ຈາກປາໄສ້ຕັນສົດໆ ໃນເຂດທະເລຕາເວັນຕົກສ່ຽງໃຕ້ ໄປເຖິງ ໂຮງ ໝັກປາ ດ້ວຍວິທີຫັດຖະກຳ, ນ້ຳປາ ຝູ໋ກວັກ ແມ່ນການ ຕົກຜຶກຂອງ ທຳມະຊາດ, ວັນເວລາ ແລະ ເຄັດລັບດັ້ງເດີມ ທີ່ຖືກ ປົກປັກຮັກສາ ຜ່ານຫຼາຍເຊັ່ນຄົນ. ບໍ່ພຽງແຕ່ແມ່ນຜະລິດຕະພັນ ພິເສດ ທີ່ມີຊື່ສຽງ ຂອງ ເກາະ ເທົ່ານັ້ນ, ນ້ຳປາ ຝູ໋ກວັກ ຍັງ ກາຍເປັນ ເຄື່ອງ ໝາຍການຄ້າ ຫວຽດນາມ ທີ່ໂດດເດັ່ນ ເຊິ່ງ ພວມຢືນຢັນທີ່ຕັ້ງຂອງຕົນ ໃນຕະຫຼາດສາກົນ ເທື່ອລະກ້າວ.
ຈາກປາໄສ້ຕັນສົດໆ ໃນເຂດທະເລຕາເວັນຕົກສ່ຽງໃຕ້ ໄປເຖິງ ໂຮງ ໝັກປາ ດ້ວຍວິທີຫັດຖະກຳ, ນ້ຳປາ ຝູ໋ກວັກ ແມ່ນການ ຕົກຜຶກຂອງ ທຳມະຊາດ, ວັນເວລາ ແລະ ເຄັດລັບດັ້ງເດີມ ທີ່ຖືກ ປົກປັກຮັກສາ ຜ່ານຫຼາຍເຊັ່ນຄົນ. ບໍ່ພຽງແຕ່ແມ່ນຜະລິດຕະພັນ ພິເສດ ທີ່ມີຊື່ສຽງ ຂອງ ເກາະ ເທົ່ານັ້ນ, ນ້ຳປາ ຝູ໋ກວັກ ຍັງ ກາຍເປັນ ເຄື່ອງ ໝາຍການຄ້າ ຫວຽດນາມ ທີ່ໂດດເດັ່ນ ເຊິ່ງ ພວມຢືນຢັນທີ່ຕັ້ງຂອງຕົນ ໃນຕະຫຼາດສາກົນ ເທື່ອລະກ້າວ.
ນ້ຳປາ ຝູ໋ກວັກ ໄດ້ຮັບການໝັກ ໃນບັນດາຖັງໄມ້ ຂະໜາດໃຫຍ່ ທີ່ເຮັດດ້ວຍ ໄມ້ໝີ່ດົງ.
ບັນດາຖັງໄມ້ເຫຼົ່ານີ້ ໄດ້ຮັບການຈັດວາງ ຢູ່ໃນເຮືອນ ເພື່ອຮັບປະກັນ ຄຸນະພາບ ຂອງນ້ຳປາ
ບໍ່ໃຫ້ຖືກຜົນກະທົບ ຈາກ ສະພາບອາກາດ ຢູ່ພາຍນອກ. ພາບ: ເລມິງ/VNP
ທຳມະຊາດໄດ້ເອື້ອອຳນວຍໃຫ້ເຂດທະເລຕາເວັນຕົກສ່ຽງໃຕ້ ມີແຫຼ່ງ ປາໄສ້ຕັນ ຢ່າງອຸດົມສົມບູນ, ໂດຍສະເພາະແມ່ນ
ປາໄສ້ຕັນລາຍ ແລະ ປາໄສ້ຕັນດຳ - ເຊິ່ງແມ່ນວັດຖຸດິບ ສອງ ຊະນິດ ທີ່ຕັດສິນຄຸນະພາບ
ຂອງນ້ຳປາ ຝູ໋ກວັກ. ຫຼັງຈາກ ຈັບປາໄດ້, ປາຈະຖືກຄົນໃສ່ເກືອທັນທີ ຢູ່ເທິງເຮືອ ຕາມ ອັດຕາສ່ວນດັ້ງເດີມ
ຄື ປາ 3
ສ່ວນ ເກືອ 1 ສ່ວນ ເພື່ອຮັກສາ ຄວາມສົດ, ກ່ອນຈະນຳເຂົ້າສູ່ຖັງໄມ້ ຂະໜາດໃຫຍ່ ເພື່ອໝັກໄວ້ ຢ່າງຕໍ່ເນື່ອງເປັນເວລາ
12
ຫາ 15 ເດືອນ.
