ຂ່າວສານ

ນິວຊີແລນ ແລະ ຫວຽດນາມ ຮ່ວມມືແບ່ງປັນຂໍ້ມູນຂ່າວສານກະກຽມໃຫ້ CPTPP

ໃນເວລາຜ່ານມາ, ຫ້ອງການທູດການຄ້າ, ສະຖານທູດ ຫວຽດນາມ ປະຈຳ ນິວຊີແລນ ໄດ້ສົມທົບກັບຫ້ອງການການຄ້າເຂດ Wellington ແລະ ສະພາວິສາຫະກິດ ນິວຊີແລນ ແລະ ອາຊຽນ ຈັດຕັ້ງກອງປະຊຸມພົບປະກັບບັນດາວິສາຫະກິດ ນິວຊີແລນ.

ເພື່ອປຶກສາຫາລືບັນດາບັນຫາກ່ຽວກັບການຄ້າກ່ອນທີ່ຈຸດວາລາທີ່ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ມີຜົນສັກສິດ.

        ທ່ານ ຕ້າວັນທົງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ໄດ້ມີບົດສະເໜີແນະນຳກ່ຽວກັບພື້ນຖານເສດຖະກິດໃນວິວັດການເຊື່ອມໂຍງເຂົ້າກັບສາກົນ, ບັນດາຄຳໝັ້ນສັນຍາກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ ທີ່ກະກຽມໃຫ້ CPTPP ມີຜົນສັກສິດ, ການພົວພັນ 2 ຝ່າຍ ແລະ ບັນດາການເຄື່ອນໄຫວໜູນຊ່ວຍວິສາຫະກິດຂອງອົງການຕາງໜ້າ ຫວຽດນາມ ປະຈຳ ນິວຊີແລນ.

(ແຫຼ່ງຄັດຈາກ VOV)


top