ຄົ້ນພົບ

ນ້ຳຕົກຕາດ ບ້ານຢົກ - ຜົນງານສິ້ນເອກ ຂອງທຳມະຊາດ

ນ້ຳຕົກຕາດ ບ້ານຢົກ (ຕາແສງ ດ່າມຖຸຍ, ເມືອງ ຈູ່ງແຄ໋ງ) ​ຖືກຂະໜານນາມ​ວ່າ ​ເປັນ​ນ້ຳ​ຕົກ​ຕາດ


ນ້ຳຕົກຕາດ ບ້ານຢົກ ຕັ້ງຢູ່ເທິງກະແສແມ່ນ້ຳ ກວຍເຊີນ, ໄດ້ຮັບ ການ ລົງຄະແນນສຽງຈາກວາລະສານທ່ອງທ່ຽວ ທີ່ມີ ຊື່ສຽງຫຼາຍ ສະບັບວ່າ ເປັນໜຶ່ງໃນ 10 ນ້ຳຕົກຕາດ ທີ່ຍິ່ງໃຫຍ່ຢ່າງໜ້າມະຫັດ ສະຈັນ ໃນໂລກ. ທຸກໆ ປີ, ນ້ຳຕົກຕາດ ແຫ່ງນີ້ ໄດ້ຕ້ອນຮັບນັກ ທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວຊົມ ແລະ ບັນ ທຶກຄວາມງາມ ຂອງ ນ້ຳຕົກ ເປັນຈໍານວນຫຼວງຫຼາຍ.

 ຄວາມງາມທ່ີໃຫ່ຍໂຕ ສະຫງ່າງາມ ຂອງນ້ຳຕົກຕາດ ບ້ານຢົກ. ພາບ: ກົງດາດ/VNP
  ນ້ຳຕົກຕາດ ບ້ານຢົກ ສັນຍະລັກຂອງແຂວງ ກາວບັ່ງ. ພາບ: ກົງດາດ/VNP
ໃນຖານະເປັນມໍລະດົກທຳມະຊາດ ທີ່ຕັ້ງຢູ່ສວນສາທາລະນະ ທໍລະນີສາດ ໂລກ ຂອງ UNESCO ກາວບັ່ງ, ນ້ຳຕົກຕາດ ບ້ານ ຢົກ ແມ່ນສະຖານທີ່ທ່ອງທ່ຽວ ທີ່ດຶງດູດໃຈທີ່ສຸດ, ນຳເອົາປະສົບ ການທີ່ດີໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເມື່ອ ມາທີ່ນີ້. ພາບ: ຈິ້ງໂບ້/VNP
  ນ້ຳຕົກຕາດ ບ້ານຢົກ ຖືກຂະໜານນາມວ່າ ເປັນນ້ຳຕົກຕາດ ທີ່ ສວຍງາມທີ່ສຸດ ຂອງ ຫວຽດນາມ ມີນ້ຳຕົກ ລົດລັ່ນເປັນຊັ້ນໆ, ມີ ຄວາມຍາວຫຼາຍຮ້ອຍແມັດ. ພາບ: ກົງດາດ/VNP 
 ວັດ ເຟິດຕິກ ຈຸກເລີມ ບ້ານຢົກ ຕັ້ງ​ຢູ່​ຕາ​ແສງ ດ່າມຖຸຍ, ເມືອງ ຈຸ່ງແຄ໋ງ, ແຂວງ ກາວ​ບັ່ງ. ນີ້​ແມ່ນ​ວັດ​ແຫ່ງ​ທຳ​ອິດ ​ທີ່​ໄດ້​ຮັບ​ການ​ກໍ່​ສ້າງ​ຢູ່​ເຂດ​ຊາຍ​ແດນ​ພາກ​ເໜືອ​ ຂອງ​ ປະ​ເທດ​ ຕັ້ງຢູ່​ຂ້າງນ້ຳ​ຕົກ ຕາກ ບ້ານຢົກ. ພາບ: ກົງດາດ/VNP
 ໃນລະດູຮ້ອນ, ສະຖານທີ່ແຫ່ງນີ້ ຍັງເປັນຈຸດໝາຍປາຍທາງທີ່ເໝາະສົມ ເພາະອາກາດສົດຊື່ນ ແລະ ນ້ຳເຢັນ, ຂັບໄລ່ແສງແດດທີ່ຮ້ອນເອົ້າ. ພາບ: ກົງດາດ/VNP

ນ້ຳຕົກຕາດ ປະກອບດ້ວຍສອງພາກຄື: ນ້ຳຕົກ ກາວ (ສູງ) ເປັນນ້ຳຕົກຮອງຍ້ອນມີນ້ຳຕົກ ໜ້ອຍ, ນ້ຳຕົກ ເຖີບ (ຕ່ຳ) ແມ່ນ ນ້ຳຕົກ ຫຼັກ ທີ່ຕັ້ງຢູ່ຫຼັກໝາຍຊາຍແດນ ລະຫວ່າງ ຫວຽດນາມ - ສປ ຈີນ. ຕາມສົນທິສັນຍາ ປີ 1999, ນ້ຳຕົກ ຮອງເປັນຂອງ ຫວຽດນາມ, ນ້ຳຕົກ ຫຼັກ ໄດ້ແບ່ງອອກເປັນ 2 ສ່ວນ.