ປັດໄຈທີ່ສ້າງມູນຄ່າພິເສດ ໃຫ້ກັບນ້ຳປາ ຝູ໋ກວັກ ກໍຄື “ເວລາ”. ໃນຂະບວນການຍ່ອຍສະຫຼາຍ ຕາມທຳມະຊາດ ທີ່ແກ່ຍາວ ຫຼາຍເດືອນ, ໂປຣຕີນ ໃນໂຕປາ ຈະປ່ຽນເປັນນ້ຳປາຫົວເຊື້ອ ທີ່ມີປະລິມານ ໂປຣຕີນສູງ, ໂດຍທົ່ວໄປແມ່ນບັນລຸແຕ່ 30 ຫາ ຫຼາຍກວ່າ 40 ອົງສາ ໂປຣຕີນ. ຜະລິດຕະພັນສຳເລັດຮູບ ມີສີນໍ້າຕານ ຫຼື ສີອຳພັນໃສ, ມີກິ່ນຫອມອ່ອນໆ, ລົດຊາດ ເຄັມກົມກ່ອມ ແລະ ມີຄວາມຫວານທຳມະຊາດ - ເຊິ່ງ ລົດຊາດນີ້ເອງ
ທີ່ໄດ້ສ້າງຊື່ສຽງໃຫ້ກັບນ້ຳປາ ຝູ໋ກວັກ ມາເປັນເ ວລາ ກວ່າ 2 ສະຕະວັດ.
ປັດຈຸບັນ, ຢູ່ເທິງເກາະ ຍັງມີໂຮງໝັກປາ ດັ້ງເດີມຫຼາຍສິບແຫ່ງ, ໂດຍສະເພາະຢູ່ ເຊືອງດົງ ແລະ ອານເຖີຍ. ບັນດາພື້ນຖານ ການຜະລິດເຫຼົ່ານັ້ນ ຍັງຄົງຢຶດໝັ້ນຮັກສາວິທີການໝັກ ແບບ ຫັດຖະກຳ, ພ້ອມກັນນັ້ນກໍໄດ້ ນຳໃຊ້ມາດຖານ ການຄຸ້ມຄອງ ທີ່ທັນສະໄໝ ເພື່ອຕອບສະໜອງ
ຄວາມຕ້ອງການ ທີ່ນັບມື້ນັບສູງ ຂອງຕະຫຼາດ.
ຂັ້ນຕອນ ການບັນຈຸ ນ້ຳປາ ຝູ໋ກວັກ ໄດ້ຮັບການປະຕິບັດ ໂດຍຮັບປະກັນ ຄວາມປອດໄພ ດ້ານອາຫານ. ພາບ: ເຈືອງຝູ໋ກວັກ
ເປັນເວລາກວ່າ 200 ປີ ດ້ວຍຄວາມຂຶ້ນໆ ລົງໆ ຂອງ ປະ ຫວັດສາດ, ນ້ຳປາ
ຝູ໋ກວັກ ບໍ່ພຽງແຕ່ ແມ່ນ ເຄື່ອງປຸງທີ່ຄຸ້ນເຄີຍ ເທົ່ານັ້ນ, ແຕ່ຍັງແມ່ນສ່ວນໜຶ່ງ ຂອງ ປະຫວັດສາດ, ບັນຈຸ
ບັນດາຄວາມຮູ້ ພື້ນບ້ານ, ສະແດງໃຫ້ເຫັນ ຢ່າງເຂັ້ມຂຸ້ນ, ຈຸດເປັນເອກະລັກ ວັດທະນະທຳ ຂອງ ປະຊາຊົນ ເກາະ ໄຂ່ມຸກ. ພາບ: ເຈືອງຝູ໋ກວັກ
ໃນນັ້ນ, ບໍລິສັດຖິ້ງຟາດ ຈຳກັດຜູ້ດຽວ ແມ່ນໜຶ່ງ ໃນບັນດາ ເຄື່ອງໝາຍການຄ້າທີ່ໂດດເດັ່ນ. ເປັນເວລາ ກວ່າເຄິ່ງສະຕະວັດ
ທີ່ຜູກພັນກັບອາຊີບ ແລະ ເກືອບ 40 ປີ
ໃນການສ້າງ ເຄື່ອງໝາຍການຄ້າ, ທ່ານ
ເຈິ່ນໝີ໊ຖ້ວນ,
ຜູ້ອຳນວຍການບໍລິສັດ, ຍາມໃດກໍຖືວ່າ ການເຮັດນ້ຳປາ ບໍ່ພຽງແຕ່ແມ່ນກິດຈະກຳ
ການຜະລິດເທົ່ານັ້ນ ແຕ່ຍັງແມ່ນ ຄວາມຮັບຜິດຊອບ ໃນການ ປົກປັກຮັກສາອາຊີບດັ້ງເດີມ
ຂອງບ້ານເກີດເມືອງນອນ.
