ຂ່າວສານ

ນຳ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ​ຂຶ້ນ​​ສູນ​ຕິດ​ຕໍ່​ຄ້າ​ຂາຍ​ທາງ​ເອ​ເລັກ​ໂຕ​ນິກ: ທິດ​ເດີນ​ທີ່​ແນ່ນອນ

ນໄລຍະຜ່ານມາ, ພິເສດແມ່ນໃນເວລາທີ່ໂລກລະບາດໂຄວິດ 19 ພວມຜັນແປໄປຢ່າງສັບສົນ, ຜະລິດຕະພັນກະເສດຫຼາຍປະເພດຂອງທ້ອງຖິ່ນຕ່າງໆ ໄດ້ສົ່ງໄປຂາຍຢູ່ສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ , ຊື່ງໄດ້ດຶງດູດເອົາຜູ້ບໍລິໂພກຢູ່ທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ. ໝາກຜົນຕົວຈິງຂອງເລື່ອງຍູ້ແຮງຜະລິດຕະພັນກະເສດສົ່ງໄປຂາຍຢູ່ສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ ບໍ່ພຽງແຕ່ໄດ້ນຳມາເຊິ່ງລາຍຮັບ, ຜົນປະໂຫຍດດ້ານເສດຖະກິດອັນໃຫ່ຍຫຼວງໃຫ້ແກ່ຊາວກະສິກອນເທົ່ານັ້ນ, ຫາກຍັງໄດ້ພິສູດໃຫ້ເຫັນທິດເດີນທີ່ຖືກຕ້ອງ, ແນ່ນອນ ຂອງການແລກປ່ຽນຜະລິດຕະພັນກະເສດ ຢູ່ສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ ໃນສັງກາດດີຈີຕອນອີກດ້ວຍ.

  ໄລຍະຜ່ານມາ ມີຜະລິດຕະພັນກະເສດຫຼາຍຊະນິດໄດ້ສົ່ງໄປຂາຍຢູ່ສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ (ພາບປະກອບ: TTXVN)  

ໜຶ່ງໃນບັນດາຕົວຢ່າງໄດ້ຮູ້ຈັກເຖິງຢ່າງກ້ວາງຂວາງ ກ່ຽວກັບຜົນສຳເລັດຂອງເລື່ອງນຳຜະລິດຕະພັນກະເສດ ສົ່ງໄປຂາຍຢູ່ສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ  ໃນໄລຍະຜ່ານມາ ແມ່ນໝາກລີ້ນຈີ່, ໝາກລຳໄຍ…ຢູ່ບັນດາແຂວງທາງພາກເໜືອຂອງຫວຽດນາມ ຄື: ບັກຢາງ, ຫາຍເຢືອງ, ຮຶງອຽນ… ໃນລະດູການປີ 2021 ຊື່ງແມ່ນໄລຍະເວລາທີ່ໂລກລະບາດໂຄວິດ 19 ພວມຜັນແປຢ່າງສັບສົນ. ຜ່ານສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ, ຜູ້ບໍລິໂພກສາມາດເຊື່ອມຕໍ່ຊື້ຜະລິດຕະພັນໂດຍກົງ, ເປັນການຊ່ວຍປະຢັດຄ່າໃຊ້ຈ່າຍໄດ້ຫຼາຍພໍສົມຄວນ, ສ່ວນຊາວກະສິກອນກໍ່ມີລາຍຮັບຕື່ມອີກ. ທ່ານ ບຸ່ຍຊັວນຕາມ, ຫົວໜ້າສະຫະກອນຜະລິດໝາກລຳໄຍ ເຫຼເຈົາ ແຂວງຮຶງອຽນ ແລະ ທ່ານນາງ ເລືອງທິກຽມ ຫົວໜ້າຫ້ອງປູກຝັງ ແລະ ປົກປ້ອງພືດ, ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ຫາຍເຢືອງ ໃຫ້ຮູ້ວ່າ:

ສຳລັບຊາວກະສິກອນແລ້ວ, ເມື່ອເຮັດຜະລິດຕະພັນອອກມາ ໄດ້ສຳຜັດກັບສູນຕິດຕໍ່ຄ້າຂາຍທາງເອເລກໂຕນິກນັ້ນ  ພວກຂ້າພະເຈົ້າຕັ້ງຄວາມຫວັງໃສ່ຫຼາຍທີ່ສຸດ. ທີ່ໜຶ່ງແມ່ນໄດ້ຂາຍໄວ, ທີ່ສອງແມ່ນສະດວກທີ່ສຸດ.

