ປັດຈຸບັນ, ຢູ່ມະຫາວິທະຍາໄລແຫ່ງຕ່າງໆຢູ່ນະຄອນ ໂຮ່ຈີມິນ, ມີນັກສຶກສາຫຼາຍຄົນໄດ້ມີແນວຄວາມຄິດ startup ແລະ ເລີ່ມປະຕິບັດນັບຕັ້ງແຕ່ໃນເວລາທີ່ຕົນເອງຍັງຮຽນຢູ່. ໃນການເສັງ startup ຈຳນວນໜຶ່ງ, ມີໂຄງການຂອງນັກສຶກສາຈຳນວນບໍ່ໜ້ອຍໄດ້ຮັບການຕີລາຄາສູງ ແລະ ໄດ້ຮັບຄວາມສົນໃຈລົງທຶນຈາກອົງການຈັດຕັ້ງ, ວິສາຫະກິດ ເພື່ອພັດທະນາແນວຄວາມຄິດເຫຼົ່ານັ້ນໃຫ້ປະກົດຜົນເປັນຈິງ.
2-3 ປີກ່ອນນີ້, ຫງວຽນຫືວຕວັນ ເຊິ່ງປັດຈຸບັນເປັນນັກສຶກສາປີທີ 4 ຂະແໜງເຕັກໂນໂລຢີຊີວະວິທະຍາ, ມະຫາວິທະຍາໄລກະສິກຳ - ປ່າໄມ້ນະຄອນ ໂຮ່ຈີມິນ, ໄດ້ຝັກໄຝ່ແນວຄວາມຄິດ ນຳເອົາໂສມທີ່ເຄີຍປູກຢູ່ເທິງພູລົງມາປູກຢູ່ເຂດທົ່ງພຽງ. ເພື່ອພິສູດວ່າ ແນວຄວາມຄິດຂອງຕົນມີຄວາມເປັນໄປໄດ້ນັ້ນ, ຕວັນ ໄດ້ນຳເຂົ້າແນວພັນ ໂສມ ຈາກ ສ.ເກົາຫຼີ ມາປູກຢູ່ໜ້າຫໍພັກ ແລະ ແນວພັນໂສມກໍໄດ້ແຕກນໍ່. ຫຼັງຈາກນັ້ນ, ຕວັນ ໄດ້ປູກທົດລອງ ແນວພັນໂສມ ງອກລິງ ຂອງ ຫວຽດນາມ ດ້ວຍວິທີແອໂຣໂປນິກ - ເຊິ່ງເປັນວິທີປູກແບບໃໝ່ຈາກເອກະສານຄົ້ນຄວ້າຕ່າງໆຢູ່ ສ.ເກົາຫຼີ. ໂດຍເຫັນໄດ້ເຖິງຄວາມເມົາມົວຫຼົງໄຫຼຂອງ ຕວັນ, ຄູອາຈານໃນພາກວິຊາໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຕວັນ ປະຕິບັດແນວຄວາມຄິດດັ່ງກ່າວ ແລະ ຜົນອອກມາແມ່ນແນວພັນໂສມເຫຼົ່ານັ້ນ ກໍໄດ້ແຕກນໍ່ທຳອິດຢູ່ໃນຫ້ອງທົດລອງຂອງມະຫາວິທະຍາໄລກະສິກຳ - ປ່າໄມ້.
ນຳໂສມທີ່ເຄີຍປູກຢູ່ເທິງພູລົງມາປູກຢູ່ເຂດທົ່ງພຽງ - ໂຄງການຂອງ ຫງວຽນຫືວຕວັນ
ປີ 2019, ຫງວຽນຫືວຕວັນ ໄດ້ນຳໂຄງການ “ປູກໂສມດ້ວຍວິທີ ເອໂຣໂປນິກ” ເຂົ້າຮ່ວມການເສັງຊີງລາງວັນຄວາມສາມາດພິເສດ ເລືອງວັນການ ແລະ ຍາດໄດ້ລາງວັນສູງສຸດ. ປັດຈຸບັນ, ໂຄງການຂອງ ຕວັນ ໄດ້ເຂົ້າຮ່ວມກັບສູນເພາະບົ່ມວິສາຫະກິດເຕັກໂນໂລຢີຂອງໂຮງຮຽນ. ຕວັນ ກໍໄດ້ຂຶ້ນແຜນການນຳເອົາຕົ້ນອ່ອນໂສມຈາກຫ້ອງທົດລອງໄປປູກໃນສະພາບແວດລ້ອມທຳມະຊາດຢູ່ເຂດທົ່ງພຽງ ເພື່ອໃຫ້ເກີດຜົນຢ່າງແທ້ຈິງ.
