ຂ່າວສານ

ນິງທ້ວນ ຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຂອງຊັບພະຍາກອນທ່ອງທ່ຽວທະເລ ເພື່ອພັດທະນາ

ດ້ວຍເສັ້ນທາງແຄມທະເລຍາວກວ່າ 105 ກິໂລແມັດ, ນິງທ້ວນ ມີເງື່ອນໄຂຄົບຖ້ວນ ແລະ ຄວາມສາມາດໂດດເດັ່ນເພື່ອພັດທະນາການທ່ອງທ່ຽວ. ນິງທ້ວນ ໄດ້ ແລະ ພວມຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຈາກທະເລຢ່າງສຸດຂີດ ເພື່ອພັດທະນາຂະແຫນງທ່ອງທ່ຽວ ດ້ວຍບັນດາຜະລິດຕະພັນພິເສດມີລັກສະນະແກ້ງແຍ່ງສູງ, ນຳການທ່ອງທ່ຽວກາຍເປັນຂະແຫນງເສດຖະກິດປາຍແຫລມ.
  ໝຸ່ບ້ານທ່ອງທ່ຽວ ຫວີງຮີ ນອນໃນເຂດອ່າວ ທີ່ສວຍງາມ. (ພາບ: Nguyễn Thành/TTXVN)  

ເມື່ອເວົ້າເຖິງ ນິງທ້ວນ ແມ່ນເວົ້າເຖິງເຂດດິນທີ່ເຕັມໄປດ້ວຍແດດຮ້ອນ - ລົມ. ແດດ ແລະ ລົມໄດ້ສ້າງເປັນຄວາມແຕກຕ່າງ, ສ້າງທ່າໄດ້ປຽບສະເພາະເພື່ອພັດທະນາການທ່ອງທ່ຽວທະເລ.

ບັນດາເຂດອ່າວທີ່ມີຊື່ສຽງຄື: ນິງຈື໋, ບິ່ງຕຽນ, ການາ, ໂນນຫາດຊາຍ ນາມເກືອງ, ໃນນັ້ນ ອ່າວ ຫວີງຮີ ໄດ້ຮັບການຈັດອັນດັບແມ່ນຫນຶ່ງໃນ ອ່າວ 8 ແຫ່ງທີ່ງາມທີ່ສຸດ ຢູ່ ຫວຽດນາມ ແລະ ແມ່ນຫນຶ່ງໃນຈຳນວນເຂດນິເວດວິທະຍາ 9 ແຫ່ງຂອງໂລກ. ບັນດາພະລານຫີນປະກາລັງທະເລງາມທີ່ສຸດ ດ້ວຍ 356 ປະເພດທີ່ຈັດແບ່ງຢູ່ບັນດາເຂດແຄມທະເລ ຍາມໃດກໍ່ແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.

“ເສັ້ນທາງງາມກວ່າໝູ່ຢູ່ ຫວຽດນາມ ແນ່ນອນວ່າ ແມ່ນເສັ້ນທາງຢູ່ອ້ອມຮອບອ່າວ ຫວີງຮີ. ນ້ຳທະເລຂຽວໃສທີ່ສຸດ ສາມາດເຫັນປາທີ່ກຳລັງລອຍໄດ້ເລີຍ, ລົມພັດມາເຢັນສະບາຍ ແລະ ສິ່ງສຳຄັນແມ່ນ ພວກເຮົາຢືນຢູ່ບ່ອນໃດກໍ່ມີຮູບງາມໆໄດ້ເລີຍ”.      ຂ້າພະເຈົ້າຄິດວ່າ ນີ້ແມ່ນຫາດຊາຍທະເລງາມທີ່ສຸດທີ່ຂ້າພະເຈົ້າໄດ້ເຫັນ. ຢູ່ທີ່ນີ້ ສີນ້ຳທະເລກໍສວຍງາມແທ້ໆ ເປັນສີຟ້າທະເລ, ສີຟ້າຂຽວ, ເຕັມໄປດ້ວຍສີສັນຫລາກຫລາຍ. ເສັ້ນທາງແຄມທະເລກໍ່ສວຍງາມທີ່ສຸດ”.

ຕາມການສະຖິຕິຈາກຂະແຫນງທ່ອງທ່ຽວຂອງທ້ອງຖິ່ນ, ມີ 80% ຈຳນວນນັກທ່ອງທ່ຽວມາຢາມ ນິງທ້ວນ ກໍ່ແມ່ນເພື່ອໄປທ່ຽວທະເລ, ຈຳນວນນັກທ່ອງທ່ຽວເພີ່ມຂຶ້ນໃນແຕ່ລະປີ. ບັນດາຮູບການ ແລະ ຜະລິດຕະພັນທ່ອງທ່ຽວທະເລແມ່ນຫລາຍຮູບຫລາຍແບບ ດູດດື່ມ. ໄລຍະຜ່ານມາ, ທ້ອງຖິ່ນ ຍາມໃດກໍ່ມີຍຸດທະສາດຢ່າງມີແບບມີແຜນເພື່ອຫັນຜະລິດຕະພັນທ່ອງທ່ຽວທະເລເປັນຫລາຍຮູບແບບ, ໃນນັ້ນ ເອົາໃຈໃສ່ເຖິງການລົງທຶນ, ຍົກລະດັບພື້ນຖານໂຄງລ່າງ. ປີ 2024 ທ້ອງຖິ່ນ ໄດ້ອອກຫນັງສືອະນຸຍາດໃຫມ່ ແລະ ດັດປັບແຜນນະໂຍບາຍການລົງທຶນໃຫ້ແກ່ 29 ໂຄງການຂຶ້ນກັບຂົງເຂດທ່ອງທ່ຽວ ດ້ວຍຫລາຍໂຄງການໃຫຍ່ຢູ່ລຽບຕາມບັນດາເຂດແຄມທະເລ ນິງຫາຍ, ທ້ວນນາມ, ການາ. ພ້ອມທັງວາງແຜນຜັງເພື່ອຫັນເຂດການໃຊ້ງານຕາມການກຳນົດທິດແມ່ນເຂດທ່ອງທ່ຽວສາກົນໃຫ້ປະກົດຜົນເປັນຈິງ ເພື່ອສ້າງເປັນ “ຈຸດນັດພົບທີ່ຫາກໍ່ພົ້ນເດັ່ນຂຶ້ນ” ຂອງການທ່ອງທ່ຽວແຄມທະເລພາກກາງ ຫວຽດນາມ.  ທ່ານ ຫງວຽນວັນທູ ຮອງປະທານ ສະຫະສະມາຄົມທ່ອງທ່ຽວ ນິງທ້ວນ ໃຫ້ຮູ້ວ່າ:

