ຂ່າວສານ

ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ກຳ​ປູ​ເຈຍໃຫ້​ນັ​ບ​ມື້​ນັບ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ້ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານເຊິ່ງປະເທດ ກຳປູເຈຍບັນລຸໄດ້ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນ ກຳປູເຈຍ.
ທ່ານ Samdech Techo Hun Sen, ປະທານສະພາສູງ, ປະທານພັກປະຊາຊົນກຳປູເຈຍ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນມິງຫວູ້ (ພາບ: Huỳnh Thảo/TTXVN)
ວັນທີ 12 ກຸມພາ, ຢູ່ນະຄອນຫຼວງ ພະນົນເປັນ, ກຳປູເຈຍ ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນມິງຫວູ້ເຂົ້າຢ້ຽມຂ່ຳນັບໃນໂອກາດມາປະຕິບັດໜ້າທີ່ຢູ່ກຳປູເຈຍ, ທ່ານ Samdech Techo Hun Sen, ປະທານສະພາສູງ, ປະທານພັກປະຊາຊົນກຳປູເຈຍ ໄດ້ຍ້ອງຍໍສັນລະເສີນວຽກງານສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງບັນດາອົງການພັກ ແລະ ລັດຂອງ ຫວຽດນາມ ໃຫ້ກະທັດລັດລົງ. ທ່ານ Samdech Techo Hun Sen, ຖືວ່າເລື່ອງທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ້ ມາກຳປູເຈຍປະຕິຍບັດໜ້າທີ່ໂດຍໄວ ພາຍຫຼັງເອກອັກຄະລັດຖະທູດຄົນກ່ອນກັບເມືອປະເທດ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະ ລັດຫວຽດນາມ ຕໍ່ການພົວພັນ ຫວຽດນາມ - ກຳປູເຈຍ, ທ່ານສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ້ ຈະມີອາຍຸການທີ່ປະສົບຜົນສຳເລັດຢູ່ ກຳປູເຈຍ. ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ້ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານເຊິ່ງປະເທດ ກຳປູເຈຍບັນລຸໄດ້ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນ ກຳປູເຈຍ, ໃນນັ້ນມີບົດບາດສຳຄັນຂອງທ່ານ Samdech Techo Hun Sen. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອແນໃສ່ນຳການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບມີຄວາມສະໜິດຕິດພັນ, ແທດຈິງ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ.

top