ຂ່າວສານ

ບັນຍາກາດລະດູບານໃໝ່ວຽນມາ

      ບັນດາຄຳແບ່ງປັນຄວາມຫວັງຂອງຊາວນະຄອນ ໂຮ່ຈີມິນ ກໍ່ແມ່ນຄວາມມຸ່ງຫວັງລວມຂອງ ປະຊາຊົນ ຫວຽດນາມ ເມື່ອໄດ້ຕ້ອນຮັບລະດູບານໃໝ່ພິເສດ ປີຂານ 2022
ຢູ່ບໍລິເວນຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ປະດັບປະດາດ້ວຍດອກໄມ້ຢ່າງສວຍງາມ
      ນ້ອງ ຫງວຽນຮວ່າງແອັງ ຢູ່ນະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນຈຳນວນ 10 ສ່ວນບຸກຄົນໄດ້ຮັບລາງວັນອາສາສະໝັກລະດັບຊາດ ປີ 2021 ເວົ້າຄວາມໃນໃຈສູ່ຟັງວ່າ:
      “ໄລຍະທາງທີ່ຜ່ານມາໄດ້ຊ່ວຍໃຫ້ນ້ອງມີບັນດາບົດຮຽນ ກ່ຽວກັບວັນເວລາ,  ກ່ຽວກັບຄອບຄົວ, ກ່ຽວກັບຄວາມສາມັກຄີ. ຖ້າຫາກວ່າ ພວກເຮົາສາມັກຄີກັນ ພວກເຮົາກໍ່ສາມາດຜ່ານຜ່າຄວາມຫຍຸ້ງຍາກໄດ້. ປີ2022 ນ້ອງມີຄວາມຫວັງ ຢາກແຜ່ກະຈາຍບັນດາການກະທຳກຸສົນຂອງຕົນ  ເພື່ອໃຫ້ພວກເພື່ອນໜຸ່ມສາມາດຮ່ວມແຮງຮ່ວມໃຈ ແລະ ປະຕິບັດບັນດາວຽກງານທີ່ມີຄວາມໝາຍຫຼາຍກວ່າ ໃຫ້ແກ່ບັນດາຜູ້ຢູ່ອ້ອມຂ້າງ”.
      ນາງ ຟ້າມອວຽນຍີ ສັງກັດກອງອາສາສະໝັກ SOS ເຫືອງນາມ ນະຄອນ ໂຮ່ຈີມິນ ມີຍາດພີ່ນ້ອງ 8 ຄົນຖືກເສຍຊີວິດ ໃນໄລຍະເກີດໂລກລະບາດ, ນາງໄດ້ຜ່ານຜ່າຄວາມເຈັບປວດ ແລະ ສູນເສຍອັນໃຫຍ່ຫຼວງ ເພື່ອສືບຕໍ່ຊ່ວຍເຫຼືອບັນດາຜູ້ທີ່ມີສະພາບຫຍຸ້ງຍາກກວ່າຕົນເອງ ເປີດເຜີຍວ່າ:
“ຍາມໃດພວກນ້ອງກໍ່ໄດ້ເວົ້າສູ່ກັນວ່າ ຈົ່ງມີຊີວິດຈົນສຸດຄວາມສາມາດຂອງຕົນ. ກຳລັງໄຟແຫ່ງກະຕືລືລົ້ນຂອງພວກນ້ອງຍັງຫຼວງຫຼາຍຢູ່ ດັ່ງນັ້ນ ກໍ່ສາມາດຊ່ວຍໃຫ້ປະຊາຊົນໄດ້ທຸກສິ່ງທີ່ເຮົາສາມາດເຮັດໄດ້. ກ່ຽວກັບອະນາຄົດນ້ອງເຫັນວ່າ ກໍ່ປຽບເໝືອນກ້າວເຂົ້າສູ່ໄລຍະໃໝ່, ນະຄອນ ໂຮ່ຈີມິນ ຈະຟື້ນຟູເສດຖະກິດ ການດຳລົງຊີວິດຈະມີຄວາມສະຫງົບສຸກກວ່າເກົ່າ”.
