ຂ່າວສານ

ນຳ​ສາຍ​ພົວ​ພັນ ຫວຽດ​ນາມ - ຈີນ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຕອນ​ແລງວັນ​ທີ 17 ເມ​ສາ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ມາຮອດ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາ​ງ​ລັດ​ຖະ​ກິດ​ຢູ່ ຈີນ ແຕ່​ວັນ​ທີ 14 ເມ​ສາ - 17 ເມ​ສາ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ແລະ ພັນ​ລະ​ຍາ.
  ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈູງ (ພາບ: ກະຊວງການຕ່າງປະເທດ)  

ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ກ່ຽວ​ກັບ​ໝາກ​ຜົນ​ການ​ຢ້ຽມ​ຢາມ ຈີນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ, ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ​່າງ​ປະ​ເທດ ຫວຽດ​ນາມ ຊີ້​ແຈ້ງວ່າ ທັງ​ສອງ​ຝ່າຍ​ໄດ້​ຢັ້ງ​ຢືນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ສາຍ​ພົວ​ພັນ ຫວຽດ​ນາມ - ຈີນ ໃນ​ປີ 2026. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈູງ ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ທັງ​ແມ່ນ​ຄຳ​ຢັ້ງ​ຢືນ​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ຜູກ​ພັນ​ກັນ​ຢ່າງ​ໜຽວ​ແໜ້ນ, ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ; ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ ແລະ ວາງ​ອອກວິ​ໄສ​ທັດ, ກຳ​ນົດ​ທິດ​ທາງ​ສັງ​ລວມ​ຂອງ​ການ​ນຳ​ສູງ​ສຸດ​ຂອງ​ສອງ​ພັກ, ສອງ​ລັດ ໃນ​ການ​ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່, ປັບ​ປຸງ​ສະ​ພາບ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ສະ​ດວກ, ນຳ​ສາຍ​ພົວ​ພັນ​ສຳ​ຄັນ​ນີ້ ນັບ​ມື້​ນັບ​ຕອບ​ສະ​ໜອງ​ໄດ້ຫຼາຍ​ຄວາມ​ຕ້ອງ​ການ​ທີ່​ແທດ​ຈິງ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ໃນ​ສັງ​ກາດ​ໃໝ່​ໃຫ້ຫຼາຍກວ່າ​ອີກ.

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ​່າງ​ປະ​ເທດ ເລ​ຮ​ວ່າຍ​ຈູງ ຢັ້ງ​ຢືນ​ວ່າ ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່​ຈີນ ຂອງ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປ​ະ​ເທດ ໂຕ​ເລິມ ແລະ ພັນ​ລະ​ຍາ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ທີ່​ດີ​ງາມ, ມີ​ຄວາ​ມ​ໝາຍ​ຢ່າງ​ໃຫຍ່ຫຼວງ​ໃນ​ການ​ສ້າງ​ບັນ​ດາ​​ພື້ນຖານ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ກໍ​ຄື​ໃນ​ການ​ນຳ​ສາຍ​ພົວ​ພັນ ຫວຽດ​ນາມ - ຈີນ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່./.


top