ຂ່າວສານ

ນຳເອົາລະດູບານໃໝ່ຢູ່ເຂດດິນຕໍ່ແຜ່ນມາໃຫ້ ເຈື່ອງຊາ

ບັນດາກ່ຳປັ່ນຂົນສົ່ງເຄື່ອງຕ້ອນຮັບບຸນເຕັດມາ ເຈື່ອງຊາ ປີນີ້ແມ່ນພິເສດ ແລະ ມີຄວາມໝາຍກວ່າ ຍ້ອນວ່າໄດ້ດຳເນີນໃນສະພາບໂລກລະບາດພວມມີການຜັນແປຢ່າງສັບສົນ.
ບຸນເຕັດ 2022 ໃກ້ຈະວຽນມາແລ້ວ. (ພາບ: baotainguyenmoitruong.vn)

ຢູ່ໝູ່ເກາະ ເຈື່ອງຊາ, ແຂວງ ແຄງຮ່ວາ, ລະດູບານໃໝ່ປີໃດກໍ່ມາໄວກວ່າປົກກະຕິ. ບັນດາກ່ຳປັ່ນຂົນສົ່ງເຄື່ອງຕ້ອນຮັບບຸນເຕັດມາ ເຈື່ອງຊາ ປີນີ້ແມ່ນພິເສດ ແລະ ມີຄວາມໝາຍກວ່າ ຍ້ອນວ່າໄດ້ດຳເນີນໃນສະພາບໂລກລະບາດພວມມີການຜັນແປຢ່າງສັບສົນ. ກອງບັນຊາການທະຫານເຮືອເຂດ 4 ໄດ້ປະຕິບັດວຽກງານກະກຽມເຄື່ອງຂອງຕ້ອນຮັບບຸນເຕັດໃຫ້ແກ່ ເຈື່ອງຊາ ຢ່າງລະມັດລະວັງທີ່ສຸດ, ເພື່ອຮັບປະກັນຄວາມປອດໄພຢ່າງເດັດຂາດ. ທ່ານພັນເອກ ຫງວຽນທຽນກວນ, ຮອງຜູ້ບັນຊາການທະຫານເຮືອເຂດ 4, ໃຫ້ຮູ້ວ່າ:

        “ເຄື່ອງຂອງຕ້ອນຮັບບຸນເຕັດທຸກປະເພດໄດ້ຄັດເລືອກຢ່າງລະອຽດອ່ອນ, ຈາກແຫຼ່ງນຳເຂົ້າຮັບປະກັນຫຼັກອະນາໄມດ້ານສະບຽງອາຫານ. ພວກຂ້າພະເຈົ້າໄດ້ດຳເນີນການກວດໂຄວິດ-19 ແລະ ແຍກຕົວກຳລັງເຂົ້າຮ່ວມການຂົນສົ່ງສິນຄ້າ ເພື່ອຮັບປະກັນຄວາມປອດໄພ. ເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກ, ແຕ່ພວກຂ້າພະເຈົ້າກໍ່ໄດ້ເອົາໃຈໃສ່ທີ່ສຸດ ແລະ ຮັບປະກັນຊີວິດການເປັນຢູ່ ແລະ ເຄື່ອງຂອງທີ່ຈຳເປັນໃຫ້ແກ່ທະຫານ, ປະຊາຊົນ ເຈືອງຊາ ໄດ້ຕ້ອນຮັບບຸນເຕັດປີຂານ ດ້ວຍຄວາມເບີກບ່ານມ່ວນຊື່ນ, ອົບອຸ່ນຄົບຖ້ວນ, ປອດໄພ”.

        ໂດຍແມ່ນພະນັກງານທີ່ໄດ້ຕ້ອນຮັບບຸນເຕັດຢູ່ ເຈື່ອງຊາ ມາຫຼາຍປີແລ້ວ, ທ່ານພັນຕີ ຈິ້ງຊວັນຮວນ, ຮອງຫົວໜ້າກອງພັນນ້ອຍ 146, ແບ່ງປັນວ່າ:

        “ນັ້ນແມ່ນຄວາມອົບອຸ່ນຈາກເຂດດິນຕໍ່ແຜ່ນທີ່ສົ່ງໃຫ້ໝູ່ເກາະແຫ່ງຕ່າງໆ. ນ້ຳໃຈຈາກເຂດດິນຕໍ່ແຜ່ນຍາມໃດກໍ່ແມ່ນສິ່ງລ້ຳຄ່າທີ່ສຸດສຳລັບພະນັກງານ, ນັກຮົບຢູ່ເຂດເກາະທີ່ຫ່າງໄກ. ຄວາມຈິງແລ້ວ, ອ້າຍນ້ອງພວກຂ້າພະເຈົ້າໃຜກໍລໍຖ້າຊຸມມື້ໃກ້ຈະຮອດບຸນເຕັດ ເພື່ອໄດ້ຮັບຄວາມເອົາໃຈໃສ່ຈາກເຂດດິນຕໍ່ແຜ່ນ, ເພື່ອໃຫ້ ເຈື່ອງຊາ ໄດ້ຢູ່ໃກ້ກັບເຂດດິນຕໍ່ແຜ່ນກວ່າ”.

(ແຫຼ່ງຄັດຈາກ VOV)


top