      ບັນຍາກາດລະດູບານໃໝ່ພິເສດ ພວມແຜ່ລາມໄປຍັງຖະໜົນສາຍຕ່າງໆໃນນະຄອນ ໂຮ່ຈີມິນ ຈາກທາງຮ່ອມຕະຫຼອດຮອດທາງຫຼວງ ຈາກບັນດາຂົງເຂດເສດຖະກິດຕະຫຼອດຮອດຊີວິດສັງຄົມ... ນະຄອນໄດ້ຫັນໂຕເພື່ອຕ້ອນຮັບລະດູບານໃໝ່ພິເສດ ລະດູບານໃໝ່ປີຂານ ໃນທ່ວງທ່າໃໝ່.  ທ່ານ ຫງວຽນທ້ຽນເຍິນ ສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈີມິນ ຖືວ່າ:
      “ບັນດາປະຖົມປັດໄຈທາງດ້ານວັດຖຸ ແລະ ຈິດໃຈທີ່ສຳຄັນທີ່ສຸດ ຂອງພື້ນຖານເສດຖະກິດນະຄອນຍັງຄົງເໝືອນເດີມ  ພາຫະນະອຸປະກອນ ເຕັກໂນໂລຊີ ເຄື່ອງຈັກຂອງວິສາຫະກິດນັບແສນແຫ່ງຍັງຄືເກົ່າ. ການນຳບັນດາວິສາຫະກິດ, ພະນັກງານເຕັກນິກ ແລະ ກວ່າ 90% ຈຳນວນແຮງງານຍັງຄືເກົ່າ, ສາຍພົວພັນກັບບັນດາຄູ່ຮ່ວມມືກໍ່ຍັງຄືເກົ່າຢູ່. ເຈດຈຳນົງບືນຕົວຂຶ້ນຍັງແຂງແຮງທີ່ສຸດ”.
ຕ໊ວນ ຊີອົງ
      ພະລັງຊີວິດທີ່ແຂງແຮງ ຄວາມປະເອີບໃຈ ຄວາມອົບອຸ່ນຂອງຊາວນະຄອນ ໂຮ່ຈີມິນ ເວົ້າສະເພາະ ແລະ ຊາວ ຫວຽດນາມ ເວົ້າລວມ ໃນລະດູບານໃໝ່ໄດ້ແຜ່ລາມອອກສູ່ວົງຄະນາຍາດຊາວຕ່າງປະເທດ ພວມດຳລົງຊີວິດ ຮ່ຳຮຽນ ແລະ ເຮັດວຽກຢູ່ ຫວຽດນາມ, ທ້າວ ຊີອົງ ຮົງຊູນ ຫຼື ຕ໊ວນ ຊີອົງ ຊາວ ສ ເກົາຫຼີ ໄດ້ກັບຄືນ ຫວຽດນາມ ໃນທ້າຍປີ 2021 ເພື່ອຮຽນປະລິນຍາໂທ ພະແນກພົວພັນສາກົນ ສະຖານບັນການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
 “ໃນເວລາໃກ້ຈະຮອດບຸນເຕັດ ຊາວຮ່າໂນ້ຍ ກໍ່ຂ້ອງຄາກັບວຽກງານທີ່ສຸດ. ເຂົາເຈົ້າມີການກະກຽມຫຼາຍສິ່ງຫຼາຍຢ່າງ. ຢູ່ຕາມຖະໜົນຫົນທາງ ກໍ່ເຫັນເຂົາເຈົ້າໄປຊື້ງ່າດອກຄາຍມາປະດັບປະດາເຮືອນຊານ ເພື່ອຕ້ອນຮັບປີໃໝ່ ປີຂານ. ນ້ອງເຫັນວ່າ ຊາວ ຫວຽດນາມ ມີຄວາມເອົາໃຈໃສ່ເຖິງບຸນເຕັດທີ່ສຸດ”.
ກໍ່ເຊັ່ນດຽວກັນກັບ ຕ໊ວນ ຊີອົງ ປີນີ້ນັກທຸລະກິດ ຫຼິນບາຫຼຽນ ຊາວຈີນ ໄດ້ຕ້ອນຮັບບຸນເຕັດຄັ້ງທຳອິດຢູ່ ຫວຽດນາມ ລາວຮູ້ສຶກມີຄວາມອົບອຸ່ນ ຍ້ອນຄວາມເອົາໃຈໃສ່ ແລະ ແບ່ງປັນຂອງຊາວ ຫວຽດນາມ ຢູ່ອ້ອມຂ້າງ. ນາງ ຫຼິນບາຫຼຽນ ໃຫ້ຮູ້ວ່າ:
“ໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຂ້າພະເຈົ້າໄດ້ໄປທ່ຽວຊົມຢູ່ໜອງ ຮວ່ານກ໊ຽມ. ວັນທີໜຶ່ງຂອງບຸນເຕັດ ຂ້າພະເຈົ້າໄປຢ້ຽມຊົມທິວທັດຢູ່ວັດຕ່າງໆໃນ ຮ່າໂນ້ຍ. ບັນດາວັດວາອາຮາມຢູ່ ຫວຽດນາມ ເວົ້າລວມ ເວົ້າສະເພາະຢູ່ ຮ່າໂນ້ຍ ກໍ່ມີຈຸດຄ້າຍຄືກັນກັບປະເທດຂອງຂ້າພະເຈົ້າ ດັ່ງນັ້ນກໍ່ໄດ້ເປັນການຊ່ວຍຂ້າພະເຈົ້າບັນເທົາຄວາມຄິດຮອດຄອບຄົວ. ຂ້າພະເຈົ້າມີຄວາມໂຊກດີທີ່ ໄດ້ຮັບຄວາມເອົາໃຈໃສ່ ແລະ ສ້າງເງື່ອນໄຂດີທີ່ສຸດ ຈາກບັນດາເພື່ອນ ຫວຽດນາມ”.
