ຂ່າວສານ

ນຳການພົວພັນຫວຽດນາມ - ນິວຊີແລນເຂົ້າສູ່ລວງເລິກ ແລະ ແທດຈິງ

ໃນຂອບເຂດການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການຂອງທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ວັນທີ 13 ມີນາ, ທ່ານ ຮອງນາຍົກລັດຖະມົນຕີ -  ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິງ ໄດ້ມີການພົບປະກັບຜູ້ຄູ່ຕຳແໜ່ງ ນິວຊີແລນ Winston Peters

ນຳການພົວພັນຫວຽດນາມ - ນິວຊີແລນເຂົ້າສູ່ລວງເລິກ ແລະ ແທດຈິງ 

ທັງສອງຝ່າຍເຫັນດີເປັນເອກະພາບ ຊຸກຍູ້ການປະຕິບັດບັນດາເນື້ອໃນໃນລາຍການເຄື່ອນໄຫວ ໄລຍະ 2017 – 2020, ປະກອບສ່ວນນຳການຮ່ວມມືສອງຝ່າຍໃນບັນດາຂົງເຂດເຂົ້າສູ່ລວງເລິກ, ສ້າງປະຖົມປັດໄຈໃຫ້ແກ່ ການຍົກລະດັບການພົວພັນລະຫວ່າງສອງປະເທດ ຈາກຄູ່ຮ່ວມມືຮອບດ້ານກາຍເປັນຄູ່ຮ່ວມມືຍຸດທະສາດໂດຍໄວ. ທັງສອງຝ່າຍ ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນໃນຫຼາຍບັນຫາທີ່ມີລັກສະນະຍຸດທະສາດ, ນັບທັງສອງຝ່າຍ ແລະ ຫຼາຍຝ່າຍ. ບົນຈິດໃຈນັ້ນ, ສອງຝ່າຍເຫັນດີເປັນເອກະພາບຈັດຕັ້ງການທາບທາມດ້ານການເມືອງຂັ້ນ ລັດຖະມົນຕີການຕ່າງປະເທດຄັ້ງທີ 11 ຢູ່ ນິວຊີແລນ ໃນໄວໆນີ້.

        ສ່ວນທ່ານຮອງນາຍົກລັດຖະມົນຕີການຕ່າງປະເທດ ນິວຊີແລນ ກໍໄດ້ສະແດງຄວາມສົນໃຈຕໍ່ບັນດາການ ຜັນແປຫວ່າງມໍ່ໆມານີ້  ຢູ່ແຫຼມເກົາຫຼີ, ທະເລຕາເວັນອອກ; ສະໜັບສະໜູນ ອາຊຽນ ແລະ ຈີນ ຊຸກຍູ້ການເຈລະຈາກ່ຽວກັບ ກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC).

(ແຫຼ່ງຄັດຈາກ VOV)



top