ຂ່າວສານ

ບັກ​ນິງ​ສືບ​ຕໍ່​ປະ​ຕິບັດ​ສຳ​ເລັດ​ພື້ນ​ຖານ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ວິ​ສາ​ຫະ​ກິດ

ຢູ່ໃນກອງປະຊຸມ, ການນຳແຂວງບັກນິງໄດ້ມອບໃບຢັ້ງຢືນຈົດທະບຽນການລົງທຶນອອກໃໝ່ໃຫ້ແກ່ວິສາຫະກິດ FDI 9ແຫ່ງ ແລະ ວິສາຫະກິດພາຍໃນປະເທດ 7 ແຫ່ງ, ມອບໃບຢັ້ງຢືນຈົດທະບຽນການດັດປັບເພີ່ມທຶນໃຫ້ແກ່ວິສາຫະກິດ FDI 9ແຫ່ງ.
ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ຕອນບ່າຍວັນທີ 15 ສິງຫາ, ກ່າວຄຳເຫັນຢູ່ກອງປະຊຸມສົ່ງເສີມການລົງທຶນປີ 2025 ຂອງແຂວງບັກນິງ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ປາດຖະໜາຢາກບັນດາໂຄງການ, ຄຳໝັ້ນສັນຍາຂອງວິສາຫະກິດຈະໄດ້ຮັບການຜັນຂະຫຍາຍໂດຍໄວເພື່ອສ້າງບັນດາໂຄງການເສດຖະກິດທີ່ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງບັກນິງ ແລະ ທົ່ວປະເທດ. ທ່ານຮອງນາຍົກລັດຖະມົນຕີ ສະເໜີທາງແຂວງບັກນິງ ສືບຕໍ່ປະຕິບັດສຳເລັດພື້ນຖານປະຕິບັດລະບຽບການບໍລິຫານທີ່ເປັນມິດ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວິສາຫະກິດເພື່ອຜັນຂະຫຍາຍປະຕິບັດລະບຽບການບໍລິຫານ ແລະ ປະຕິບັດໂຄງການໂດຍໄວທີ່ສຸດ, ສຸມໃສ່ຜັນຂະຫຍາຍບັນດາໂຄງການຈຸດສຸມລະດັບຊາດ ແລະ ຂອງແຂວງຄື: ສະໜາມບິນ ຢາບິ່ງ, ເສັ້ນທາງຄວາມໄວ້ສູງເຊື່ອມຕໍ່ ສະໜາມບິນ ກັບຮ່າໂນ້ຍ… ພ້ອມທັງ, ຢຶດໝັ້ນກັບບັນດາຂົງເຂດອຸດສາຫະກຳຄື: ເຕັກໂນໂລຢີສູງ, ເຕັກໂນໂລຢີສີຂຽວ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ການລົງທຶນກະສິກຳເພື່ອສືບຕໍ່ຮັກສາຖານະບົດບາດບົນເວທີສາກົນ. ຢູ່ໃນກອງປະຊຸມ, ການນຳແຂວງບັກນິງໄດ້ມອບໃບຢັ້ງຢືນຈົດທະບຽນການລົງທຶນອອກໃໝ່ໃຫ້ແກ່ວິສາຫະກິດ FDI 9ແຫ່ງ ແລະ ວິສາຫະກິດພາຍໃນປະເທດ 7 ແຫ່ງ, ມອບໃບຢັ້ງຢືນຈົດທະບຽນການດັດປັບເພີ່ມທຶນໃຫ້ແກ່ວິສາຫະກິດ FDI  9ແຫ່ງ.

top