ຂ່າວສານ

ນຳໃຊ້ນະໂຍບາຍວີຊາເຂົ້າເມືອງ ແລະ ໜັງສືຜ່ານແດນວັກຊິນ ເພື່ອເປົ້າໝາຍຟື້ນຟູ ແລະ ພັດທະນາເສດຖະກິດ

ກ່ຽວກັບວິຊາຢູ່ ຫວຽດນາມ, ຊາວຕ່າງປະເທດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຍາດຕິພີ່ນ້ອງມີໜັງສືເຂົ້າເມືອງຖືກຕ້ອງຕາມລະບຽບແມ່ນອະນຸຍາດໃຫ້ເຂົ້າເມືອງ ຫວຽດນາມ ຕາມກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ
  (ພາບປະກອບ: TTXVN)  

 ຕອນບ່າຍວັນທີ 03 ມີນາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ໄດ້ແບ່ງປັນຂໍ້ມູນກ່ຽວກັບນະໂຍບາຍວີຊາໃຫ້ແກ່ຜູ້ເຂົ້າເມືອງ ຫວຽດນາມ ແລະ ອັບເດັດສະພາບການຮັບຮອງໜັງສືຜ່ານແດນວັກຊິນເຊິ່ງກັນ ແລະ ກັນ. ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ກ່ຽວກັບວິຊາຢູ່ ຫວຽດນາມ, ຊາວຕ່າງປະເທດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຍາດຕິພີ່ນ້ອງມີໜັງສືເຂົ້າເມືອງຖືກຕ້ອງຕາມລະບຽບແມ່ນອະນຸຍາດໃຫ້ເຂົ້າເມືອງ ຫວຽດນາມ ຕາມກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ, ຜ່ານແດນ, ຢູ່ອາໄສຂອງຊາວຕ່າງປະເທດຢູ່ ຫວຽດນາມ. ຊາວຕ່າງປະເທດແມ່ນໃຫ້ມາທ່ອງທ່ຽວປະຕິບັດຕາມຄຳແນະນຳທົດລອງຕ້ອນຮັບນັກທ່ອງທ່ຽວສາກົນຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ພົນລະເມືອງ ຫວຽດນາມ ໄດ້ກັບຄືນປະເທດຢ່າງເສລີພາບໃນຖ້ຽວບິນປົກກະຕິ.

ເພື່ອແນໃສ່ຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມ ກໍຄືເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນໃນສະພາບປົກກະຕິໃໝ່, ກະຊວງການຕ່າງປະເທດ ກໍ່ໄດ້ລາຍງານຕໍ່ນາຍົກລັດຖະມົນຕີ ເພື່ອພິຈາລະນາ, ຕົກລົງວິທີລະອຽດກ່ຽວກັບການອອກວີຊາ ແລະ ຍົກເວັ້ນວີຊາ.



top