ຂ່າວສານ

ນິງຖ້ວນ ຜັນຂະຫຍາຍໂຄງການພະລັງງານຜະລິດຄືນໃໝ່ທີ່ມີມູນຄ່າ 12.000 ຕື້ດົ່ງ

      ຕອນບ່າຍວັນທີ 15 ພຶດສະພາ, ຢູ່ເມືອງຖ້ວນນາມ, ແຂວງນິງຖ້ວນ, ກຸ່ມບໍລິສັດ ຈຸງນາມ Group ໄດ້ຈັດພິທີປຸກລະດົມບັ້ນແຂ່ງຂັນໃນຮອບເວລາ 102 ວັນ ແລະ ຄືນ ຂອງໂຄງການໂຮງງານຜະລິດໄຟຟ້າແສງຕາເວັນ ຈຸງນາມ - ຖ້ວນນາມ. 

ນິງຖ້ວນມີຄວາມສາມາດບົ່ມຊ້ອນກາຍເປັນສູນພະລັງງານຜະລິດຄືນໃໝ່ຂອງ ຫວຽດນາມ
      ໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍດ້ວຍເງິນລົງທຶນທັງໝົດແມ່ນ 12.000 ຕື້ດົ່ງ ນີ້ແມ່ນບາດກ້າວປະຕິບັດນຳແຂວງນິງຖ້ວນ ກາຍເປັນສູນກາງພະລັງງານຜະລິດຄືນໃໝ່ຂອງປະເທດຊາດ, ປະກອບສ່ວນສຳຄັນເຂົ້າໃນການແກ້ໄຂບັນຫາກຳລັງການຜະລິດ ຂອງບັນດາໂຮງງານພະລັງງານຜະລິດຄືນໃໝ່ ຢູ່ເຂດນິງຖ້ວນ ແລະ ບິ່ງຖ້ວນ. ນີ້ກໍ່ແມ່ນຂີດໝາຍປະຫວັດສາດ ຂອງຂະແໜງພະລັງງານຫວຽດນາມ ເມື່ອວິສາຫະກິດເອກະຊົນເຂົ້າຮ່ວມການລົງທຶນພື້ນຖານໂຄງລ່າງນຳສົ່ງພະລັງງານ. ທ່ານລືວຊວັນວິ້ງ, ປະທານຄະນະກຳມະການປະຊາຊົນແຂວງນິງຖ້ວນເນັ້ນໜັກວ່າ:
            ໂຄງການມີບົດບາດຕັດສິນຊີ້ຂາດໃນການນຳແຂວງນິງຖ້ວນກາຍເປັນສູນພະລັງງານຜະລິດຄືນໃໝ່ຂອງປະເທດເທື່ອລະກ້າວ. ໃນເງື່ອນໄຂປັດຈຸບັນ, ແຫຼ່ງພະລັງງານແຫງ່ຊາດມີບົດບາດສຳຄັນທີ່ສຸດ ແລະ ສຳລັບແຂວງນິງຖ້ວນແລ້ວ ໂຄງການນີ້ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ. ພວກຂ້າພະເຈົ້າຈະສືບຕໍ່ຮ່ວມເດີນທາງພ້ອມກັບບັນດານັກລົງທຶນ, ແກ້ໄຂບັນດາຂໍ້ຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການເພື່ອພ້ອມກັບນັກລົງທຶນປະຕິບັດ ໂຄງການໃຫ້ສຳເລັດຕາມແຜນການກຳນົດ.
 (ແຫຼ່ງຄັດຈາກ VOV)


top