ນ້ຳຕົກຕາດ ບ້ານຢົກ ຫ່າງຈາກນະຄອນ ກາວບັງ ປະມານ 90 ກິ ໂລແມັດ ແລະ ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ 400 ກິໂລແມັດ. ໃນ​ຖາ​ນະ​ເປັນ​ມໍລະດົກ​ທຳ​ມະ​ຊາດ ​ທີ່​ຕັ້ງ​ຢູ່​ສວນສາທາລະນະ ທໍ ລະນີສາດ ໂລກ​ ຂອງ UNESCO ກາວບັ່ງ, ນ້ຳ​ຕົກ​ຕາດ ບ້ານຢົກ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ ທີ່​ດຶງ​ດູດ​ໃຈ​ທີ່​ສຸດ, ​ນຳ​ເອົາ​ປະສົບ​ການ​ທີ່​ດີ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ເມື່ອມາທີ່ນີ້.

ດ້ວຍທັດສະນີຍະພາບ ອັນກວ້າງໃຫຍ່ໄພສານຈາກໄລຍະໄກ, ນ້ຳ ຕົກ ທີ່ໄຫຼລົງມາສ້າງເປັນພື້ນທີ່ຟອງສີຂາວ, ໃຫ້ພວກເຮົາຮູ້ສຶກໄດ້ ເຖິງຄວາມຮ້າຍກາດ, ແຕ່ມີຄວາມງົດງາມເປັນຢ່າງຍິ່ງ. ຢູ່​ກາງ​ນ້ຳ ຕົກ, ຫີນ ​ທີ່​ຍົກ​ສູງ​ຂຶ້ນ, ​ປົກ​ຫຸ້ມ​ດ້ວຍ​ກິ່ງ​ງ່າໄມ້​ແຫ້ງ, ​ແຍກ​ນ້ຳ​ອອກ​ເປັນ 3 ສາຍ​ຄື ​ສາຍ​ໄໝ​ຂາວ​ສາມ​ເສັ້ນ​ຂ້າມ​ພູ​ ແລະ ​ປ່າ. ໃນ​ມື້​ທີ່​ມີ​ແສງ​ແດດ, ແສງສະຫວ່າງ ໄດ້​ສ່ອງ​ລົງ​ມາ​ໃສ່ນ​້​ໍ​າ​ຕົກ​ ແລະ ປະສານ ສົມທົບກັບລະອອງ​ນ​້​ໍ​າ​​ ສ້າງ​ເປັນ​ສາຍຮຸ້ງ ຫຼາກສີສັນ ທ່ີສ່ອງແສງ ລະຍິບລະຍັບ ຢ່າງສວຍງາມ.  

ຢູ່​ຕີນ​ນ້ຳ​ຕົກ​ ແມ່ນ​ແມ່​ນ້ຳ​ກວ້າງ, ໜ້າ​ນ້ຳ ງຽບ​ສະ​ຫງົບ​ຄື​ກັບ​ກະ​ຈົກ. ສອງ​ຝັ່ງ​ແມ່​ນ້ຳ​ ມີ​ທົ່ງ​ຫຍ້າ​ ທີ່​ຂຽວສະອຸ່ມ ​ພ້ອມ​ດ້ວຍ​ນ້ຳ​ໝອກ, ປ່າ​ໄມ້​ທີ່​ຂຽວ​ອຸ່ມ​ທຸ່ມ. ​ເມື່ອເບິ່ງມາ​ຈາກ​ມູມ​ຕ່ຳ, ນ້ຳຕົກ​ຕາດ ​ເບິ່ງ​ຄື​ຜ້າ​ໄໝ ເຊິ່ງ​ດຶງ​ດູດໃຈ​ນັກ​ທ່ອງ​ທ່ຽວ ​ຫຼາຍ​ຄົນ. ໃນເດືອນ ​ກັນ​ຍາ ແລະ ​ຕຸ​ລາ ​ແມ່ນ​ຊ່ວງເວ​ລາ​ທີ່​ເໝາະ​ສົມ​ສໍາ​ລັບ​ການ​ສໍາ​ຫຼວດ​ນ​້​ໍາ​ຕົກຕາດ ບ້ານ ຢົກ, ໃນ​ເວ​ລາ​ ທີ່​ນ​້​ໍ​າ​ອຸ​ດົມ​ສົມ​ບູນ ​ແລະ ​ໃສສະອາດ, ນ​້​ໍ​າ​ຕົກ​​ໄຫຼ​ ເປັນຟອງສີ​ຂາວ.

ນັກ​ທ່ອງ​ທ່ຽວ ​ສາມາດ​ຍ່າງ​ອ້ອມ​ຕີນ​ນ້ຳ​ຕົກ​ ໄດ້ຢ່າງ​ສະບາຍ, ເພີດ ເພີນໄປກັບທຳມະຊາດ ​ແລະ ສ້າງສັນ​ພາບຖ່າຍ​ສິລະ​ປະ​ ກັບ​ພູຜາ​ປ່າ​ໄມ້ ແລະ ທໍາມະຊາດ. ນອກຈາກນີ້, ຢູ່​ຕີນ​ນ້ຳ​ຕົກຕາດ ​ບ້ານ​ຢົກ ຍັງ​ມີ​ເຂື່ອນ​ນ້ອຍແຫ່ງໜຶ່ງ. ນ້ໍາໃສສະອາດ, ບໍ່ມີຂີ້ຝຸ່ນ ຈາກນ້ໍາ ຕົກ ຈະໄຫຼ ມາທີ່ນີ້. ນອກຈາກ​ນັ້ນ, ​ເພື່ອ​ສໍາຜັດກັບ​ປະສົບ​ການ​ທີ່​ເປັນ​ເອກະລັກ​ສະ​ເພາະ ​​ກັບກະແສ​ນ້ຳ, ​ພວກເຮົາຍັງສາມາດ​ນັ່ງ​ເຮືອ​ ​ລ່ອງ​ຂ້າມ​ແມ່​ນ້ຳ ກວຍເຊີນ.