ທ່ານ ຖ້ວນ ໄດ້ແບ່ງປັນວ່າ: “ນ້ຳປາ ແຕ່ລະຢອດ ແມ່ນຜົນ ໄດ້ຮັບ ມາຈາກຄວາມມານະອົດທົນ ແລະ ຄວາມເຊື່ອໝັ້ນ ທີ່ຖືກສ້າງຂຶ້ນ ຜ່ານຫຼາຍເຊັ່ນຄົນ.
ດ້ວຍເຫດນັ້ນ,
ເຖິງວ່າ ໄດ້ລົງທຶນສາຍສົ່ງການບັນຈຸຂວດ ແລະ ນຳໃຊ້ມາດຖານ
ການຄຸ້ມຄອງ ຄຸນະພາບເຊັ່ນ HACCP ກໍຕາມ, ແຕ່ຂັ້ນຕອນ
ການໝັກໃນຖັງໄມ້ ຢູ່ໂຮງໝັກ ແມ່ນ ຍັງຄົງຮັກສາໄວ້ ຕາມວິທີ ດັ້ງເດີມ. ແມ່ນການປະສານສົມທົບ
ລະຫວ່າງ ປະສົບການ ທີ່ມີມາແຕ່ດົນນານ ແລະ ເຕັກໂນໂລຊີ ທີ່ທັນສະໄໝນີ້ເອງ ຈຶ່ງຊ່ວຍໃຫ້ນ້ຳປາ
ຖິ້ງຟາດ ມີໜ້າຢູ່ຫຼາຍຕະຫຼາດພາຍໃນ ປະເທດ ແລະ ຄ່ອຍໆ ຕອບສະໜອງໄດ້ຕໍ່ມາດຖານ ການສົ່ງອອກ”.
ບໍ່ພຽງແຕ່ຜະລິດເທົ່ານັ້ນ, ໂຮງໝັກປາ ຫຼາຍແຫ່ງ ຢູ່ເທິງເກາະ ຍັງເປີດປະຕູ ຕ້ອນຮັບນັກທ່ອງທ່ຽວ ເຂົ້າມາຢ້ຽມຊົມ ແລະ ແນະນຳຂະບວນການ ເຮັດນ້ຳປາ ແບບດັ້ງເດີມ. ນັກທ່ອງທ່ຽວ
ຈະເຫັນຖັງໄມ້ຂະໜາດໃຫຍ່ ດ້ວຍຕາຕົນເອງ, ສຶກສາ ຂະບວນການໝັກທີ່ແກ່ຍາວ ເປັນເວລາ ກວ່າໜຶ່ງປີ ແລະ ສູບດົມ
ກິ່ນຫອມ ທ່ີເປັນເອກະລັກ ທີ່ແຜ່ກະຈາຍຢູ່ໃນໂຮງໝັກ. ຍ້ອນແນວນັ້ນ, ອາຊີບເຮັດນ້ຳປາ ຈຶ່ງກາຍເປັນຜະລິດຕະພັນ ການທ່ອງທ່ຽວ
ທີ່ໂດດເດັ່ນຂອງເກາະ ຝູ໋ກວັກ ຕື່ມອີກ.
