ຂ່າວສານ

ນຳໃຊ້ລັກສະນະພິເສດ“ແຈ້ງອາການສຸຂະພາບ” ເຂົ້າໃນໂປແກຼມ “ການທ່ອງທ່ຽວ ຫວຽດນາມ ຢ່າງປອດໄພ”

      ຂໍ້ມູນທີ່ໄດ້ແຈ້ງ ຈະເຊື່ອມຕໍໂດຍກົງກັບລະບົບຄຸ້ມຄອງການແຈ້ງອາການສຸຂະພາບ ຂອງ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ໂປແກຼມ ການທ່ອງທ່ຽວ ຫວຽດນາມ ຢ່າງປອດໄພ” ໄດ້ນຳໃຊ້ລັກສະນະພິເສດ “ແຈ້ງອາການສຸຂະພາບ”
(ພາບ: vietnamtourism.gov.vn)
      ວັນທີ 29 ສິງຫາ ກົມໃຫຍ່ການທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ) ໃຫ້ຮູ້ວ່າ “ໂປແກຼມ ການທ່ອງທ່ຽວ ຫວຽດນາມ ຢ່າງປອດໄພ” ໄດ້ນຳໃຊ້ລັກສະນະພິເສດ “ແຈ້ງອາການສຸຂະພາບ” ຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ.
ຂໍ້ມູນທີ່ໄດ້ແຈ້ງ ຈະເຊື່ອມຕໍໂດຍກົງກັບລະບົບຄຸ້ມຄອງການແຈ້ງອາການສຸຂະພາບ ຂອງ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ນີ້ແມ່ນລັກສະນະທີ່ແທດຈິງ, ສ້າງຄວາມສະດວກໃຫ້ແກ່ຜູ້ນຳໃຊ້ ໂປແກຼມ “ການທ່ອງທ່ຽວ ຫວຽດນາມ ຢ່າງປອດໄພ” ອາດຈະແຈ້ງອາການສຸຂະພາບ ຕາມຂໍ້ກຳນົດ ເຊິ່ງບໍ່ຕ້ອງນຳໃຊ້ໂປແກຼມອື່ນໆ.
      ການແຈ້ງອາການສຸຂະພາບຢ່າງເປັນປະຈຳ ຈະປະກອບສ່ວນຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ, ຊ່ວຍໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຄວບຄຸມ, ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)


top