ຕອນບ່າຍວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມຢາຕຸກ, ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສິງກະໂປ Rajpal Singh ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ.
ທ່ານ ຟ້າມຢາຕຸກ, ຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານເອກອັກຄະລັດຖະທູດ ສິງກະໂປ Rajpal Singh (ພາບ: TTXVN)
ທ່ານ ຟ້າມຢາຕຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພົວພັນກັບ ສິງກະໂປ ເປັນສຳຄັນ; ພ້ອມທັງປາດຖະໜາຈະເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ນຳຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ສ້າງຕັ້ງໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ. ທ່ານ ຟ້າມຢາຕຸກ ສະເໜີໃຫ້ສອງປະເທດ ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເສີມຂະຫຍາຍປະສິດທິຜົນຂອງຂອບເຂດຮ່ວມມືໃນປັດຈຸບັນ, ມຸ່ງໄປເຖິງບັນດາຂອບເຂດສາຍພົວພັນທີ່ແທດຈິງ ແລະ ເລິກເຊິ່ງກວ່າເກົ່າ.
ສ່ວນທ່ານເອກອັກຄະລັດຖະທູດ Rajpal Singh ເນັ້ນໜັກວ່າ ຈະມານະພະຍາຍາມຊຸກຍູ້ການຮ່ວມມືສອງຝ່າຍຈົນສຸດຄວາມສາມາດ, ບໍ່ພຽງແຕ່ໃນບັນດາຂົງເຂດທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງໃນບັນດາຂົງເຂດເຕີບໂຕໃໝ່, ສືບຕໍ່ຊຸກຍູ້ສອງປະເທດສົມທົບ, ສະໜັບສະໜູນຊຶ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍຢ່າງແໜ້ນແຟ້ນອີກດ້ວຍ.