ຂາຍສິນຄ້າທາງອອນລາຍຊ່ວຍແກ້ໄຂຫຼາຍບັນຫາໄດ້, ນັ້ນຄື ເມື່ອເກີດໂລກລະບາດ, ຜູ້ບໍລິໂພກສາມາດສັ່ງຊື້ສິນຄ້າທາງອອນລາຍໃນຂະນະທີ່ຢູ່ເຮືອນ, ພຽງແຕ່ມີ smartphone ຫລື ຄອມພິວເຕີເທົ່ານັ້ນ. ສ່ວນສຳລັບຊາວກະສິກອນ, ເມື່ອເກັບກ່ຽວຜົນຜະລິດແລ້ວ ຈະມີຜູ້ມາເກັບຊື້ຢູ່ກັບທີ່.

ຕາມການສະຖິຕິແລ້ວ, ມາຮອດປະຈຸບັນ, ມີປະມານ 170.000 ກ່ວາ ຄອບຄົວຜະລິດ ຜະລິດຕະພັນກະເສດ ໄດ້ເຂົ້າຮ່ວມສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ, ເພີ່ມຂຶ້ນແຮງເມື່ອທຽບໃສ່ໄລຍະກ່ອນ. ເລື່ອງເຂົ້າຮ່ວມນັ້ນ ໄດ້ຊ່ວຍໃຫ້ຊາວກະສິກອນປ່ຽນແປງຈິນຕະນາການ, ຫັນການຜະລິດ, ດຳເນີນທຸລະກິດກ່ຽວກັບຜະລິດຕະພັນກະເສດເປັນດີຈີຕອນເທື່ອລະກ້າວ ເພື່ອຮັບມືກັບຕະຫຼາດ, ນຳມາເຊິ່ງຄຸນຄ່າທາງເສດຖະກິດສູງ. ທ່ານຫງວຽນວັນເທ, ປະທານສະພາບໍລິຫານ ສະຫະກອນລຳໄຍ ມຽນທຽດ, ຄວາຍເຈົາ, ຮຶງອຽນ ໃຫ້ຂໍ້ສັງເກດວ່າ:

ຂ້າພະເຈົ້າຄິດວ່າ ສຳລັບຊາວກະສິກອນ ເລື່ອງນີ້ຈະບໍ່ຍາກ, ພຽງແຕ່ໄດ້ຮັບການຝຶກອົຮົມໃນໄລຍະສັ້ນກໍ່ສາມາດເຮັດໄດ້ແລ້ວ. ນີ້ແມ່ນມາດຕະການພື້ນຖານ ນັບທັງໃນໄລຍະເກີດໂລກລະບາດ ກໍ່ຄືໃນອະນາຄົດ. ໃນໄລຍະຈະມາເຖິງ, ຕ້ອງຍູ້ແຮງການເຄື່ອນໄຫວແລກປ່ຽນຜະລິດຕະພັນກະເສດ ຢູ່ສູນຕິດຕໍ່ຄ້າຂາຍທາງເອເລກໂຕນິກ.

  ທ່ານຫວູ້ບາຝູ, ຫົວໜ້າກົມສົ່ງເສີມການຄ້າ (ພາບ: TTXVN)  

 

ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ) ພວມຕັ້ງໜ້າສົມທົບກັບບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ ເພື່ອຍູ້ແຮງການສົ່ງຜະລິດຕະພັນກະເສດ ໄປຂາຍຢູ່ສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ, ໄປທັນກັບທ່າອ່ຽງລວມຂອງການຄ້າຍຸກດີຈີຕອນ. ທ່ານຫວູ້ບາຝູ, ຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ) ໃຫ້ຮູ້ວ່າ:

ກ່ອນນີ້, ຜະລິດຕະພັນກະເສດຫວຽດນາມ ສ່ວນຫຼາຍໄດ້ຈຳໜ່າຍຢູ່ຕະຫຼາດ ຫລືຜ່ານສາຂາຈຳໜ່າຍ, ແຈກຢາຍ. ແຕ່ວ່າ, ດ້ວຍເລື່ອງການຄ້າເອເລກໂຕນິກກາຍເປັນທ່າອ່ຽງທີ່ແນ່ນອນໃນຍຸກ 4.0 ນັ້ນ, ພິເສດ, ເມື່ອຜູ້ບໍລິໂພກແມ່ນລຸ້ນໜຸ່ມ, ຜະລິດຕະພັນກະເສດຂອງຫວຽດນາມ ໄດ້,  ພວມ ແລະ ຈະເລືອກເອົາການຄ້າເອເລກໂຕນິກ ແມ່ນຊອ່ງທາງຈຳໜ່າຍ, ແຈກຢາຍສົ້ນອອກເປັນປົກກະຕິ, ຖາວອນໃຫ້ແກ່ຜະລິດຕະພັນກະເສດຫວຽດນາມ. ທາງກະຊວງອຸດສາຫະກຳ - ການຄ້າ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ພວມສົມທົບກັນຢ່າງແໜ້ນແຟ້ນ ເພື່ອໜູນຊ່ວຍຊາວກະສິກອນ ຈຳໜ່າຍຜະລິດຕະພັນຂອງຕົນ ຜ່ານສູນຕິດຕໍ່ຄ້າຂາຍທາງເອເລກໂຕນິກ, ຜ່ານທາງລະບົບດີຈີຕອນຢ່າງມີປະສິດທິຜົນ.

