ບັນດາຜະລິດຕະພັນເຂົ້າຫນົມ ທີ່ມີຊື່ວ່າ: Coffe Joy, Gerre, Kopiko, MintZ… ປະຈຸບັນບໍ່ແມ່ນສິ່ງແປກປະຫລາດສຳລັບປະຊາຊົນຫວຽດນາມ ອີກແລ້ວ. ແຕ່ໃນນັ້ນ ມີຫລາຍຄົນບໍ່ຮູ້ໄດ້ວ່າບັນດາຜະລິດຕະພັນນັ້ນແມ່ນມາຈາກ ອິນໂດເນເຊຍ. ເພື່ອແນະນຳບັນດາຜະລິດຕະພັນຂອງ ອິນໂດເນເຊຍ ເຖິງຜູ້ອຸປະໂພກຫວຽດນາມ, ຫວ່າງແລ້ວນີ້ ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ໄຂງານວາງສະແດງທີ່ມີຊື່ວ່າ “ຊາຍຄາ ອິນໂດເນເຊຍ”. ແລະ ເຫດການທຳອິດດຳເນີນຢູ່ງານວາງສະແດງນີ້ ແມ່ນ ການແນະນຳເຂົ້າຫນົມ ແລະ ເຄື່ອງດື່ມ ອິນໂດເນເຊຍ ຂອງ  ບໍລິສັດຜະລິດອາຫານ 5 ແຫ່ງ ອິນໂດເນເຊຍ. 
	 ພິທີເປີດຫ້ອງວາງສະແດງສິນຄ້າ ອິນໂດເນເຊຍ ຢູ່ ຮ່າໂນ້ຍ
	ພິທີເປີດຫ້ອງວາງສະແດງສິນຄ້າ ອິນໂດເນເຊຍ ຢູ່ ຮ່າໂນ້ຍ 
	      ຢູ່ໃນຫ້ອງວາງສະແດງອາຫານ ແລະ ເຄື່ອງດື່ມ ຂອງ ອິນໂດເນເຊຍ ທີ່ສະຖານທູດ ອິນໂດເນເຊຍ ປະຈຳຮ່າໂນ້ຍ, ທ່ານ Eddy ຜູ້ອຳນວຍການບໍລິສັດ Distribution PS ຈຳກັດ ສັງກັດ ກຸ່ມບໍລິສັດ Orang Tua (OT) ປະເທດ ອິນໂດເນເຊຍ ພວມແນະນຳໃຫ້ແຂກເຂົ້າຊົມກ່ຽວກັບບັນດາຜະລິດຕະພັນຂອງບໍລິສັດຕົນ. ກ່ອນນີ້ 10 ປີ, ບັນດາຜະລິດຕະພັນຂອງບໍລິສັດ OT ໄດ້ເລີ່ມມີຫນ້າຢູ່ຕະຫລາດຫວຽດນາມ ໂດຍຊາວຫວຽດນາມ ໄປຊື້ຢູ່ ອິນໂດເນເຊຍ ແລ້ວນຳເອົາມາຂາຍຢູ່ຕະຫລາດພາຍໃນປະເທດ. ປະຈຸບັນ ບັນດາຜະລິດຕະພັນຂອງບໍລິສັດ OT ສ່ວນຫລາຍແມ່ນປະເພດເຂົ້າຫນົມມີຄຸນນະພາບສູງ. ທ່ານ Eddy ຜູ້ອຳນວຍການບໍລິສັດ Distribution PS ຈຳກັດ ໃຫ້ຮູ້ວ່າ:
        “ຕະຫລາດຫວຽດນາມ ກໍເຊັ່ນດຽວກັນກັບຕະຫລາດ ອິນໂດເນເຊຍ ເພາະວ່າ ພວກເຮົາລ້ວນແຕ່ແມ່ນບັນດາປະເທດສະມາຊິກໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຍິ່ງກວ່ານັ້ນ ບັນດາຜະລິດຕະພັນຂອງ OT Group ລ້ວນແຕ່ມີຄຸນນະພາບດີ. ເພາະສະນັ້ນ ພວກຂ້າພະເຈົ້າປາດຖະຫນາວ່າ ບັນດາຜະລິດຕະພັນຂອງພວກຂ້າພະເຈົ້າສືບຕໍ່ໄດ້ຮັບຄວາມນິຍົມຈາກປະຊາຊົນ ຫວຽດນາມ.”
