ອາຫານການກິນ

ນຳ້ຫວານເມັດບົວ

ລະດູແລ້ງແມ່ນຊ່ວງເວລາຂອງ ຫຼາຍສີສັນດອກໄມ້ທີ່ເບັ່ງບານ ຢູ່ຮ່າໂນ້ຍ, ແລະ ດອກບົວເປັນໜຶ່ງໃນບັນດາປະເທດດອກໄມ້ ງາມທີສຸດ. ພ້ອມກັບລະດູດອກບົວບານ, ຊາວຮ່າໂນ້ຍກໍຂາດບໍ່ໄດ້ ລາຍການອາຫານນຳ້ຫວານເມັດບົວ  ກັບລົດຊາດຫອມຫວານ ເບົາບາງ ທີ່ເປັນເອກະລັກ ເໝືອນວ່າ ເພື່ອປັດເປົ່າ ຄວາມອິດເມື່ອເຊື່ອຍຊາຂອງແດດຮ້ອນໃນຍາແລ້ງ.
ເຖິງວ່າເປັນພຽງລາຍການອາຫານສາມັນທົ່ວໄປ ທີ່ຂາຍ ຢູ່ຕາມ ບັນດາຮ້ານຂາຍນ້ຳຫວານ ຕາມຮ່ອມນ້ອຍແຫ່ງຕ່າງໆ  ຂອງ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ, ແຕ່ລາຍການອາຫານ ນຳ້ຫວານເມັດ ບົວ ໄດ້ສະໜິດຕິດພັນ ກັບຕອນສະໄໝເຍົາໄວ ຂອງ ເດັກນ້ອຍ ຮ່າໂນ້ຍ ແຕ່ລະຄົນ. ອາດຍ້ອນແນວນັ້ນ, ໃນຂະນະທີ່ ຮ່າໂນ້ຍ ປະກົດມີບັນດາລາຍກາຍອາຫານ ນຳ້ຫວານ ຊະນິດຕ່າງໆ ເຊັ່ນ: ນຳ້ຫວານໄທ, ນຳ້ຫວານຄຸກແບກ... ແຕ່ນຳ້ຫວານເມັດບົວ ຍັງ ຄົງ ຮັກສາໄວ້ໄດ້ ຈຸດທີ່ຕັ້ງ ໃນບັນຊີລາຍຊື່ຂອງຫວານ ທີ່ໄດ້ ຮັບ ຄວາມນິຍົມຊົມຊອບ ຂອງ ຜູ້ທີ່ມັກຂອງຫວານຫຼາຍຄົນ. 

ແມ່ເຖົ້າ ເຈິ່ນທິເທີມ, ເຈົ້າຂອງຮ້ານຂາຍນຳ້ຫວານຢູ່ຖະໜົນ ກວ໋ານແທ໋ງ (ຮ່າໂນ້ຍ) ເປັນເວລາກວ່າ 40 ປີໃຫ້ຮູ້ວ່າ ສູດເຮັດ ນຳ້ຫວານ ເມັດບົວ ແມ່ນງ່າຍພໍຄວນ. ເຄື່ອງປະກອບຕົ້ນຕໍ ກໍ່ ແມ່ນ ເມັດບົວແຫ້ງ ນຳໄປແຊ່ນຳ້ແຮມຄືນ, ລ້າງໃຫ້ສະອາດ ແລ້ວຕົ້ມ; ເມື່ອ ເມັດບົວອ່ອນ ແລະ ໜຽວພໍກິນຈ່ຶງລົງ ນຳ້ຕານ. ຈາກການປຸງແຕ່ງ ຢ່າງລະອຽດແນບນຽນ ຂອງ ແຕ່ລະຄົນ, ຄວາມຫວານຂອງນຳ້ຕານ ສາມາດ ປະສົມກັບ ເຄື່ອງປະກອບ ຈຳນວນໜຶ່ງທີ່ແຕກຕ່າງກັນເຊັ່ນ: ໝາກຖົ່ວຂຽວ, ວຸ້ນດຳ, ເຂົ້າ ລອດຊ່ອງ... ເພື່ອສ້າງເປັນເຍື່ອງອາຫານ ນຳ້ຫວານເມັດບົວ ຕາມຄວາມມັກ ຂອງ ແຕ່ລະຄົນ.