ນັກທ່ອງທ່ຽວ ເລືອກຊື້ ນ້ຳປາ ຢູ່ ບັນດາ ຮ້ານຄ້າ ແນະນຳ ຜະລິດຕະພັນ ຢູ່ ເຂດພິເສດ ຝູ໋ກວັກ. ພາບ: ເຈືອງຝູ໋ກວັກ
ບັນດາ ເຄື່ອງໝາຍການຄ້າ ເຊັ່ນ: ນ້ຳປາ ຖິ້ງຟາດ, ນ້ຳປາ ຝູ໋ກວັກ ຂາຍຮວ່ານ, ນ້ຳປາ ຮົ່ງລານ, ນ້ຳປາ ອົງກີ່,... ໄດ້ຮັບການເລືອກໃຊ້ ຈາກ ຜູ້ບໍລິໂພກ ເປັນຈຳນວນຫຼາຍ ມາເປັນເວລານານ ແລະ ແມ່ນບັນດາ
ຜູ້ຜະລິດລາຍໃຫຍ່ ຢູ່ ຝູ໋ກວັກ. ພາບ: ເລມິງ/VNP
ຊື່ສຽງຂອງນ້ຳປາ ຝູ໋ກວັກ ບໍ່ພຽງແຕ່ໄດ້ຮັບການຢືນຢັນ ຢູ່ພາຍ ໃນປະເທດເທົ່ານັ້ນ, ແຕ່ຍັງຢູ່ໃນຕະຫຼາດສາກົນ ອີກດ້ວຍ. ນີ້ແມ່ນ ຜະລິດຕະພັນທຳອິດ ຂອງ
ຫວຽດນາມ ທີ່ໄດ້ຮັບການ ປົກປ້ອງຊີ້ບອກທີ່ມາ, ຢືນຢັນເຖິງຕົ້ນກຳເນີດ, ຄຸນະພາບ ແລະ ຄວາມເຊື່ອໝັ້ນ ຕໍ່ເຄື່ອງ ໝາຍການຄ້າ ດັ້ງເດີມ
ຫວຽດນາມ ຈາກ ສະຫະພາບ ເອີຣົບ.
ເພື່ອປົກປັກຮັກສາ ແລະ ພັດທະນາອາຊີບ, ອຳນາດ ການປົກຄອງທ້ອງຖິ່ນ ພ້ອມກັບ ສະມາຄົມຜູ້ຜະລິດນ້ຳປາ ຝູ໋ກວັກ ກຳລັງຍູ້ແຮງ ການອະນຸລັກເຂດວັດຖຸດິບ, ເພີ່ມທະວີ ການຕິດຕາມແຫຼ່ງກຳເນີດ, ໂຄສະນາ ເຄື່ອງໝາຍການຄ້າ ຕິດພັນກັບການທ່ອງທ່ຽວ ແລະ ອາຫານການກິນ, ພ້ອມທັງ ຊ່ວຍເຫຼືອ ບັນດາພື້ນຖານຜະລິດ ຍົກສູງຄຸນະພາບ ຕາມ ມາດຕະຖານສາກົນ.
ທ່າມກາງຈັງຫວະຊີວິດ ທີ່ທັນສະໄໝ, ບັນດາໂຮງໝັກປາ ຢູ່ເກາະ ຝູ໋ກວັກ ຍັງຄົງພະຍາຍາມ ຮັກສາຈັງຫວະ ການໄຫຼລ່ອງ ຂອງເວ ລາ. ຈາກ ປາໄສ້ຕັນ ສົດໆ ທີ່ຫາກໍ່ ມາຮອດຝັ່ງ ໄປສູ່ ນ້ຳປາ ສີອຳພັນ
ແຕ່ລະຢອດ,
ທຸກໆ ຂັ້ນຕອນ ລ້ວນແຕ່ ບັນຈຸ ຄວາມອົດທົນ, ປະສົບການ ແລະ ຄວາມຮັກ ໃນອາຊີບ ຂອງ ປະຊາຊົນ
ຢູ່ເກາະແຫ່ງນີ້. ມູນຄ່າເຫຼົ່ານັ້ນເອງ ທີ່ໄດ້ສ້າງ ພະລັງຊີວິດ ທີ່ຍືນຍົງ ໃຫ້ກັບເຄື່ອງໝາຍການຄ້າ
ຫວຽດນາມ ເຊິ່ງກຳລັງກ້າວໄກ ໃນແຜນທີ່ອາຫານໂລກ.
ບົດ: ເຊີນເຫງ໊ຍ - ພາບ: ເລມິງ/VNP,
ເຈືອງຝູ໋ກວັກ