ຂ່າວສານ

ນິວຊີແລນກຽມພ້ອມໃຫ້ແກ່ສັບປະດາຂັ້ນສູງ APEC 2021

      ວັນທີ 6 ພະຈິກ, ທ່ານນາງນາຍົກລັດຖະມົນຕີນິວຊີແລນ ຢາຊິນດາ ອາແດນໃຫ້ຮູ້ວ່າໃນເກືອບໜຶ່ງປີທີ່ຜ່ານມາ ປະເທດນີ້ໄດ້ປະຕິບັດບົດບາດເປັນປະເທດເຈົ້າພາບຈັດຕັ້ງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກຫຼື APEC ປີ 2021 ເປັນຢ່າງດີ ແລະ ກຽມພ້ອມໃຫ້ແກ່ບັນດາເຫດການທີ່ສຳຄັນທີ່ສຸດຂອງເວທີປາໄສເຊິ່ງຈະເລີ່ມດຳເນີນໃນອາທິດໜ້າ. 
ທ່ານນາງນາຍົກລັດຖະມົນຕີນິວຊີແລນ ຢາຊິນດາ ອາແດນ
      ທ່ານນາງນາຍົກລັດຖະມົນຕີ ອາແດນ ຢືນຢັນວ່າ ເຖິງວ່າໄດ້ດຳເນີນຕາມຮູບການທາງໄກ ຍ້ອນຜົນສະທ້ອນຈາກໂຄວິດ - 19 ມາແຕ່ທ້າຍປີ 2020 ມາຮອດປັດຈຸບັນກໍ່ຕາມ, ແຕ່ບັນດາເຫດການແລະກອງປະຊຸມໃນຂອບເຂດ APEC 2021 ໂດຍນິວຊີແລນຈັດຂຶ້ນ ຍັງບັນລຸໝາກຜົນທີ່ແທດຈິງແລະນຳມາເຊິ່ງການປ່ຽນແປງຍາວນານໃນ APEC.  ປະເທດເຈົ້າພາບ APEC 2021 ໄດ້ຂຶ້ນແຜນການກະກຽມຢ່າງລອບຄອບຖີ່ຖ້ວນໃຫ້ແກ່ສັບປະດາຂັ້ນສູງ APEC ເຊິ່ງຈະດຳເນີນແຕ່ວັນທີ 8 ຫາວັນທີ 12 ພະຈິກທີ່ຈະມາເຖິງ.
(ແຫຼ່ງຄັດຈາກ VOV)


top