ໃນ 2 ປີຜ່ານມາ, ການເກັບກ່ຽວໝາກລີ້ນຈີ່ຢູ່ ບັກຢາງ ທັງໄດ້ຮັບຜົນດີ, ທັງຂາຍໄດ້ລາຄາສູງ ດ້ວຍຍອດປະລິມານການຈຳໜ່າຍເພີ່ມຂຶ້ນ. ຍາມໃດລາຄາຂາຍກໍ່ຮັກສາເປັນປົກກະຕິໄດ້. ໃນນັ້ນ, ການສົ່ງອອກກວມເອົາອັດຕາສູງ ໃນຍອດປະລິມານຈຳໜ່າຍ. ສ່ວນຫຼາຍໝາກລີ້ນຈີ່ໄດ້ສົ່ງອອກໄປຍັງຕະຫຼາດຈີນ, ອີຢູ, ອາເມລິກາ, ອົດສະຕາລີ, ຍີ່ປຸ່ນ, ສ.ເກົາຫຼີ… ໝາກຜົນນີ້ ແມ່ນຍ້ອນມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ດ້ວຍການໜູນຊ່ວຍການຂາຍສິນຄ້າຜ່ານສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ.

ປີ 2021, ກະຊວງອຸດສາຫະກຳ - ການຄ້າ ໄດ້ສົມທົບກັບ Viettel Post ສົ່ງອອກໝາກລີ້ນຈີ່ ບັກຢາງ ດ້ວຍປະລິມານກ່ວາ 3 ໂຕນໄປຍັງ ເຢຍລະມັນ ຜ່ານລະບົບດີຈີຕອນ Voso Global. ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ໄດ້ສົ່ງໝາກໄມ້ສົດໄປຍັງເອີລົບ ຜ່ານລະບົບການຄ້າເອເລັກໂຕນິກຂ້າມຊາຍແດນ ໂດຍຄົນຫວຽດນາມ ສ້າງຂຶ້ນ ແລະ ບໍລິຫານ.

ບໍ່ພຽງແຕ່ໝາກລີ້ນຈີ່ເທົ່ານັ້ນ, ບັນດາຜະລິດຕະພັນອື່ນໆ ຢູ່ຫຼາຍທ້ອງຖິ່ນຂອງຫວຽດນາມ ກໍ່ໄດ້ນຳໄປຂາຍຢູ່ສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ ແລະ ນຳມາເຊິ່ງປະສິດທິຜົນທີ່ຕັ້ງໜ້າ. ບັນດາສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກໃຫ່ຍຂອງຫວຽດນາມຄື: Sendo, Voso, Tiki, Postmart, Shopee ແລະ Lazada/Foodmap ໄດ້ຮ່ວມເດີນທາງພ້ອມກັບຊາວກະສິກອນຫວຽດນາມ ຢ່າງແທ້ຈິງ, ນຳມາເຊິ່ງປະສິດທິຜົນສູງ ເມື່ອທຽບກັບການຈຳໜ່າຍ, ແຈກຢາຍແບບເກົ່າ. ດ້ວຍສະຕິຄວາມຮັບຮູ້ທີ່ຖືກຕ້ອງຂອງຊາວກະສິກອນ ກ່ຽວກັບຄວາມສຳຄັນຂອງເລື່ອງນຳຜະລິດຕະພັນກະເສດໄປຂາຍຢູ່ສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ ຄືດັ່ງທ່າອ່ຽງທີ່ແນ່ນອນນັ້ນ, ພ້ອມກັບການໜູນຊ່ວຍຢ່າງມີປະສິດທິຜົນ ຜ່ານຫຼາຍຂັ້ນຕອນຂອງບັນດາອົງການຄຸ້ມຄອງແຫ່ງລັດທີ່ກ່ຽວຂ້ອງ, ຜະລິດຕະພັນກະເສດຂອງຫວຽດນາມ ນັບມື້ນັບໄດ້ຍົກສູງຂຶ້ນ ທັງດ້ານມູນຄ່າ ແລະ ເຄື່ອງໝາຍການຄ້າ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງບັນດາທ້ອງຖິ່ນ ແລະ ປະເທດຊາດຢ່າງມີປະສິດທິຜົນ./.


top