“ເປັນຫຍັງໂສມຢູ່ ສ.ເກົາຫຼີ ປູກໄດ້ ແລະ ຢູ່ ຫວຽດນາມ ປູກບໍ່ໄດ້. ພວກເຮົາອາດຈະປູກໂສມຢູ່ໃນສະພາບແວດລ້ອມທຳມະຊາດໄດ້. ແທນທີ່ການປູກໂສມ ງອກລິງ ໃນສະພາບແວດລ້ອມ, ທີຕັ້ງພູມີສັນຖານທີ່ພິເສດນັ້ນ ພວກເຮົາກໍສາມາດນຳໂສມ ງອກລິງ ມາປູກຢູ່ເຂດທົ່ງພຽງໄດ້ ດ້ວຍເຕັກໂນໂລຢີ ເອໂຣໂປນິກ ແລະ ໄຮໂດຣໂປນິກ. ຄູອາຈານໃນພາກວິຊາເຕັກໂນໂລຢີສະບຽງອາຫານ, ຄູອາຈານພາກວິຊາວິສະວະກຳສາດ ໄດ້ໃຫ້ການໜູນຊ່ວຍຫຼາຍຢ່າງທາງດ້ານເຕັກນິກ ແລະ ເຄື່ອງຈັກ ນັບທັງເພາະບົ່ມ ຂອງໂຮງຮຽນອີກດ້ວຍ”.
ດ້ວຍຄວາມເມົາມົວຫຼົງໄຫຼໃນຂະແໜງທີ່ຕົນພວມຮຽນຢູ່, ຟ້າມດິ່ງລອງເຍິດ, ນັກສຶກສາປີທີ 2, ພາກວິຊາ ເອເລັກໂຕນິກຄຸນນະພາບສູງ, ມະຫາວິທະຍາໄລສ້າງຄູ - ເຕັກນິກນະຄອນໂຮ່ຈີມິນ ກໍ່ໄດ້ມີແນວຄວາມຄິດປະດິດແຕ່ງແຜງໂຊລາເຊວແສງຕາເວັນດ້ວຍວັດສະດຸອົງຄະທາດ. ລອງເຍິດ ໄດ້ຄົ້ນຄວ້າ, ທົດລອງໃນຕົ້ນໄມ້, ຫົວຜັກຫຼາຍຊະນິດທີ່ແຕກຕ່າງກັນ ແລ້ວເຫັນວ່າ ໝາກສະຕໍເບີຣີ, ຫົວບີທຣຸດ, ໝາກມັງກອນໃຈແດງ… ແມ່ນສາມາດນຳມາສະກັດໃຫ້ເປັນວັດສະດຸຊັກນຳໄຟຟ້າໄດ້. ຫຼັງຈາກນັ້ນ, ນຳໃຊ້ວັດສະດຸເຫຼົ່ານີ້ ມາປະດິດແຕ່ງເປັນແຜງໂຊລາເຊວແສງຕາເວັນນັ້ນ ໄດ້ຊ່ວຍຫຼຸດຄ່າໃຊ້ຈ່າຍລົງແຕ່ 2 ຫາ 3 ເທົ່າ ເມື່ອທຽບໃສ່ວິທີເດີມ. ຈາກນັ້ນ ໂຄງການ “ແຜງໂຊລາເຊວແສງຕາເວັນອົງຄະທາດໃສ” ຂອງ ລອງເຍິດ ໄດ້ກຳເນີດ ແລະ ຈະມີໜ້າໃນຮອບຊິງຊະນະເລີດ “Schneider Go Green Viet Nam 2021” - ການເສັງຊອກຫາໂຄງການທີ່ມີຄວາມສາມາດບົ່ມຊ້ອນໃນຂົງເຂດພະລັງງານຂຽວ ໂດຍ Schneider Electric ຫວຽດນາມ ຈັດຕັ້ງຂຶ້ນ. ລອງເຍິດ ໃຫ້ຮູ້ວ່າ:
“ນ້ອງຄິດວ່າ ນ້ອງໂຊກດີ ເພາະໄດ້ກຳນົດທິດສະເພາະໃຫ້ແກ່ອະນາຄົດ. ນ້ອງຢາກພັດທະນາຂະແໜງພະລັງງານຂອງ ຫວຽດນາມ. ແລະ ນ້ອງກໍໂຊກດີທີ່ມີໝູ່ເພື່ອນ ແລະ ຄູອາຈານ ຍາມໃດກໍຮ່ວມເດີນທາງພ້ອມກັບນ້ອງ. ນ້ອງມີຄວາມຫວັງຢາກສ້າງເປັນທິມໜຶ່ງໃຫ້ມີຄວາມເຂັ້ມແຂງກວ່າ, ເພື່ອມີໂອກາດໄດ້ສຳຜັດກັບນັກຊ່ຽວຊານຫຼາຍຄົນໃນການຊຸກຍູ້ ແລະ ໜູນຊ່ວຍໂຄງການນີ້ໃຫ້ພັດທະນາໄວກວ່າ”.
ຟ້າມດິ່ງລອງເຍິດ ເມົາມົວກັບການປະດິດແຕ່ງແຜງໂຊລາເຊວແສງຕາເວັນອົງຄະທາດ
ໂດຍເປັນຜູ້ທີ່ໄດ້ຮ່ວມເດີນທາງ ແລະ ໃຫ້ການໜູນຊ່ວຍນັກສຶກສາເຂົ້າຮ່ວມການເສັງ startup ມາເປັນເວລາຫຼາຍປີ, ທ່ານປະລິນຍາເອກ ເຈິ່ນດິ່ງຫຼີ, ຮອງຜູ້ອຳນວຍການມະຫາວິທະຍາໄລກະສິກຳ - ປ່າໄມ້ ນະຄອນ ໂຮ່ຈີມິນ ໄດ້ແບ່ງປັນວ່າ ຄູອາຈານ ແລະ ທາງໂຮງຮຽນ ຍາມໃດກໍສົ່ງເສີມ, ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ນັກສຶກສາມີແນວຄວາມຄິດປະດິດຄິດສ້າງ, startup ທີ່ມີຄວາມເປັນໄປໄດ້ ແລະ ໃຫ້ແນວຄວາມຄິດເຫຼົ່ານັ້ນ ກາຍເປັນໂຄງການທີ່ມີແບບມີແຜນ, ນຳໄປຜັນຂະຫຍາຍໄດ້ໃນຕົວຈິງ. ເພາະວ່າ ຖ້ານັກສຶກສາມີແນວຄວາມຄິດ ແລະ startup ທີ່ປະສົບຜົນສຳເລັດນັ້ນ ກໍຈະເປັນການປັບປຸງຄວາມຮູ້ທີ່ໄດ້ຮຽນມາ ທັງເປັນການສ້າງວຽກເຮັດງານທຳໃຫ້ແກ່ເຂົາເຈົ້າ. ມະຫາວິທະຍາໄລກະສິກຳ - ປ່າໄມ້ ນະຄອນ ໂຮ່ຈີມິນ ໄດ້ເປັນເຈົ້າການໃນການສ້າງຕັ້ງສູນເພາະບົ່ມວິສາຫະກິດ ມາແຕ່ດົນແລ້ວ ແລະ ກາຍເປັນຂົວຕໍ່ລະຫວ່າງນັກສຶກສາ - ອາຈານແນະນຳ - ນັກຊ່ຽວຊານ ແລະ ວິສາຫະກິດ. ຕໍ່ຈາກນີ້ໄປ, ກໍ່ຈະມີຫຼາຍແນວຄວາມຄິດ startup ປະກົດຜົນເປັນຈິງ ແລະ ປະສົບຜົນສຳເລັດ.
