ຂ່າວສານ

ນຳ​ການ​ພົວ​ພັນລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ ສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກ

ທ່ານ ຫງວຽນແທັງລອງ ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າສອງຝ່າຍໄດ້ເຕີບໂຕຢ່າງແຮງ, ນຳ ອາເມລິກາ ກາຍເປັນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ ແລະ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດນຳເຂົ້າທີ່ມີການເຕີບໂຕໄວທີ່ສຸດຂອງ ອາເມລິກາ.

ທ່ານ ຫງວຽນແທັງລອງ ຮັກສາການລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: TTXVN) 

ຕອນຄ່ຳວັນທີ 9 ຕຸລາ ຢູ່ຮ່າໂນ້ຍ, ທ່ານ ຫງວຽນແທັງລອງ ຮັກສາການລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຕາງໜ້າລັດຖະບານ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 44 ປີແຫ່ງວັນຊາດ ສະຫະລັດ ອາເມລິກາ ແລະ 25 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອາເມລິກາ ໂດຍສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈັດຕັ້ງຂຶ້ນ.

        ທ່ານ ຫງວຽນແທັງລອງ ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າສອງຝ່າຍໄດ້ເຕີບໂຕຢ່າງແຮງ, ນຳ ອາເມລິກາ ກາຍເປັນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ ແລະ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດນຳເຂົ້າທີ່ມີການເຕີບໂຕໄວທີ່ສຸດຂອງ ອາເມລິກາ.

ສ່ວນທ່ານ Daniel kritenbrink ເອກອັກຄະລັດຖະທູດ ອາເມລິກາໄດ້ຢັ້ງຢືນວ່າ ອາເມລິກາສະໜັບສະໜູນ ຫວຽດນາມ ທີ່ເຕີບໃຫຍ່ເຂັ້ມແຂງ, ເອກະລາດ, ແລະ ວັດທະນາຖາວອນ ແລະ ເຄົາລົບລະບອບການເມືອງ ຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top