ຂ່າວສານ

ນຳ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ຫວຽດ​ນາມ - ເອ​ທີ​ໂອ​ເປີຍ ກ້າວ​ເຂົ້າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່

ທ່ານ ນາຍົກລັດຖະມົນຕີເອທີໂອເປີຍ ເນັ້ນໜັກວ່າ ຫວຽດນາມແມ່ນເພື່ອນມິດທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ເອທີໂອເປີຍ.
ທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງ ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ເອທີໂອເປີຍ Abiy Ahmed Ali

ຕອນບ່າຍວັນທີ 16 ເມສາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ເອທີໂອເປີຍ Abiy Ahmed Ali ທີ່ພວມມີການຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 ຄັ້ງທີ 4 (P4G) ແຕ່ວັນທີ 14 ຫາວັນທີ 17 ເມສາ ປີ 2025.

ທ່ານປະທານປະເທດ ເລືອງເກືອງ ອວຍພອນທ່ານນາຍົກລັດຖະມົນຕີເອທີໂອເປີຍ ໄດ້ມີການພົບປະ, ເຈລະຈາທີ່ປະສົບຜົນສຳເລັດກັບທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້ຈະນຳການພົວພັນຮ່ວມມືມິດຕະພາບ ຫວຽດນາມ - ເອທີໂອເປີຍກ້າວເຂົ້າສູ່ໜ້າປະຫວັດສາດໃໝ່, ແທ້ຈິງ ແລະ ມີປະສິດທິຜົນກ່ວາເກົ່າ.

ສ່ວນທ່ານ ນາຍົກລັດຖະມົນຕີເອທີໂອເປີຍ ເນັ້ນໜັກວ່າ ຫວຽດນາມແມ່ນເພື່ອນມິດທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ເອທີໂອເປີຍ, ທ່ານເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ເພື່ອແນໃສ່ຢັ້ງຢືນຄວາມຕັດສິນໃຈຂອງ ເອທີໂອເປີຍ ໃນການປັບປຸງ ແລະ ພັດທະນາການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ.

ແລະກໍ່ໃນຕອນຄ່ຳວັນທີ 16 ເມສາ, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ເອທີໂອເປີຍ Abiy Ahmed Ali, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ຢັ້ງຢືນວ່າການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ແມ່ນຂີດໝາຍສຳຄັນ, ບໍ່ພຽງແຕ່ຢັ້ງຢືນຄຳໝັ້ນສັນຍາຂອງສອງປະເທດໃນການເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກເທົ່ານັ້ນ, ຫາກຍັງເປີດບັນດາໂອກາດໃໝ່ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ກະສິກຳ, ການສຶກສາ ແລະ ພັດທະນາແບບຍືນຍົງອີກດ້ວຍ.


top