ຂ່າວສານ

ນຳພົນລະເມືອງຫວຽດນາມຈາກມາເລເຊຍກັບຄືນປະເທດ

      ໃນຕົ້ນເດືອນ ມິຖຸນາ ຈະມາເຖິງ, ຈະຈັດສົ່ງຖ້ຽວບິນນຳພົນລະເມືອງຫວຽດນາມ ຢູ່ ອົດສະຕາລີ ກັບຄືນເມືອປະເທດ.

(ນຳພົນລະເມືອງຫວຽດນາມ ຈຳນວນ 273 ຄົນກັບຄືນເມືອປະເທດ)
      ວັນທີ 10 ພຶດສະພາ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳມາເລເຊຍ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ຈັດຖ້ຽວບິນນຳພົນລະເມືອງຫວຽດນາມ ຈຳນວນ 273 ຄົນກັບຄືນເມືອສະໜາມບິນສາກົນດ່ານັ້ງ. ທ່ານນາງ ໂງທິກິມອ໊ຽນ, ຫົວໜ້າພະແນກສາທາລະນະສຸກນະຄອນດ່ານັ້ງ, ໃຫ້ຮູ້ວ່າ.
        “ພາຍຫຼັງຕ້ອນຮັບແລ້ວແມ່ນຈະກວດອາການສຸຂະພາບ ແລະ ສົ່ງໄປຍັງບັນດາເຂດແຍກຕົວຢູ່ນະຄອນດ່ານັ້ງ. ເລື່ອງກະກຽມ, ສົມທົບກັນຂອງບັນດາຂະແໜງການກໍໄດ້ຮັບການປະຕິບັດເປັນຢ່າງດີ, ຮັບປະກັນດ້ານສາທາລະນະສຸກຢູ່ບັນດາເຂດແຍກຕົວນັ້ນ”.
        ຕາມແຜນການ, ໃນຕົ້ນເດືອນ ມິຖຸນາ ຈະມາເຖິງ, ຈະຈັດສົ່ງຖ້ຽວບິນນຳພົນລະເມືອງຫວຽດນາມ ຢູ່ ອົດສະຕາລີ ກັບຄືນເມືອປະເທດ.
 (ແຫຼ່ງຄັດຈາກ VOV)


top