      ໂດຍມີຄວາມຮູ້ສຶກ ແລະ ເຂົ້າໃຈເຖິງຈິດໃຈຄວາມຮັກແພງ ທີ່ອົບອຸ່ນຂອງຊາວ ຫວຽດນາມ, ຄວາມປະເອີບໃຈ ພາຍຫຼັງທີ່ປະສົບກັບຄວາມຫຍຸ້ງຍາກນາໆປະການ ຍ້ອນໂຄວິດ - 19 ກໍ່ຂຶ້ນ, ຊາວຕ່າງປະເທດຫຼາຍຄົນກໍ່ມີຄວາມຫວັງ ແລະ ເຊື່ອໝັ້ນວ່າ ຫວຽດນາມ ໃນປີໃໝ່ ຈະສາມາດຟື້ນຟູ ແລະ ພັດທະນາຢ່າງໝັ້ນຄົງ   
      ຮ່ວມເດີນທາງພ້ອມກັບປະຊາຊົນຢູ່ພາຍໃນປະເທດ ການເຂົ້າຮ່ວມຂອງໄວໜຸ່ມຊາວ ຫວຽດນາມ ຢູ່ຕ່າງປະເທດ ກໍ່ພວມສ້າງກະແສລົມໃໝ່ ໃຫ້ແກ່ລະດູບານໃໝ່ພິເສດ, ໃຫ້ແກ່ການພັດທະນາຂອງປະເທດຊາດ.  ປີ 2021 ແມ່ນປີທຳອິດທີ່ສະມາຄົມນັກສຶກສາ, ຊາວໜຸ່ມ ຫວຽດນາມ ຢູ່ ເອີລົບ ປຸກລະດົມລາຍການຂໍ້ເລີ່ມໜຸ່ມ ຫວຽດນາມ (InnoCity) ດ້ວຍຄວາມຫວັງຢາກພັດທະນາ ຄວາມເກັ່ງກ້າສາມາດ ແລະ ການອຸທິດສ່ວນໃຫ້ແກ່ປະເທດຊາດ ຈາກໄວໜຸ່ມຢູ່ຕ່າງປະເທດ. ຜົນສຳເລັດແມ່ນເກີນຄາດ ເມື່ອຄະນະຈັດຕັ້ງໄດ້ຮັບເກືອບ 150 ໂຄງການປ່ຽນແປງໃໝ່ປະດິດຄິດສ້າງ ເຊື່ອມຕໍ່ກັບຜູ້ສ້າງໂຄງການ ນັກຊ່ຽວຊານ ແລະ ປັນຍາຊົນໜຸ່ມ ຫວຽດນາມ ຫຼາຍກວ່າ 400 ຄົນໃນທົ່ວໂລກ.  ໃນພິທີມອບລາງວັນ Innovation Rising Star Awards ເມື່ອບໍ່ດົນມານີ້, ອ້າຍ ໂດ໊ຊວນຮ່າ ຜູ້ຕາງໜ້າກຸ່ມນັກສ້າງລາຍການ ສະມາຄົມນັກສຶກສາ ຫວຽດນາມ ຢູ່ ສ ເກົາຫຼີ ປະຕິບັດໂຄງການ HHT Future ໃນຂົງເຂດຕົວເມືອງ ອັດສະລິຍະ ແບ່ງປັນວ່າ:
    “ໂຄງການແມ່ນມີຄວາມໝາຍຢ່າງແທ້ຈິງ ສຳລັບບັນດາໄວໜຸ່ມພວກຂ້າພະເຈົ້າ. ຫວັງວ່າກິດຈະກຳຄົ້ນຄ້ວາ ຈະໄດ້ຮັບການຮັບຮູ້ໃນອະນາຄົດອັນໃກ້ໆນີ້ ແລະ ໃນຊຸມປີທີ່ຈະມາເຖິງ ໂຄງການຈະເຊື່ອມຕໍ່ຢ່າງແໜ້ນແຟ້ນກວ່າ”.