ນຳໂຄງການຈາກຫ້ອງທົດລອງໄປຜະລິດໃນຕົວຈິງ ແມ່ນເປັນຂະບວນການໜຶ່ງ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ມີຄວາມອົດທົນ ແລະ ມີແຫຼ່ງກຳລັງທີ່ໝັ້ນຄົງເຂັ້ມແຂງ. ຫຼາຍວິສາຫະກິດ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍດ້ານທຶນຮອນ, ຮ່ວມເດີນທາງພ້ອມກັບນັກສຶກສາ ແລະ ໂຮງຮຽນເພື່ອພັດທະນາ ແຕ່ນັກສຶກສາເອງກໍຕ້ອງປັບປຸງທັກສະນອກຈາກວິຊາສະເພາະຂອງຕົນໃຫ້ສົມບູນຂຶ້ນຕື່ມ. ດ້ວຍປະສົບການເປັນທີ່ປຶກສາ ແລະ ຕີລາຄາແນວຄວາມຄິດ startup ໃນການເສັງຄັ້ງຕ່າງໆ, ທ່ານນາງ ຫງວຽນທິຮົ່ງ, ສະມາຊິກສະພາບໍລິຫານ ບໍລິສັດນຳເຂົ້າ - ສົ່ງອອກ ແລະ ເຕັກໂນໂລຢີ ຫາຍເຍິດ ໃຫ້ຮູ້ວ່າ:
“ບາງເທື່ອນັກສຶກສາຫຼາຍຄົນອາດຈະມີຄວາມເກັ່ງກ້າສາມາດທາງດ້ານວິທະຍາສາດ - ເຕັກນິກ ມີພຽງແຕ່ເທົ່ານັ້ນແມ່ນຍັງບໍ່ທັນພຽງພໍເທື່ອ. ເພາະວ່າ ເພື່ອດຳເນີນທຸລະກິດໄດ້, ເຂົາເຈົ້າຕ້ອງມີຄວາມຮູ້, ມີທັກສະທີ່ກ່ຽວຂ້ອງເຖິງການດຳເນີນທຸລະກິດ, ການ startup, ວິທີດຳເນີນທຸລະກິດແນວໃດ, ວິທີໂຄສະນາຜະລິດຕະພັນແນວໃດຕື່ມອີກ…. ເພາະສະນັ້ນ, ນັບແຕ່ທຶນຮອນ, ທີ່ດິນ, ໂຮງຈັກໂຮງງານ, ຕະຫຼອດຮອດການຄຸ້ມຄອງບຸກຄະລາກອນ, ຄຸ້ມຄອງຄວາມສ່ຽງນັ້ນ ນັກສຶກສາຕ້ອງມີທິມງານທີ່ດີຢ່າງແທ້ຈິງ”.
ທ່າແຮງອັນໃຫຍ່ຫຼວງທີ່ສຸດຂອງນັກສຶກສາ startup ແມ່ນ ປະດິດຄິດສ້າງ, ມີຄວາມຕັດສິນໃຈຕາມຫາຄວາມໄຝ່ຝັນເມົາມົວຫຼົງໄຫຼຂອງຕົນ. ເຖິງຢ່າງໃດກໍຕາມ ເພື່ອມຸ່ງໄປເຖິງຜົນສຳເລັດ, ນັກສຶກສາຕ້ອງຮຽນຮູ້ ແລະ ຮັບເອົາຄວາມຮູ້ ດ້ານວິຊາສະເພາະ ແລະ ທັກສະນອກຂະແໜງທີ່ຕົນໄດ້ຮຽນມາຕື່ມອີກ. ໄປຄຽງຄູ່ກັນນັ້ນ, ສິ່ງສຳຄັນກວ່ານັ້ນແມ່ນ ນັກສຶກສາ startup ຕ້ອງໄດ້ຮັບການໜູນຊ່ວຍຈາກໂຮງຮຽນ ແລະ ວິສາຫະກິດ./.
(ແຫຼ່ງຄັດຈາກ VOV)