ຂ່າວສານ

ນຳ​ວິ​ທະ​ຍາ​ສາດ​ນິວ​ເຄຼຍ​ກາຍ​ເປັນ​ກຳ​ລັງ​ໜູນຫຼັກ​ແຫຼ່ງ​ໃຫ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ວ່າ ພັກ ແລະ ລັດ​ກຳ​ນົດ​ພະ​ລັງ​ງານ​ນິວ​ເຄຼຍ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ກາ​ນ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ແລະ ປະ​ຕິ​ບັດ​ຄຳ​ໝັ້​ນ​ສັນ​ຍາ​ສາ​ກົນ ແລະ ບັນ​ລຸ​ໄດ້​ການ​ປ່ອຍ​ອາຍ​ພິດ​ລົງ​ລະ​ດັບ 0 ໃນ​ປີ 2050.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: VNA)
ສະ​ຖາ​ບັນ​ພະ​ລັງ​ງານ​ປະ​ລະ​ມາ​ນູ ຫວຽດ​ນາມ ຍູ້​ແຮງ​ການ​ພັດ​ທະ​ນາ, ໝູນ​ໃຊ້​ພະ​ລັງ​ງານ​ປະ​ລະ​ມາ​ນູ, ນຳ​ວ​ິ​ທະ​ຍາ​ສາດ​ນິວ​ເຄຼຍ​ກາຍ​ເປັນ​ກຳ​ລັງ​ໜູນຫຼັກ​ແຫຼ່ງ​ໃຫ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ສ້າງ​ຮູບ​ແບບ​ການ​ຈັດ​ຕັ້ງ ໃຫ້​ສົມ​ບູນແບບ ແລະ ສຸມ​ທຸກ​ແຫຼ່ງ​ກຳ​ລັງ​ຢ່າງ​ສຸ​ດ​ຂີດ​ເພື່ອ​ຜັນ​ຂະ​ຫຍາຍ​ສູນ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ… ນີ້​ແມ່ນ​ຄຳ​ຮຽກ​ຮ້ອງ​​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ຢູ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ຖາ​ບັນ​ພະ​ລັງ​ງານ​ປະ​ລະ​ມາ​ນູ ຫວຽດ​ນາມ (26/04/1976 – 26/04/2026), ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 7 ກໍ​ລະ​ກົດ​ຢູ່​ຮ່າ​ໂນ້ຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ຢັ້ງ​ຢືນ​ວ່າ ພັກ ແລະ ລັດ​ກຳ​ນົດ​ພະ​ລັງ​ງານ​ນິວ​ເຄຼຍ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ກາ​ນ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ແລະ ປະ​ຕິ​ບັດ​ຄຳ​ໝັ້​ນ​ສັນ​ຍາ​ສາ​ກົນ ແລະ ບັນ​ລຸ​ໄດ້​ການ​ປ່ອຍ​ອາຍ​ພິດ​ລົງ​ລະ​ດັບ 0 ໃນ​ປີ 2050. ປັດ​ຈຸ​ບັນ, ລັດ​ຖະ​ບານ​ພວມ​ຜັນ​ຂະ​ຫຍາຍຫຼາຍ​ໜ້າ​ທີ່, ມາດ​ຕະ​ການແກ້​ໄຂ, ໃນ​ນັ້ນ​ມີ​ການ​ກະ​ກຽມ​ຜັນ​ຂະ​ຫຍາຍ​ໂຄງ​ການ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ ນິງ​ທ້ວນ 1 ແລະ ໂຄງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ​ຢູ່​ແຂວງ ດົ່ງ​ນາຍ. ນີ້​ແມ່ນ​ບັນ​ດາ​ໂຄງ​ການ​ສຳ​ຄັນ​ຂອງ​ຊາດ, ຮຽກ​ຮ້ອງ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ໃນ​ນັ້ນ​ມີ​ສະ​ຖາ​ບັນ​ພະ​ລັງ​ງານ​ປະ​ລະ​ມາ​ນູ ຫວຽດ​ນາມ ຕ້ອງ​ສຸມ​ແຫຼ່ງ​ກຳ​ລັງ​​ຢ່າງຫຼວງຫຼາຍ ເພື່ອ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜ​ົນ.

top