່ການເຮັດວຽກພາຍຫຼັງໄລຍະພັກບຸນປີໃໝ່ປະຈຳຊາດປີແມວ 2023. ບັນຍາກາດອອກແຮງງານ, ທຳການຜະລິດຢ່າງຮີບດ່ວນ, ເຂັ້ມງວດໄດ້ປະກົດຂຶ້ນຢູ່ວິສາຫະກິດ, ຮາກຖານການຜະລິດເກືອບທຸກແຫ່ງໃນທົ່ວປະເທດໃນວັນເຮັດວຽກທຳອິດພາຍຫຼັງພັກບຸນເຕັດ.

ຢູ່ຮ່າໂນ້ຍ, ບໍລິສັດໃຫຍ່ຕັດຫຍິບເລກ 10 ໄດ້ຈັດລາຍການເລີ່ມຕົ້ນປີໃໝ່ດ້ວຍເປົ້າໝາຍພັດທະນາຜະລິດຕະພັນ, ຍົກສູງສະມັດຕະພາບການອອກແຮງງານ, ພັດທະນາຕະຫຼາດ ແລະ ນຳແຟຊັ່ນ ຫວຽດ ສົ່ງອອກຂາຍໃຫ້ຕະຫຼາດສາກົນ.

ຢູ່ແຂວງ ຕ່ຽນຢາງ, ໃນວັນເຮັດວຽກທຳອິດຂອງປີແມວ 2023, ວິສາຫະກິດເກືອບທັງໝົດໃນບໍລິເວນແຂວງ ໄດ້ມອບ ອັງເປົາ ໃຫ້ກຳມະກອນຜູ້ອອກແຮງງານ. ທ່ານ ຟ້າມງວຽນຄາງ, ຜູ້ອຳນວຍການບໍລິສັດເຫຼັກກ້າ ມິງຈາງ ຈຳກັດ, ແຂວງ ຕ່ຽນຢາງ, ແບ່ງປັນວ່າ:

“ບໍລິສັດພວກຂ້າພະເຈົ້າໄດ້ເປີດປະຕູເຂົ້າສູ່ການເຮັດວຽກແຕ່ເວລາ 7 ໂມງ. ອ້າຍນ້ອງກຳມະກອນມີຄວາມປິຕິຊົມຊື່ນຫຼາຍ. ບໍລິສັດໄດ້ມອບອັງເປົາ, ຈັດງານລ້ຽງໃຫ້ກຳມະກອນ. ປີໃໝ່, ພວມກະກຽມເລີ່ມລົງມືສ້າງໂຄງການໃໝ່ ແລະ ມີ 2 ໂຄງການເກົ່າຢູ່ແລ້ວ. ເວົ້າລວມແລ້ວ, ປີນີ້, ສະພາບການດີກ່ວາເກົ່າ, ຕົ້ນປີວຽກງານໃດກໍ່ສະດວກ. ປີຜ່ານມາ, ບໍລິສັດພວກຂ້າພະເຈົ້າໄດ້ເຮັດວຽກຢ່າງຕໍ່ເນື່ອງ, ບໍ່ຖືກຕັດຕອນ, ມີໂຄງການໃໝ່ຢ່າງຕໍ່ເນື່ອງ”.         

 


top