        ບັນດາແຂກເຂົ້າຊົມງານວາງສະແດງຮູ້ສຶກປະທັບໃຈຕໍ່ບັນດາຂໍ້ມູນຂ່າວໂດຍບັນດາບໍລິສັດຂອງອິນໂດເນເຊຍ ແນະນຳ, ພິເສດ ເຂົາເຈົ້າລ້ວນແຕ່ມີຄວາມແປກປະຫລາດໃຈເມື່ອເຫັນວ່າ ເຂົ້າຫນົມຫລາຍປະເພດຢູ່ງານວາງສະແດງນີ້ ລ້ວນແຕ່ໄດ້ນຳເອົາມາຂາຍໃນບັນດາຮ້ານຄ້າ, ຮ້ານຊັບພະສິນຄ້າຢູ່ຫວຽດນາມ. ພາຍຫລັງເຂົ້າຊົມງານວາງສະແດງຂອງບໍລິສັດ OT, ເອື້ອຍແທງງອກ, ພາລະກອນທະນາຄານ ຢູ່ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ເມື່ອໄດ້ເຂົ້າຊົມງານວາງສະແດງໃນມື້ນີ້ ຂ້າພະເຈົ້າຈຶ່ງຮູ້ຈັກເຖິງເຂົ້າໜົມ Mintz ແມ່ນຜະລິດຕະພັນຂອງ ອິນໂດເນເຊຍ. ນອກນັ້ນ ຂ້າພະເຈົ້າຍັງພົບເຫັນເຂົ້າຫນົມຫລາຍປະເພດທີ່ເຄີຍຊື້ຢູ່ຮ້ານຊັບພະສິນຄ້າຄື: Garuda, Kopiko, Gery….ຂ້າພະເຈົ້າບໍ່ຄິດວ່າ ເຂົ້າຫນົມຫລາຍປະເພດຂອງ ອິນໂດເນເຊຍ ໄດ້ນຳເອົາມາຂາຍຢູ່ຫວຽດນາມ ແມ່ນຫລວງຫລາຍຄືແນວນັ້ນ.”
	 ທ່ານ  Eddy ຜູ້ອຳນວຍການບໍລິສັດ Distribution PS ແນະນຳຜະລິດຕະພັນຂອງບໍລິສັດຕົນ
	ທ່ານ  Eddy ຜູ້ອຳນວຍການບໍລິສັດ Distribution PS ແນະນຳຜະລິດຕະພັນຂອງບໍລິສັດຕົນ 
	      ຢູ່ຄຽງຂ້າງຮ້ານວາງສະແດງຂອງບໍລິສັດ OT ແມ່ນຮ້ານວາງສະແດງຂອງບໍລິສັດອາຫານ ແລະ ເຄື່ອງດື່ມ Garuda Food” . ໂດຍໄດ້ຮັບການສ້າງຕັ້ງຂຶ້ນມາເປັນເວລາ 25 ປີແລ້ວ, ປະຈຸບັນ Garuda Food ມີໂຮງງານ 5 ແຫ່ງ ຢູ່ ອິນໂດເນເຊຍ. ບັນດາຜະລິດຕະພັນຂອງ Garuda Food ໄດ້ມີຫນ້າຢູ່ຕະຫລາດຫວຽດນາມ 7 ປີແລ້ວ. ທ່ານ Paradongan Butarbutar, ຮອງຜູ້ອຳນວຍການ Marketing ແລະ ພັດທະນາຕະຫລາດຂອງ Garuda Food ຢູ່ ຫວຽດນາມ ໃຫ້ຮູ້ວ່າ:
        “ສອງສາມປີມານີ້ ເຂົ້າຫນົມ Gerry Chees Cracker ຂອງພວກຂ້າພະເຈົ້າໄດ້ຮັບຄວາມນິຍົມຈາກປະຊາຊົນຫວຽດນາມເປັນຈຳນວນຫລວງຫລາຍ. ລາຄາຜະລິດຕະພັນຂອງບໍລິສັດພວກຂ້າພະເຈົ້າມີລັກສະນະແກ້ງແຍ້ງ, ນັ້ນແມ່ນສາຍເຫດທີ່ພາໃຫ້ພວກຂ້າພະເຈົ້າໄດ້ດຳເນີນທຸລະກິດປະສົບຜົນສຳເລັດຢູ່ຕະຫລາດຫວຽດນາມ. ມາຮອດຈຸດເວລານີ້, ລາຍຮັບຈາກການຂາຍເຂົ້າຫນົມຢູ່ຕະຫລາດຫວຽດນາມ ແມ່ນບັນລຸປະມານ 4-5 ລ້ານ USD.”
