ຂ່າວສານ

ນຳ​ການ​ພັດ​ທະ​ນາ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງທາງ​ພາກ​​ເໜືອ ຫວຽດ​ນາມ ເຂົ້າ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ລວມ​ຂອງ​ທົ່ວ​ປະ​ເທດ

ທ່ານເຈິ່ນຕວັນແອັງ, ຫົວໜ້າຄະນະເສດຖະກິດສູນກາງ ໃຫ້ຮູ້ວ່າ: ມະຕິຂອງກົມການເມືອງ, ປະກາດໃຊ້ໃນວັນທີ 23 ພະຈິກ ປີ 2022, ດ້ວຍບັນດາແຜນນະໂຍບາຍ, ການກຳນົດທິດທີ່ເໝາະສົມກັບສະພາບການໃໝ່ ຈະແມ່ນພື້ນຖານໃຫ້ແກ່ນະໂຍບາຍຊຸກຍູ້ການພັດທະນາເຂດໃນໄລຍະຈະມາເຖິງ,

ທ່ານເຈິ່ນຕວັນແອັງ, ຫົວໜ້າຄະນະເສດຖະກິດສູນກາງ ໃຫ້ຮູ້ວ່າ: ມະຕິຂອງກົມການເມືອງ, ປະກາດໃຊ້ໃນວັນທີ 23 ພະຈິກ ປີ 2022, ດ້ວຍບັນດາແຜນນະໂຍບາຍ, ການກຳນົດທິດທີ່ເໝາະສົມກັບສະພາບການໃໝ່ ຈະແມ່ນພື້ນຖານໃຫ້ແກ່ນະໂຍບາຍຊຸກຍູ້ການພັດທະນາເຂດໃນໄລຍະຈະມາເຖິງ.

  ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ພ້ອມກັບບັນດາການນຳພັກ ແລະ ລັດ ເປັນປະທານກອງປະຊຸມ (ພາບ: TTXVN)  

ຕອນເຊົ້າວັນທີ 29 ພະຈິກ, ຢູ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ, ກົມການເມືອງ, ຄະນະເລຂາໄດ້ຈັດກອງປະຊຸມທົ່ວປະເທດເຊື່ອມຊືມ ແລະ ຜັນຂະຫຍາຍການປະຕິບັດມະຕິຂອງກົມການເມືອງ ກ່ຽວກັບ “ການພັດທະນາເສດຖະກິດສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳແດງທາງພາກເໜືອ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045”. ທ່ານເຈິ່ນຕວັນແອັງ, ຫົວໜ້າຄະນະເສດຖະກິດສູນກາງ ໃຫ້ຮູ້ວ່າ: ມະຕິຂອງກົມການເມືອງ, ປະກາດໃຊ້ໃນວັນທີ 23 ພະຈິກ ປີ 2022, ດ້ວຍບັນດາແຜນນະໂຍບາຍ, ການກຳນົດທິດທີ່ເໝາະສົມກັບສະພາບການໃໝ່ ຈະແມ່ນພື້ນຖານໃຫ້ແກ່ນະໂຍບາຍຊຸກຍູ້ການພັດທະນາເຂດໃນໄລຍະຈະມາເຖິງ. ທ່ານເຈິ່ນຕວັນແອັງ ແບ່ງປັນວ່າ:

ທີໜຶ່ງແມ່ນນຳການພັດທະນາເຂດທົ່ງພຽງແມ່ນ້ຳແດງນອນໃນຍຸດທະສາດພັດທະນາລວມຂອງທົ່ວປະເທດ. ທີສອງແມ່ນກຳນົດທິດການສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ເພີ່ມສະມັດຕະພາບແຮງງານ ແລະ ການປະກອບສວ່ນຂອງສະມັດຕະພາບບັນດາປັດໄຈສັງລວມ (TFP) ກັບຂະແໜງການຜະລິດອຸດສາຫະກຳ, ການບໍລິການທີ່ທັນສະໄໝ ແລະ ກະສິກຳນຳໃຊ້ເຕັກໂນໂລຢີສູງ, ອົງຄະທາດ, ໝູນວຽນ. ທີສາມແມ່ນ ຊຸກຍູ້ການເຕີບໂຕສີຂຽວ, ພັດທະນາບັນດາຮູບແບບເສດຖະກິດໝູນວຽນ, ປ່ອຍອາຍພິດເຮືອນແກ້ວໜ້ອຍລົງ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຕາມຄຳໝັ້ນສັນຍາຢູ່ກອງປະຊຸມ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 26 (COP26).


top