ໃນເດືອນສິງຫາຂອງແຕ່ລະປີ ແມ່ນເວລາທີ່ເໝາະສົມສຳລັບ ເກັບເມັດບົວ. 


ເມັດບົວ ໄດ້ແຍກອອກເພື່ອການປຸງແຕ່ງ ອາຫານທີ່ແຕກຕ່າງກັນ ແລະ ໃຊ້ໃນການ ເຮັດຢາ ພື້ນເມືອງ. 


ດອກບົວ ຖືກເກັບມາເພື່ອແຍກເອົາແຕ່ເມັດບົວ. 


ເມັດດອກບົວ ໃຊ້ເພື່ອປຸງແຕ່ງນຳ້ຫວານເມັດບົວ. 


ຮ້ານຂາຍນ້ຳຫວານຂອງແມ່ເຖົ້າ ເທີມ ຢູ່ ເຮືອນເລກທີ 146, ຖະ ໜົນ ກ໋ວານແທ໋ງ (ຮ່າໂນ້ຍ) ເປັນສະຖານທີ່ລື້ງເຄີຍ
ສຳລັບຄົນ ຮ່າໂນ້ຍ ຜູ້ທີ່ມັກນຳ້ຫວານເມັດບົວ. 



ບໍ່ພຽງແຕ່ເປັນອາຫານ ທຳມະດາສາມັນ ແລະ ບໍລິສຸດເທ່ົານັ້ນ, ນຳ້ຫວານເມັດບົວ ຍັງດີ ຕໍ່ສຸຂະພາບອີກດ້ວຍ. 

ໃນຍາມອາກາດຮ້ອນອົບເອົ້າ, ນຳ້ຫວານເມັດບົວ ຍາມໃດກໍເປັນ ການເລືອກ ທຳອິດ ຂອງຄົນ ຮ່າໂນ້ຍຍ້ອນລົດຊາດ ຫອມຫວານ ທີ່ເປັນເອກະລັກສະເພາະ. ເຖິງວ່າບໍ່ມີສີສັນ ທີ່ສະດຸດຕາ, ບໍ່ມີ ການເອ້ຢ່າງພິຖີພິຖັນ ແຕ່ກໍຍ້ອນຄວາມງ່າຍໆ ນີ້ ຈຶ່ງສ້າງຄວາມ ດຶງດູດຈັບໃຈຕໍ່ຜູ້ຮັບປະທານ.

ບໍ່ພຽງແຕ່ເປັນອາຫານທີ່ແຊບຊ້ອຍ ແລະ ບໍລິສຸດເທ່ົານັ້ນ, ນຳ້ ຫວານເມັດບົວ ຍັງເປັນລາຍການອາຫານ ທີ່ມີຄຸນປະໂຫຍດ  ຕໍ່ສຸຂະພາບ ອີກດ້ວຍເຊັ່ນ ບຳລຸງປະສາດ, ຊ່ວຍໃຫ້ນອນຫຼັບ, ແກ້ຮ້ອນພາຍໃນຮ່າງກາຍ, ບຳລຸງສຸຂະພາບ ແລະ ອື່ນໆ...

ນຳ້ຫວານເມັດບົວ ຖືວ່າເປັນນລາຍການອາຫານ ປະກອບສ່ວນ ໃນການແນະນຳສິລະປະອາຫານການກິນ ຂອງ ຄົນ ຮ່າໂນ້ຍສຳ ລັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.
ບົດ: ເງິນຮ່າ - ພາບ: ເຕິດເຊີນ

top