ຂ່າວສານ

ບັນຍາກາດຕ້ອນຮັບປີໃໝ່ຂອງຊາວຫວຽດນາມໃນທົ່ວປະເທດ

      ການໄປວັດໄປວາໃນຊຸມວັນບຸນເຕັດຍາມລະດູບານໃໝ່ ແມ່ນຮີດຄອງປະເພນີທີ່ດີງາມ
            ສໍາລັບປະຊາຊົນຫວຽດນາມແລ້ວ, ການໄປວັດໄປວາໃນຊຸມວັນບຸນເຕັດຍາມລະດູບານໃໝ່ ແມ່ນຮີດຄອງປະເພນີທີ່ດີງາມ, ທຸກຄົນໃນຄອບຄົວ ພາກັນໄປວັດ ພາວະນາຂໍໃຫ້ຄອບຄົວມີແຕ່ຄວາມສຸກ, ຄວາມໂຊກດີ ແລະ ຈະເລີນກ້າວໜ້າ.

ຂໍຕົວໜັງສືຫວຽດເດີມຍາມຕົ້ນລະດູບານໃໝ່ (ພາບ: congluan.vn)
              ຢູ່ເຫວ້, ທີ່ວັດວາອາຮາມແຫ່ງຕ່າງໆຄື ຕື້ດາມ, ທຽນມິນ, ຕື່ຫ໋ຽວ, ບາວກວັກ ... ນັບແຕ່ເຊົ້າ ໄດ້ມີຄົນມາຖະຫວາຍດອກໄມ້, ໄຕ້ທູບທຽນບູຊາພະພຸດທະເຈ້ົາ ຢ່າງໜາແໜ້ນ. ທ່ານ ຫງວຽນວັນຕວ່ານ, ພຸດທະສາສະນິກກະຊົນ ຢູ່ນະຄອນເຫວ້ ແບ່ງປັນວ່າ:
        “ຂ້າພະເຈົ້າເຂົ້າວັດ ເພື່ອພາວະນາຂໍໃຫ້ຄອບຄົວມີີຄວາມສະຫງົບສຸກ, ມີໂຊກມີລາບ ແລະ ສຸຂະພາບເຂັ້ມແຂງ”.

ວັດເຈື່ອງຊາ ຢູ່ເມືອງເຈື່ອງຊາ ແຂວງແຄ໊ງຮວ່າ (ພາບ: thethaovanhoa.vn)
            ບໍ່ພຽງແຕ່ເທົ່ານັ້ນ, ປະເພນີເຂົ້າວັດໃນຍາມຕົ້ນປີ ຍັງໄດ້ຮັບການຮັກສາຢູ່ ເມືອງເກາະ ເຈື່ອງຊາ, ແຂວງ ແຄ໊ງຮວ່າ ອີກດ້ວຍ.
        ຢູ່ນະຄອນໂຮ່ຈີມິນ, ຕ່າງກັບບັນຍາກາດອັນອຶກກະທຶກຄຶຶກໂຄມຂອງວັນທໍາມະດາ, ໃນວັນທໍາອິດຂອງປີໃໝ່,  ປະຊາຊົນໄດ້ໄປຮັບຊົມຄວາມງາມຂອງລະດູບານໃໝ່ ເຊິ່ງສ່ວນຫຼາຍແມ່ນໄປຮ່ວມງານບຸນດອກໄມ້ຍາມລະດູບານໃໝ່ ຢູ່ ສວນສາທາລະນະ ຕາວດານ, ເຂດໂບດ ດຶກບ່າ, ເມືອງ 1 ນະຄອນໂຮ່ຈີມິນ. ເຂົາເຈົ້າມາທີ່ນີ້ ເພື່ອຖ່າຍຮູບເປັນທີ່ລະນຶກ ແລະຮັບຊົມທິວທັດອັນສະຫງົບງຽບຂອງວັນຕົ້ນປີໃໝ່.
        ສ່ວນຢູ່ ແຂວງຫາຍເຢືອງ, ໃນສອງມື້ຕົ້ນປີໃໝ່ປີກຸນ ຢູ່ບັນດາສະຖານທີ່ປະຫວັດສາດ ໄດ້ຕ້ອນຮັບແຂກທ່ອງທ່ຽວ ນັບໝື່ນເທື່ອຄົນມາຖະຫວາຍທູບທຽນບູຊາ ແລະ ຢ້ຽມຊົມທິວທັດທໍາມະຊາດ.
 (ແຫຼ່ງຄັດຈາກ VOV)


top