ນອກຈາກຮ້ານວາງສະແດງ 2 ຮ້ານ ຂອງບໍລິສັດ Garuda Food  ແລະ OT, ບັນດາຮ້ານວາງສະແດງຂອງບໍລິສັດອື່ນ 3 ແຫ່ງ ລວມມີ: Kalbe, Sun Resources ແລະ Nutrisari ກໍ່ໄດ້ຮັບຄວາມສົນໃຈຈາກແຂກເຂົ້າຊົມ.  ຜະລິດຕະພັນຂອງບັນດາບໍລິສັດດັ່ງກ່າວ ປະຈຸບັນ ໄດ້ແນະນຳ ແລະ ປະກອບສ່ວນເຂົ້າສິນຄ້າຂອງຕະຫລາດ ຫວຽດນາມ. ທ່ານ Ibnu Hadi, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳຫວຽດນາມ, ຊື່ງແມ່ນຜູ້ມີຂໍ້ລິເລີ່ມສ້າງຕັ້ງເຂດວາງສະແດງ “Umah Indo” (ຊາຍຄາອິນໂດເນເຊຍ) ໃຫ້ຮູ້ວ່າ:
        “ປະຈຸບັນ ມີບໍລິສັດອາຫານ ແລະ ເຄື່ອງດື່ມຂອງອິນໂດເນເຊຍ ຢ່າງຫນ້ອຍສຸດ 10 ແຫ່ງໄດ້ນຳເອົາຜະລິດຕະພັນມາຂາຍຢູ່ຫວຽດນາມແລ້ວ ແລະ ຕົວເລກດັ່ງກ່າວມີທ່າອ່ຽງເພີ່ມຂຶ້ນສູງໃນໄລຍະຈະມາເຖິງ. ສິ່ງດັ່ງກ່າວໝາຍຄວາມວ່າ ຄວາມສາມາດບົ່ມຊ້ອນຢູ່ຕະຫລາດຫວຽດນາມຍັງໃຫຍ່ຫລວງຢູ່. ປະຈຸບັນ ບໍລິສັດຂອງພວກຂ້າພະເຈົ້ານຳເອົາຜະລິດຕະພັນມາຂາຍຢູ່ຕະຫລາດຫວຽດນາມ ແມ່ນຖັດຈາກ ໄທ ແລະ ສເກົາຫລີ, ແຕ່ໃນອະນາຄົດ ແນ່ນອນວ່າ ພວກຂ້າພະເຈົ້າຍັງຄົງມີກາລະໂອກາດພັດທະນາຂຶ້ນ ເພາະຄຸນນະພາບ ແລະ ບັນດາຜະລິດຕະພັນຂອງອິນໂດເນເຊຍກໍມີລາຄາຖືກເຊັ່ນດຽວກັບສິນຄ້າຂອງປະເທດອື່ນ.”
        ພາຍຫລັງພິທີໄຂ, ຫ້ອງວາງສະແດງ “ຊາຍຄາ ອິນໂດເນເຊຍ” ຈະສືບຕໍ່ເປີດປະຕູຮອດທ້າຍເດືອນ ຕຸລາ ເພື່ອໃຫ້ປະຊາຊົນຫວຽດນາມ ແລະ ແຂກທ່ອງທ່ຽວມາຢ້ຽມຊົມ ແລະ ຊື້ເຂົ້າຫນົມ ແລະ ເຄື່ອງດື່ມຂອງອິນໂດເນເຊຍ. ພາຍຫລັງເຫດການນີ້ ໃນໄລຍະຈະມາເຖິງ ຫ້ອງວາງສະແດງ “ຊາຍຄາ ອິນໂດເນເຊຍ” ຈະດຳເນີນບັນດາການເຄື່ອນໄຫວຕໍ່ໄປ ເພື່ອແນໃສ່ໂຄສະນາກ່ຽວກັບການຄ້າ, ການທ່ອງທ່ຽວ ແລະ ການລົງທຶນຈາກບັນດາວິສາຫະກິດ ອິນໂດເນເຊຍ ເຖິງປະຊາຊົນຫວຽດນາມ ຢ່່າງເລິກເຊິ່ງກວ້າງຂວາງກວ່າ. 
	 (ແຫຼ່ງຄັດຈາກ VOV)