ຂ່າວສານ

ນ້ຳ​ໄຫຼ​ຊຸ​ຢູ່ ເນ​ປານ: ສິ່ງ​ທ້າ​ທາຍ​ໃນ​ການ​ກູ້​ໄພ​ກູ້​ຊີບ​ຜູ້ທີ່ລອດ​ຊີ​ວິດ

ທ່ານ​ນາງ Lila Pieters Yahia ຜູ້ປະສານງານປະຈຳ ຂອງ ສປຊ ໃຫ້​ຮູ້​ວ່າ​ ຂອບ​ຂະ​ໜາດ​ຂອງ​ການຖືກ​ທຳ​ລາຍ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ, ເຮັດ​ໃຫ້​ການ​ເຂົ້າ​ເຖິງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ.
  ສະ​ຖານ​ທີ່​ເກີດ​ເຫດ​ຢູ່ ເນ​ປານ (ພາບ: ຊິນຮົວ/VNA)  
ເຈົ້າ​ໜ້າ​ທີ່ ສ​ປ​ຊ ແລະ ເຈົ້າ​ໜ້າ​ທີ່​ຂອງ​ ເນ​ປານ ໃຫ້​ຮູ້​ວ່າ ການ​ເຂົ້າ​ເຖິງ​ບັນ​ດາ​ຜູ້​ລອດ​ຊີ​ວິດ​ພາຍຫຼັງ​ເຫດ​ນ້ຳ​ໄຫຼ​ຊຸ​ຢູ່ ​ເນ​ປານ ພວມ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ​ໃຫຍ່​ພໍ​ສົມ​ຄວນ, ກໍ່​ຜົນ​ກະ​ທົບ​ຕໍ່​ການ​ສະ​ໜອງ​ບັນ​ດາ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໄປ​ຍັງ​ຜູ້ທີ່​ຕ້ອງການ​ໄດ້​ຮັບ​ການ​ຊ່ວຍເຫຼືອ. ວັນ​ທີ 3 ກັນ​ຍາ, ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ຢູ່ Kathmandu, ທ່ານ​ນາງ Lila Pieters Yahia ຜູ້ປະສານງານປະຈຳ ຂອງ ສປຊ ໃຫ້​ຮູ້​ວ່າ​ ຂອບ​ຂະ​ໜາດ​ຂອງ​ການຖືກ​ທຳ​ລາຍ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ, ເຮັດ​ໃຫ້​ການ​ເຂົ້າ​ເຖິງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ. ຕາມ​ທ່ານ​ນາງ Yahia ແລ້ວ, ບັນ​ດາ​ອົງ​ການ​ຂອງ ສ​ປ​ຊ ໄດ້​ສະ​ໜອງ​ນ້ຳ​ສະ​ອາດ ແລະ ວັດ​ຖຸ​ອຸ​ປະກອນ​ທຳ​ຄວາມ​ສະ​ອາດ, ກໍ່​ຄື​ອາ​ຫານ​ການ​ກິນ ແລະ ຢຸກ​ຢາ. ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ ຈີນ - ເນ​ປານ, ໄລ່​ຮອດ​ເວ​ລາ 19 ໂມງ30ນາ​ທີ ວັນ​ທີ 3 ກັ​ນ​ຍາ (ຕາມ​ເວ​ລາ ຫວຽດ​ນາມ), ມີ​ຜູ້​ເສຍ​ຊີ​ວິດ 1.273 ຄົນ ແລະ ຜູ້​ຫາຍ​ສາບ​ສູນ 4.757 ຄົນ ຍ້ອນ​ເຫດ​ໄພ​ພິ​ບັດນ້ຳ​ໄຫຼ​ຊຸທີ່​ຮ້າຍ​ແຮງ ໃນ​ວັນ​ທີ 26 ສິງ​ຫາ. ໃນ​ຈຳ​ນວນ​ຜູ້​ຫາຍ​ສາບ​ສູນ​ມີ​ຊາວ​ຕ່າງ​ປະ​ເທດ​ເກືອບ 600 ຄົນ​ທີ່​ມາ​ຈາກ​ຢ່າງ​ໜ້ອຍ​ສຸດ 34 ປະ​ເທດ.

top