“ເຮັດແນວໃດເພື່ອດຶງດູດນັກທ່ອງທ່ຽວຢູ່ ນິງທ້ວນ ໃຫ້ຢູ່ດົນກວ່າ ແລະ ແຂກມາທ່ຽວຫລາຍກວ່າ, ພວກຂ້າພະເຈົ້າ ມີຄວາມເອົາໃຈໃສ່ເພີ່ມທະວີການລົງທຶນພື້ນຖານດ້ານວັດຖຸ, ຍົກລະດັບ, ພັດທະນາໃຫມ່. ຜ່ານນັ້ນ ກໍ່ໄດ້ສ້າງໂສມຫນ້າໃຫມ່, ຜະລິດຕະພັນທ່ອງທ່ຽວໃຫມ່ ເພື່ອຮັບໃຊ້ນັກທ່ອງທ່ຽວໃຫ້ດີທີ່ສຸດ”.

ເລື່ອງໂຮມແຂວງເຂົ້າກັນ ຕາມແຜນນະໂຍບາຍຂອງພັກ, ລັດ ໄດ້ເປີດກາລະໂອກາດໃຫຍ່ໃຫ້ແກ່ເສດຖະກິດ ນິງທ້ວນ ເວົ້າລວມ, ຂົງເຂດການທ່ອງທ່ຽວທະເລ ເວົ້າສະເພາະ. ທ່ານ ຟ້າມຊວນເລືອງ, ອະດີດຮອງຫົວຫນ້າ ສະຖາບັນຄົ້ນຄ້ວາທ່ອງທ່ຽວ ຫວຽດນາມ ຖືວ່າ:

“ຫນຶ່ງໃນຈຳນວນ 7 ທ້ອງຖິ່ນຈຸດສຸມຂອງການທ່ອງທ່ຽວ ຫວຽດນາມ ນັ້ນແມ່ນ ຍາຈາງ, ນິງຈື໋ ແລະ ດ່າລາດ. ເຂດສາມຫລ່ຽມເຕີບໂຕນີ້ແມ່ນມີຄວາມສຳຄັນທີ່ສຸດ ຊື່ງພວກຂ້າພະເຈົ້າໄດ້ກຳນົດແຕ່ດົນແລ້ວ. ປະຈຸບັນ ໂດຍມີການຮ່ວມສຳພັນ, ການສຸມໃສ່ ແມ່ນຈະສ້າງໄດ້ບາດກ້າວບຸກທະລຸ, ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມ ນິງທ້ວນ ຫລາຍກວ່າ”.

  ຫາດຊາຍທະເລ ນີງຈື໋. (ພາບ:Nguyễn Thành/TTXVN)  

ທ່າແຮງກ່ຽວກັບການພັດທະນາພະລັງງານທົດແທນ (ໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ) ກໍ່ແມ່ນທິດພັດທະນາໃຫມ່ເພື່ອຊຸກຍູ້ຂະແຫນງທ່ອງທ່ຽວແຂວງ ຈາກຂົງເຂດນີ້. ທີ່ການເຮັດວຽກກັບອົງຄະນະພັກ ແລະ ອຳນາດການປົກຄອງ ນິງທ້ວນ ຫວ່າງແລ້ວນີ້, ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນຫນັກວ່າ:

“ແຂວງ ຄວນສືບຕໍ່ປ່ຽນແປງໃຫມ່, ມີກົນໄກດຶງດູດການລົງທຶນພື້ນຖານໂຄງລ່າງ, ພິເສດ ແມ່ນໃຫ້ແກ່ບັນດາຂະແຫນງ, ຂົງເຂດທີ່ມີທ່າໄດ້ປຽບແກ້ງແຍ່ງໂດດເດັ່ນ. ເອົາໃຈໃສ່ການລົງທຶນພັດທະນາໂຄງການທ່ອງທ່ຽວແບບລົງຕົວຈິງຢູ່ບັນດາຟາມພະລັງງານທົດແທນ, ຂຸດຄົ້ນ, ນຳໃຊ້ຊັບພະຍາກອນທະເລຢ່າງມີປະສິດທິຜົນ ແລະ ຍືນຍົງ”.         

ນິງທ້ວນ ໄດ້ ແລະ ພວມຢັ້ງຢືນທີ່ຕັ້ງໃນແຜນທີ່ທ່ອງທ່ຽວ ຫວຽດນາມ ເທື່ອລະກ້າວ ຍ້ອນໄດ້ຂຸດຄົ້ນທ່າໄດ້ປຽບຈາກທະເລເປັນຢ່າງດີ. ເປົ້າໝາຍພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແຫນງປາຍແຫລມ ພວມສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດໃນໄລຍະຫັນປ່ຽນໃຫມ່ພ້ອມກັບປະເທດຊາດ.


top