ຂ່າວສານ

ບັນຍາກາດລາຍການ “ລະດູບານໃໝ່ຂອງນ້ອງ” ອັນອົບອຸ່ນ

      ຕອນຄ່ຳວັນທີ 6 ມັງກອນ, ທີ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທັບກັບ ກອງທຶນຊ່ວຍເຫຼືອເດັກນ້ອຍ ຫວຽດນາມ ຈັດຕັ້ງລາຍການ ລະດູບານໃໝ່ຂອງນ້ອງຄັ້ງທີ 12

ທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດ ກ່າວຄຳເຫັນທີ່ລາຍການ
(ພາບ: TTXVN)
      ເພື່ອແນໃສ່ນຳເອົາຂອງຂັວນທີ່ມີຄວາມໝາຍ, ແທດຈິງ, ອົບອຸ່ນໄປດ້ວຍຄວາມຮັກແພງ ມາສູ່ເດັກນ້ອຍທຸກຍາກ, ມີສະພາບການເປັນຢູ່ທີ່ປະສົບຄວາມຫຍຸ້ງຍາກ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຈະມາເຖິງນີ້; ພ້ອມນັ້ນກໍ່ເປັນການສົມມະນາຄຸນບັນດາໜ່ວຍງານ, ອົງການຈັດຕັ້ງ, ບຸກຄົນທີ່ໄດ້ປະກອບສ່ວນອຸປະຖຳຊ່ວຍເຫຼືອໃຫ້ແກ່ເດັກນ້ອຍທີ່ປະສົບບຄວາມຫຍຸ້ງຍາກໃນປີຜ່ານມາອີກດ້ວຍ.
ກ່າວຄຳເຫັນເປີດລາຍການ, ທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດ ຫວຽດນາມ ຢັ້ງຢືນວ່າ: ໃນຊຸມປີຜ່ານມາ, ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ເປັນພິເສດຕໍ່ກັບເດັກນ້ອຍ, ໂດຍສະເພາະແມ່ນເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກ, ເດັກນ້ອຍທີ່ປະສົບຄວາມຫຍຸ້ງຍາກເປັນພິເສດ ເພື່ອໃຫ້ເດັກເຫຼົ່ານີ້ ມີຊີວິດການປັນຢູ່ທີ່ດີຂຶ້ນ, ໄດ້ມີການເຊື່ອມຕົວ ແລະ ພັດທະນາ. ທ່ານນາງ ດັ້ງທິງັອກທິ້ງ ປາຖະໜາຢາກໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດທັງພາຍໃນ ແລະ ຕ່າງປະເທດ ສືບຕໍ່ປະກອບສ່ວນທັງດ້ານວັດຖຸ ແລະ ຈິດໃຈ ເພື່ອຊ່ວຍເຫຼືອເດັກນ້ອຍທຸກຍາກໃນທົ່ວປະເທດ ໃຫ້ມີເງື່ອນໄຂພັດທະນາການດຳລົງຊີວິດທີ່ດີຂຶ້ນໃນໄລຍະທີ່ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)


top