ຂ່າວສານ

ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​

ຕອນບ່າຍວັນທີ 8 ທັນວາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານປະທານສະພາສູງ ຝລັ່ງ Gérard Larcher ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທ່າງການ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ແມ່ນສັນຍາລັກທີ່ມີຊີວິດຊີວາຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ຝລັ່ງ, ແມ່ນຂີດໝາຍສຳຄັນໃນການພົວພັນສອງປະເທດ.
  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານປະທານສະພາສູງ ຝລັ່ງ Gérard Larcher (ພາບ: TTXVN)  

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີ ໃຫ້ສອງຝ່າຍສືບຕໍ່ຊຸກຍູ້ເພື່ອນຳການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຍຸດທະສາດໄປສູ່ໄລຍະພັດທະນາໃໝ່, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດໃນທຸກຂົງເຂດ ແລະ ປະກອບສ່ວນໃຫ້ແກ່ສັນຕິພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ສ່ວນທ່ານປະທານສະພາສູງ Gerard Larcher ຕີລາຄາສູງຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດທີ່ພວມພັດທະນາຢ່າງເຂັ້ມແຂງ ແລະ ເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ; ພ້ອມທັງຢັ້ງຢືນວ່າ ຝລັ່ງ ຖືທີ່ຕັ້ງ, ບົດບາດຂອງ ຫວຽດນາມ ແລະ ການພົວພັນ ຝລັ່ງ - ຫວຽດນາມ ເປັນສຳຄັນ. ທ່ານປະທານສະພາສູງ ຝລັ່ງ ກໍສະແດງຄວາມປາດຖະໜາຢາກເຮັດໃຫ້ສາຍພົວພັນນີ້ເລິກເຊິ່ງກວ່າອີກ ໂດຍຜ່ານການຊຸກຍູ້ໃນຂົງເຂດຮ່ວມມືໃນໄລຍະຈະມາເຖິງ, ຄື: ເຕັກໂນໂລຢີດີຈີຕອນ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພະລັງງານຜະລິດຄືນໃໝ່, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນຊາດ, ການພົວພັນແລກປ່ຽນລະຫວ່າງປະຊາຊົນ…

ການນຳສອງທ່ານກໍແລກປ່ຽນບາງບັນຫາຢູ່ພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. 

  ທ່ານປະທານສະພາສູງ ຝລັ່ງ Gerard Larcher ພົບປະກັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)  

ໃນການພົບປະກັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານປະທານສະພາສູງ ຝລັ່ງ ຕີລາຄາສູງ ຫວຽດນາມ ໃນສະພາບການປັດຈຸບັນ, ແຕ່ຍັງມີການປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ບົນເວທີສາກົນ. ທ່ານກໍເນັ້ນໜັກວ່າ ຝລັ່ງ ຢາກປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບນີ້. ພ້ອມດຽວກັນນັ້ນ, ຝລັ່ງກໍສະໜັບສະໜູນສິດເສລີໃນການເດີນເຮືອ ແລະ ເດືນບິນຢູ່ເຂດທະເລຕາເວັນອອກ.

   ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານປະທານສະພາສູງ ຝລັ່ງ Gérard Larcher (ພາບ: TTXVN)  

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໃຫ້ການຕ້ອນຮັບທ່ານປະທານສະພາສູງ ຝລັ່ງ Gérard Larcher ເຊັ່ນດຽວກັນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍເອົາໃຈໃສ່ຕໍ່ການຜັນຂະຫຍາຍ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຍາດແຍ່ງກາລະໂອກາດຢ່າງໃຫຍ່ຫຼວງຈາກສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA); ພ້ອມທັງປາດຖະໜາວ່າ ຝລັ່ງ ຈະອຳນວຍຄວາມສະດວກໃຫ້ສິນຄ້າສົ່ງອອກຂອງ ຫວຽດນາມ ແລະ ສຳເລັດການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ລະຫວ່າງ ສະຫະພາບເອີຣົບ - ຫວຽດນາມ (EVIPA) ໂດຍໄວ.


top