   ຕາມນ້ອງ ຫວູທວ້າຍຊານ ປະທານໂຄງການຂໍ້ລິເລີ່ມໜຸ່ມ ຫວຽດນາມ InnoCity  ປະທານສະມາຄົມນັກສຶກສາ ຫວຽດນາມ ຢູ່ ໂຮນລັງ, InnoCity ພວມກາຍເປັນຂົວເຊື່ອມຕໍ່ບັນດາແຫຼ່ງກຳລັງ, ບັນດາປັດໄຈໃນລະບົບຊີວະພາບ ຊ່ວຍໃຫ້ຂໍ້ລິເລີ່ມຂອງຊາວ ຫວຽດນາມ ໃຫ້ດີກວ່າເກົ່າໃນທົ່ວໂລກ.  ຫວູທວ້າຍຊານ ເວົ້າວ່າ:
 “ພວກນ້ອງຢາກສ້າງໂອກາດໃຫ້ບັນດາເພື່ອນໜຸ່ມ ຜູ້ທີ່ມີຄວາມເກັ່ງກ້າສາມາດຢູ່ ເອີລົບມີແປ້ນຢັນ ເພື່ອພັດທະນາ ແລະ ອຸທິດສ່ວນໃຫ້ແກ່ປະເທດຊາດ. ບັນດາການເຄື່ອນໄຫວ ຄົ້ນຄວ້າວິທະຍາສາດເຕັກໂນໂລຊີຂອງຊາວໜຸ່ມ ທັງຢູ່ພາຍ ແລະ ຕ່າງປະເທດກໍ່ມີຄວາມຟົດຟື້ນທີ່ສຸດ. ເຂົາເຈົ້າລ້ວນແຕ່ມີຄວາມຕ້ອງການ ມີຄວາມຫວັງຢາກອຸທິດສ່ວນໃຫ້ແກ່ປະເທດ ຫວຽດນາມ”.
    ດ້ວຍບັນດາການເຄື່ອນໄຫວ ມຸ່ງໄປສູ່ລຸ້ນໜຸ່ມ ແລະ ເສີມຂະຫຍາຍຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງ ເລີ່ມຕົ້ນທຸລະກິດ ແມ່ນຈຸດສຸມ ໃນນັ້ນມີບັນດາກຸ່ມແຜນການທີ່ດີເດັ່ນທີ່ສຸດ ດ້ວຍເປົ້າໝາຍພັດທະນາປະເທດຊາດ ຕາມທິດຍືນຍົງ, ປີ 2022 ໂຄງການມີຈຸດສຸມມຸ່ງໄປສູ່ການເຄື່ອນໄຫວລະອຽດ. ຫວູທວ້າຍຊານ ໃຫ້ຮູ້ຕໍ່ໄປວ່າ:
     “ໄລຍະຕໍ່ໄປ InnoCity ຈະມຸ່ງໄປສູ່ການດຶງດູດບັນດາໂຄງການທີ່ມີຄຸນນະພາບສູງກວ່າ ແລະ ພ້ອມກັນນັ້ນຈະກໍ່ສ້າງເຊື່ອມຕໍ່ການລົງທຶນ ໃຫ້ແກ່ບັນດາໂຄງການນີ້ຫຼາຍກວ່າອີກ. ພວກນ້ອງກໍ່ຢາກຈັດຕັ້ງບັນດາການເຄື່ອນໄຫວເຊື່ອມຕໍ່ລະບົບຊີວະພາບຢ່າງມີປະສິດທິຜົນ ມີຫົວຄິດປະດິດສ້າງທີ່ໃໝ່ອ່ຽມກວ່າເກົ່າເພື່ອດຶງດູດບັນດາຜູ້ເຂົ້າຮ່ວມ ບັນດາຄູ່ຮ່ວມມື ຜູ້ຮ່ວມເດີນທາງ. ພວກນ້ອງກໍ່ຈະສຸມໃສ່ເຊື່ອມຕໍ່ກັບສາກົນຫຼາຍກວ່າອີກ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)


top