ຂ່າວສານ

ນ້ຳຕົກຕາດ ບານໂຢກ ນອນໃນ top ເສັ້ນຊາຍແດນທຳມະຊາດສວຍງາມທີ່ສຸດ

ບັນດາບັນຊີລາຍຊື່ອີງໃສ່ການຕີລາຄາຂອງນັກຊ່ຽວຊານທ່ອງທ່ຽວ, ຄືດັ່ງການແນະນຳກ່ຽວກັບສະຖານທີ່ທ່ອງທ່ຽວເຊິ່ງແຂກທ່ອງທ່ຽວຄວນມາຢ້ຽມຢາມໃນໄລຍະຈະມາເຖິງ.
  (ນ້ຳຕົກຕາກ ບານໂຢກ, ແຂວງ ກາວບັ່ງ, ຫວຽດນາມ)  

ຫວ່າງແລ້ວນີ້, ໜັງສືພິມອັນດັບໜຶ່ງ South China Morning (SCMP) ຂອງ ຮົ່ງກົງ, ຈີນ ໄດ້ສ້າງບັນຊີລາຍຊື່ບັນດາເສັ້ນຊາຍແດນທຳມະຊາດໄດ້ຮັບການຕີລາຄາວ່າແມ່ນສວຍງາມທີ່ສຸດໃນໂລກ, ໃນນັ້ນມີນ້ຳຕົກຕາກ ບານໂຢກ, ແຂວງ ກາວບັ່ງ, ຫວຽດນາມ. ບັນດາບັນຊີລາຍຊື່ອີງໃສ່ການຕີລາຄາຂອງນັກຊ່ຽວຊານທ່ອງທ່ຽວ, ຄືດັ່ງການແນະນຳກ່ຽວກັບສະຖານທີ່ທ່ອງທ່ຽວເຊິ່ງແຂກທ່ອງທ່ຽວຄວນມາຢ້ຽມຢາມໃນໄລຍະຈະມາເຖິງ. ຈຸດລວມຂອງບັນດາແຫ່ງນີ້ແມ່ນ ເສັ້ນຊາຍແດນທຳມະຊາດຄື: ແມ່ນ້ຳ, ນ້ຳຫ້ວຍ, ພູ, ນ້ຳຕົກຕາດມີທິດທັດທຳມະຊາດໃຫຍ່ໂຕມະໂຫຖານ, ສວຍງາມ. ໜັງສື່ພິມ SCMP ຂຽນວ່າ: ພາຍຫຼັງເຂົ້າມາ ຫວຽດນາມ, ແຂກທ່ອງທ່ຽວຈົ່ງສະຫງວນເວລາເພື່ອຄົ້ນຫາເຂດນີ້ ກ່ອນທີ່ຈະໄປສະຖານທີ່ຕໍ່ໄປ.

ປີ 2021, ວາລະສານທ່ອງທ່ຽວ ອາເມລິກາ Travel + Leisure ຂອງ ອາເມລິກາ ໄດ້ຄັດເລືອກນ້ຳຕົກຕາດ ບານໂຢກ ແມ່ນໜຶ່ງໃນຈຳນວນນ້ຳຕົກຕາດ 25 ແຫ່ງສວຍງາມທີ່ສຸດໃນໂລກ. ນ້ຳຕົກຕາດ ບານໂຢກ (ສ່ວນຢູ່ເຂດດິນແດນ ຫວຽດນາມ) ຂຶ້ນກັບຕາແສງ ດ່າມຖຸຍ, ເມືອງ ຈຸ່ງແຄງ, ແຂວງ ກາວບັ່ງ ຫ່າງຈາກໃຈກາງເມືອງເກືອບ 30 ກມ, ເຊິ່ງລວມມີນ້ຳຕົກຕາດໃຫຍ່, ນ້ອຍມີລວງກວ້າງນັບຮ້ອຍແມັດ.


top